ປິດຊຸດອົບຮົມໄລຍະສັ້ນໃຫ້ ກອງພັນເຄື່ອນທີ່ໄວ ແລະ ໂຮງຮຽນ 303

09/01/2025 10:52
Email Print 587
ຂປລ ຂປລ. ພິທີປິດຊຸດອົບຮົມໄລຍະສັ້ນ ໃຫ້ກອງພັນເຄື່ອນທີ່ໄວ ແລະ ໂຮງຮຽນ 303 ຈັດຂຶ້ນໃນວັນທີ 8 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49, ມີຄະນະກົມອ້ອມຂ້າງກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກົມກອງຂຶ້ນກັບ, ຄະນະຊ່ຽວຊານ ຫວຽດນາມ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີປິດຊຸດອົບຮົມໄລຍະສັ້ນ ໃຫ້ກອງພັນເຄື່ອນທີ່ໄວ ແລະ ໂຮງຮຽນ
303 ຈັດຂຶ້ນໃນວັນທີ 8 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49, ມີຄະນະກົມອ້ອມຂ້າງກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກົມກອງຂຶ້ນກັບ, ຄະນະຊ່ຽວຊານ ຫວຽດນາມ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.




ສະຫາຍ ພັນໂທ ສຸລິພົນ ເລື່ອນສົມຫວັງ ຮອງຫົວຫນ້າພະເເນກອົບຮົບ ກົມ
49 ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫລຸບການຝຶກອົບຮົມ-ຫັດແອບໄລຍະສັ້ນ 3 ເດືອນ ທີ່ທາງກອງບັນຊາການຕິພິເສດຫວຽດນາມ ມາຊ່ວຍຝຶກລົງເລິກ 4 ວິຊາຫລັກ ຢູ່ກອງພັນ 428, ກອງພັນໃຫຍ່ 497 ແລະ ຊ່ວຍສ້າງໂຄງການ ຫລັກສູດການຮຽນ-ການສອນຢູ່ໂຮງຮຽນ 303 ປະຈໍາປີ 2025 ເຊິ່ງເລີ່ມອົບຮົມຫັດແອບ ແຕ່ວັນທີ 21 ຕຸລາ 2024-08 ມັງກອນ 2025. ໃນນີ້, ມີຫົວໜ້າຄະນະ ເເລະ ຄະນະຄູຟຶກຈາກ ສສ ຫວຽດນາມ ​ໂດຍໄດ້ຈັດຕັ້ງເປັນ 2 ພາກສ່ວນຄື: ພາກສ່ວນ 1 ແມ່ນອົບຮົມໃຫ້ຄູອາຈານ ຢູ່ໂຮງຮຽນນາຍສິບຕິພິເສດ 303 ຈໍານວນ 10 ສະຫາຍ ເພື່ອຂຽນໂຄງການຫລັກສູດຍົກຂັ້ນ ນາຍຮ້ອຍ ​ແລະ ພາກສ່ວນທີ 2 ໄດ້ຈັດຕັ້ງເປັນ 1 ກອງຮ້ອຍ. ໃນນັ້ນ, ໄດ້ແບ່ງອອກເປັນ 4 ປີກ ນັກ ຮຽນຂຶ້ນຫ້ອງຫັດແອບຄື: ປີກຕີພິເສດນໍ້າ, ປີກຕິພິເສດຕົວເມືອງ, ປີກຕີພິເສດບົກ, ປີກຕີພິເສດຕອບໄດ້ໄວ,  ພ້ອມທັງໄດ້ຂຽນບົດ ປະກອບໃສ່ໂຄງຮ່າງຫລັກສູດ, ດ້ານເນື້ອໃນທິດສະດີ ມີວິທີການຄົ້ນຄ້ວາວິທະຍາສາດ, ວິທີການຄົ້ນຄວ້າ ວິທະຍາສາດການທະຫານ, ເອກະສານແນະນໍາວິທີການອົບຮົມ ຮູບແຖວຍຸດທະວິທີຂັ້ນຈຸຕີພິເສດ, ເອກະສານປີດຕິພິເສດ ປິດລັບຫລອນຕີສັດຕູໃນຂຸມຄອງ, ຫລັກສູດສິລະປະຍຸດເຄື່ອນ ທີ່ພື້ນຖານຂອງຕິພິເສດບົກ, ຫລັກສູດປິກຕີພິເສດປິດ ລັບຫລອມຕີສັດຕູ ພັກທັບຊົ່ວຄາວ, ຫລັກສູດປີກຕິພິເສດແກ້ໄຂ ຊ່ວຍເຫລືອຕົວປະກັນ. ສ່ວນການອົບຮົມຫັດແອບ ດ້ານສິລະປະ ຍຸດ-ຍຸດທະວິທີ ປະກອບມີ: ສິລະປະຍຸດ-ຍຸດທະວິທີຕິພິເສດນໍ້າ, ຕີພິເສດບົກ, ຕິພິເສດຕົວເມືອງ, ຕິພິເສດຕອບໂຕ້ໄວ.




ຜ່ານການອົບຮົມຫັດແອບ ສາມາດຕີລາຄາໄດ້ ໃນການຮຽນ-ການສອນ
, ໂຄງການຫລັກຂຽນຫລັກສູດ ຂັ້ນນາຍຮ້ອຍ, ແມ່ນມີການເອົາໃຈໃສ່ປະຕິບັດ ບັນດາຂໍ້ກຳນົດກົດລະບຽບ, ຜ່ານຜ່າຄວາມ ຫຍຸ້ງຍາກ, ສາມາດກໍາໄດ້ເນື້ອໃນພື້ນຖານຂອງແຕ່ລະບົດ, ເອົາໃຈໃສ່ຄົ້ນຄວ້າຫັດແອບ ຮໍ່າຮຽນຮູ້ໜູນໃຊ້ສິລະປະຍຸດ-ຍຸດທະວິທີ ເພື່ອແກ້ໄຂໄດ້ບັນດາ ກໍລະນີຍຸດທະວິທີ, ຮູ້ຈັກນໍາໃຊ້ເຂົ້າໃນ ເງື່ອນໄຂສູ້ຮົບຕົວຈິງ, ສາມາດສະເລ່ຍຕີລາຄາໄດ້ 100% ຮັບປະກັນຄວາມປອດໄພ ທາງດ້ານຄົນ ແລະ ວັດຖຸອຸປະກອນ.




ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການອົບຮົມຫັດເເອບໃນຄັ້ງນີ້
, ພ້ອມທັງເນັ້ນໃຫ້ນັກຝຶກອົບຮົມ ເອົາໃຈຍົກສູງຄວາມຮັບ ຜິດຊອບຕໍ່ວຽກງານທີ່ໄດ້ມອບໝາຍໃຫ້, ມີນ້ຳໃຈສູ້ຮົບສູງໃນການປະຕິບັດໜ້າທີ່, ເສີມຂະຫຍາຍມູນ ເຊື້ອຮັກຊາດອັນດີງາມ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫລາຍຮູບການໃຫ້ເເທດ  ເໝາະກັບວິຊາສະເພາະ ດ້ວຍຫລາຍວິທີຢ່າງຕໍ່ເນື່ືອງ ເພື່ອໃຫ້ມີແນວຄິດຫລັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ຫ້າວຫັນ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ພ້ອມທັງຮຽກຮ້ອງໃຫ້ເເຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີ ພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ຍຶດຖືນ້ຳໃຈຮັກຊາດຮັກລະບອບ ໃໝ່, ຫັນເອົາວິຊາສະເພາະທີ່ຮຽນມາ ຈັດຕັ້ງຜັນຂະຫຍາຍໃນກົມກອງຂອງຕົນ ໃຫ້ເກີດດອກອອກຜົນເເລະ ມີເເບບເເຜນທີ່ທັນສະໄໜ, ສາມາດຮັບປະກັນໄດ້ຄວາມສະຫງົບ ເເລະ ຄວາມປອດໄພ.



ຂ່າວ: ສຸກສາຄອນ

KPL

ຂ່າວອື່ນໆ

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

    • ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024ວັດທະນະທຳ-ສັງຄົມ

      ຊາວໜຸ່ມກະຊວງສາທາລະນະສຸກ ຕີລາຄາ ການປະຕິບັດ ວຽກງານໄລຍະ 2020-2024

      1/16/2025 1:15:06 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງສາທາລະນະສຸກ ສະໄໝທີ X ຈັດຂຶ້ນໃນວັນທີ 15 ມັງກອນ 2025 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມໄລຍະ 2020-2024

    • ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກວັດທະນະທຳ-ສັງຄົມ

      ສປປ ລາວ ກຽມສະເໜີ "ລາບ" ອາຫານພື້ນເມືອງຂອງລາວເຂົ້າເປັນມໍລະດົກໂລກ

      1/16/2025 11:54:40 AM

      “ລາບ” ຖືວ່າເປັນອາຫານພື້ນເມືອງຂອງລາວ ທີ່ມີລົດຊາດ ແລະ ເອກະລັກສະເພາະ, ເຂົ້າໜຽວກັບລາບ ໄດ້ກາຍເປັນສ່ວນໜຶ່ງທ່ີສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດເຮົາໄດ້ມອບໃຫ້ເປັນມໍລະດົກ ແລະ ສືບທອດກັນມາຍາວນານຈົນເຖິງທຸກວັນນີ້.

    • ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວວັດທະນະທຳ-ສັງຄົມ

      ເປີດກິດຈະກຳວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ

      1/15/2025 8:35:50 PM

      ຂປລ. ພິທີເປີດກິດຈະກຳ ວັດທະນະທຳບຸນກຸດຈີນ ເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້ “ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025’’ ຈັດຂຶ້ນໃນວັນທີ 15 ມັງກອນ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ກ້າວ ອັ່ນມິງ ບັນນາທິການໃຫຍ່ ອົງການພາສາຕ່າງປະເທດແຫ່ງຊາດ ສປ ຈີນ, ທ່ານ ນາງ ຟາງຫົງ ເອກອັກຄະລັດສະທູດ ສປ ຈີນ ປະຈໍາ ລາວ ແລະ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກວັດທະນະທຳ-ສັງຄົມ

      ກອງທັບ ກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ

      1/14/2025 4:53:54 PM

      ຂປລ. ໃນປີ 2024 ຜ່ານມາ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ, ມີໝາກຜົນໃນຫລາຍດ້ານ ເປັນຕົ້ນ ການເຮັດໜ້າທີ່ ຮັກສາຄວາມສະຫງົບປອດໄພ ໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມທີ່ສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ, ຂອງກອງທັບ ພ້ອມທັງປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການ ກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%.

ads
ads

Top