ລວມຍອດເສດຖະກິດຈີນ ບັນລຸຫລາຍກວ່າ 130.000 ຕື້ຢວນ ເປັນຄັ້ງທໍາອິດ

21/01/2025 12:20
Email Print 146
ຂປລ ໃນປີ 2024 ລວມຍອດ ເສດຖະກິດ ຂອງ ສປ ຈີນ ໄດ້ບັນລຸ ຫລາຍກວ່າ 130.000 ຕື້ຢວນ, ກຳລັງແຫ່ງຊາດລວມຂອງ ສປ ຈີນ ໄດ້ຂຶ້ນສູ່ລະດັບໃໝ່ອີກ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ໃນກອງປະຊຸມຂ່າວ ທີ່ຈັດຂຶ້ນໂດຍ ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ເມື່ອບໍ່ດົນມານີ້, ຜູ້ຮັບຜິດຊອບ ຕົ້ນຕໍ ຂອງອົງການ ສະຖິຕິແຫ່ງຊາດຈີນ ໄດ້ກ່າວວ່າ: ໃນປີ 2024 ລວມຍອດ ເສດຖະກິດ ຂອງ ສປ ຈີນ ໄດ້ບັນລຸ ຫລາຍກວ່າ 130.000 ຕື້ຢວນ, ກຳລັງແຫ່ງຊາດລວມຂອງ ສປ ຈີນ ໄດ້ຂຶ້ນສູ່ລະດັບໃໝ່ອີກ. ທ່ານ ຄ່າງຢີ້ ຫົງໜ້າ ອົງການສະຖິຕິແຫ່ງຊາດຈີນ ກ່າວວ່າ: ລວມຍອດ ເສດຖະກິດ ບັນລຸ ຫລາຍກວ່າ 130.000 ຕື້ຢວນ ກາຍເປັນທ່າແຮງ ເຮັດໃຫ້ ເສດຖະກິດຂອງ ສປ ຈີນ ມີພື້ນຖານ ທີ່ເຂັ້ມແຂງ ຂຶ້ນຕື່ມອີກ.ນັບແຕ່ ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ລວມຍອດ ເສດຖະກິດຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 10.000 ຕື້ຢວນທຸກໆ 1-2 ປີ.  ປີ 2020 ໄດ້ບຸກທະລຸ 100.000 ຕື້ຢວນ,  ປີ 2021 ແລະ 2022 ໄດ້ບຸກທະລຸ 110.000 ຕື້ຢວນ ແລະ 120.000 ຕື້ຢວນ ຢ່າງລຽນຕິດ, ແລະ ບັນລຸ ຫລາຍກວ່າ 130.000 ຕື້ຢວນ ໃນປີ 2024. ໃນ 10 ປີທີ່ຜ່ານມາ, ໄດ້ບັນລຸ ການເພີ່ມຂຶ້ນ ຄັ້ງປະຫວັດສາດ ຄື: ຈາກ 50.000 ຕື້ຢວນ ເພີ່ມຂຶ້ນເຖິງ  130.000 ຕື້ຢວນ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top