ສິ່ງທີ່ທ່ານສາມາດປະຕິບັດໄດ້ ເພື່ອປ້ອງກັນຕົນເອງຈາກພະຍາດໄຂ້ຍຸງລາຍ

10/01/2025 10:00
Email Print 626
ຂປລ ປັດຈຸບັນ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ຊຶ່ງໃນແຕ່ປີຢູ່ປະເທດເຮົາມີຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍພໍສົມຄວນ, ດັ່ງນັ້ນ ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ຈຶ່ງເປັນບັນຫາສໍາຄັນຫລາຍເພື່ອບໍ່ໃຫ້ເປັນພະຍາດໄຂ້ຍຸງລາຍທຸກຄົນໃນສັງຄົມຈົ່ງພ້ອມກັນ ເປັນເຈົ້າການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວດ້ວຍວິທີການຕ່າງໆ.

    *ປັດຈຸບັນ ການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ຊຶ່ງໃນແຕ່ປີຢູ່ປະເທດເຮົາມີຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍພໍສົມຄວນ, ດັ່ງນັ້ນ ການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ຈຶ່ງເປັນບັນຫາສໍາຄັນຫລາຍເພື່ອບໍ່ໃຫ້ເປັນພະຍາດໄຂ້ຍຸງລາຍທຸກຄົນໃນສັງຄົມຈົ່ງພ້ອມກັນ ເປັນເຈົ້າການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວດ້ວຍວິທີການຕ່າງໆ.

     ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ພະຍາດໄຂ້ຍຸງລາຍເປັນສາເຫດໜຶ່ງຂອງການເຂົ້າໂຮງໝໍ ແລະ ການເສຍຊີວິດຂອງເດັກນ້ອຍອາຊີ ແລະ ອາເມລິກາລາຕິນ ຊຶ່ງວິທີການໂວບັກເຄຍ (Wolbachia method) ຂອງໂຄງການຄວບຄຸມປະຊາກອນຍຸງ ໂລກ (WMP) ຈະຊ່ວຍຫລຸດຜ່ອນຄວາມສ່ຽງນີ້ ແລະ ປັດຈຸບັນຍັງມີ ທີມງານຄວບຄຸມພະຫະນະນໍາເຊື້ອພະຍາດໄຂ້ຍຸງລາຍໃນຫລາຍພາກສ່ວນກ່ຽວຂ້ອງ ພ້ອມດ້ວຍປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ພ້ອມກັນເອົາໃຈໃສ່ສ້າງຂະບວນການກວດ ແລະ ທໍາລາຍໜອນນໍ້າຍຸງລາຍໃນແຕ່ລະຫລັງຄາເຮືອນເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ຊຶ່ງຕົ້ນຕໍແມ່ນໜອນນໍ້າຍຸງລາຍທີ່ວາງໄຂ່ໃນພາຊະນະບັນຈຸນໍ້າໃນເຮືອນ ເຊັ່ນ: ກະໂປະ, ກະປ໋ອງ, ຂວດນໍ້າ, ອ່າງ ຫລື ໂອ່ງເກັບນໍ້າ.

     ສະນັ້ນ, ພາຊະນະບັນຈຸນໍ້າທີ່ບໍ່ແມ່ນນໍ້າໃຊ້ຕ້ອງໄດ້ຂ້ວມ ຫລື ທຳລາຍຖິ້ມບໍ່ໃຫ້ມີນໍ້າຂັງ, ສ່ວນນໍ້າໃນໂອ່ງເກັບນໍ້າດື່ມ, ນໍ້າໃຊ້ ຕ້ອງໃສ່ຊາຍອາເບດ ເພື່ອບໍ່ໃຫ້ຍຸງສາມາດວາງໄຂ່ໄດ້. ພ້ອມດຽວກັນນັ້ນ, ເຈ້ົາຂອງເຮືອນຕ້ອງໄດ້ເປັນເຈ້ົາການໃນການກວດກາຕາມ ເຮືອນໂຕເອງທຸກໆມື້ ແລະ ເປັນປະຈໍາຢູ່ສະເໝີ ເພື່ອຄວາມເປັນລະບຽບ ແລະ ສະອາດງາມຕາ, ຖ້າປະຕິບັດເຮົາກໍສາມາດກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍບໍ່ໃຫ້ເກີດການລະບາດໄດ້. ພ້ອມນັ້ນ, ຕ້ອງເປັນເຈົ້າການ ປະຕິບັດມາດຕະການປ້ອງກັນພະຍາດໄຂ້ຍຸງລາຍທ່ີກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ໂດຍສະເພາະປະຕິບັດຫລັກການ 5 ປ ໃຫ້ເປັນປະຈຳ ແລະ ເປັນປົກກະຕິ, ເຊື່ອແນ່ວ່າພະຍາດໄຂ້ຍຸງລາຍຈະບໍ່ເກີດຂຶ້ນກັບຕົວທ່ານ, ຄອບຄົວ ແລະ ຄົນທີ່ທ່ານຮັກ ແລະ ຄອບຄົວຂອງທ່ານຍັງຈະມີສຸຂະພາບທີ່ດີ ແລະ ແຂງແຮງ.

   ແນວໃດກໍຕາມ ນອກຈາກມີສະຕິໃນການປ້ອງກັນຄວບຄຸມພະຍາດດັ່ງກ່າວແລ້ວ, ທຸກຄົນຍັງຕ້ອງເຝົ້າລະວັງພະຍາດຕາມລະດູການຄື: ພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດອື່ນໆ. ດັ່ງນັ້ນ, ຖ້າທ່ານຮູ້ສຶກບໍ່ສະບາຍ, ເປັນໄຂ້ບໍ່ຄວນໄປຊື້ຢາມາກິນເອງ, ຄວນຮີບຮ້ອນໄປພົບແພດໝໍ ໂດຍໄວຢູ່ສະຖານທີ່ໃຫ້ບໍລິການຕ່າງໆໃກ້ບ້ານທ່ານຄື: ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ, ສຸກສາລາ ແລະ ສະຖານທີ່ໃຫ້ບໍລິການອື່ນໆ ເພື່ອຈະໄດ້ກິນຢາຕາມແພດໝໍສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top