ສປປ ລາວ ຍັງຄົງເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

15/01/2025 10:02
Email Print 1898
ຂປລ ສປປ​ ລາວ​ ແມ່ນໜຶ່ງໃນ​ 10​ ບັນດາປະເທດສະມາຊິກອາຊຽນ ທ່ີໄດ້ຮັບການຂະໜານນາມວ່າ ເປັນອີກສະຖານທີ່ໜຶ່ງທີ່ມີຄວາມສະຫງົບສຸກທີ່ສຸດ ເພາະມີບັນຍາກາດທີ່ຜ່ອນຄາຍ,​ ທຳມະຊາດທີ່ສວຍງາມ ​ແລະ​ ການຕ້ອນຮັບຂັບສູ່ອັນອົບອຸ່ນ.

*ສປປ​ ລາວ​ ແມ່ນໜຶ່ງໃນ​ 10​ ບັນດາປະເທດສະມາຊິກອາຊຽນ ທ່ີໄດ້ຮັບການຂະໜານນາມວ່າ ເປັນອີກສະຖານທີ່ໜຶ່ງທີ່ມີຄວາມສະຫງົບສຸກທີ່ສຸດ ເພາະມີບັນຍາກາດທີ່ຜ່ອນຄາຍ,​ ທຳມະຊາດທີ່ສວຍງາມ ​ແລະ​ ການຕ້ອນຮັບຂັບສູ່ອັນອົບອຸ່ນ​ໃນນັ້ນ​ ມີ​5 ​ເຫດຜົນທີ່ປະເທດລາວໂດດເດັ່ນ:

1,ຄວາມງຽບສະຫງົບ​ ແລະວິຖີຊີວິດລຽບງ່າຍ​ ປະເທດລາວມີ ຊື່ສຽງໂດ່ງດັງກ່ຽວກັບວິຖີຊີວິດທ ບໍ່ຮີບຮ້ອນ​ແລະ​ສະພາບແວດລ້ອມ ທີ່ງຽບສະຫງົບ​ ເຊັ່ນ​:​ ຫລວງ​ພະ​ ບາງ​ ແລະ​​ ວັງ​ວຽງ​ ມີຄວາມ​ສະ​ ຫງົບ​,​ ຫ່າງ​ໄກ​ຈາກ​ຕົວ​ເມືອງ​ທີ່​ ຄຶກ​ຄື້ນ​.

2,ຄວາມອຸດົມສົມບູນທາງດ້ານວັດທະນະທໍາ,​ ມີ​ວັດ​ວາ​ອາ​ ຮາມ​ທີ່​ສວຍ​ງາມຫລາຍແຫ່ງ​ຄື​ວັດ​ ຊຽງ​ທອງ​ຢູ່​ແຂວງ​ຫລວງ​ພະ​ບາງ​ ແລະ​ ພະ​ທາດ​ຫລວງ​ ​ໃນ​ນະ​ຄອນ​ຫລວງ​ວຽງ​ຈັນ​ ແລະ​ ອື່ນໆທີ່ມ ຄວາມ​ສະ​ຫງົບ​ທາງ​ວັດທະນະທຳ.

3,ພູມສັນຖານທໍາມະຊາດທໜ້າຕື່ນຕາຕື່ນໃຈຈາກ​ 4.000​ ໝູ່​ ເກາະ​ (ສີພັນດອນ)​ ທາງທິດໃຕ້ ເຖິງພູຜາປ່າດົງທາງພາກເໜືອ,​ ປະເທດລາວເຕັມໄປດ້ວຍຄວາມສະຫງົບສຸກ,​ ທຳມະຊາດທີ່ບໍ່ເຄີຍ ສຳຜັດ.

4,​ຄົນເປັນມິດ​ຄົນລາວ​ມີຊື່ສຽງໂດ່ງດັງໃນເລື່ອງຄວາມເມດຕາ​ ແລະ​ ການຕ້ອນຮັບອັນອົບອຸ່ນ,​ ເພີ່ມບັນຍາກາດອັນສະຫງົບສຸກ ຂອງປະເທດ.

5,ຄວາມປອດໄພ​ແລະ​ອັດຕາອາດຊະຍາກຳຕໍ່າ​ ປະເທດລາວມີ ຊື່ສຽງທາງດ້ານຄວາມປອດໄພ,​ ມີອັດຕາການອາດຊະຍາກຳຕໍ່າ ຫລາຍເມື່ອທຽບໃສ່ກັບປະເທດ​​ ອື່ນໆໃນພາກພື້ນ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top