ເມືອງຮຸນ ສະຫລອງວັນໂພສະນາການ ສ້າງຄວາມເຂົ້າໃຈ ອາຫານທີ່ດີ ໃຫ້ປະຊາຊົນ

12/12/2024 19:04
Email Print 805
ຂປລ ຂປລ. ຫ້ອງວ່າການປົກຄອງເມືອງຮຸນ ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຮຸນ ແຂວງອຸດົມໄຊ ສະເຫລີມສະຫລອງ ວັນໂພສະນາການແຫ່ງຊາດ (31 ກໍລະກົດ) ໃນວັນທີ 11 ທັນວາ 2024 ໂດຍ​ໄດ້ຮັບການສະໜັບສະໜູນ ຈາກ​ອົງການ​ອາຫານ​ໂລກ ​ເພື່ອ​​ຊຸກຍູ້​ສົ່ງ​ເສີມປະຊາຊົນ ​ໃຫ້​ຄວາມ​ສໍາຄັນ ຕໍ່ອາຫານ​ທີ່ດີ, ມີ​ປະ​ໂຫຍ​ດ ​ແລະ ຄົບ 6 ໝວດ (ເຂົ້າ, ແປ້ງ, ໝາກໄມ້, ໂປຣຕີນ, ຜັກ ແລະ ນົມ) ​ເພື່ອ​ເປັນ​ປະ​ໂຫຍດຕໍ່ສຸຂະພາບ, ການຈະເລີນເຕີບໂຕ, ບຳລຸງຮັກສາສຸຂະພາບ ໂດຍ​ສະ​ເພາະ ​ ແມ່ຍິງຖືພາ, ແມ່ເກີດລູກໃໝ່ ​ແລະ ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ.

ຂປລ. ຫ້ອງວ່າການປົກຄອງເມືອງຮຸນ ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຮຸນ ແຂວງອຸດົມໄຊ ສະເຫລີມສະຫລອງ ວັນໂພສະນາການແຫ່ງຊາດ (31 ກໍລະກົດ) ໃນວັນທີ 11 ທັນວາ 2024 ໂດຍ​ໄດ້ຮັບການສະໜັບສະໜູນ ຈາກ​ອົງການ​ອາຫານ​ໂລກ ​ເພື່ອ​​ຊຸກຍູ້​ສົ່ງ​ເສີມປະຊາຊົນ ​ໃຫ້​ຄວາມ​ສໍາຄັນ ຕໍ່ອາຫານ​ທີ່ດີ, ມີ​ປະ​ໂຫຍ​ດ ​ແລະ ຄົບ 6 ໝວດ (ເຂົ້າ, ແປ້ງ, ໝາກໄມ້, ໂປຣຕີນ, ຜັກ ແລະ ນົມ) ​ເພື່ອ​ເປັນ​ປະ​ໂຫຍດຕໍ່ສຸຂະພາບ, ການຈະເລີນເຕີບໂຕ, ບຳລຸງຮັກສາສຸຂະພາບ ໂດຍ​ສະ​ເພາະ ​ ແມ່ຍິງຖືພາ, ແມ່ເກີດລູກໃໝ່ ​ແລະ ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕໍ່າກວ່າ 5 ປີ.

          ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ເຈົ້າເມືອງໆຮຸນ ໃຫ້ຮູ້ວ່າ:  ວັນໂພຊະນາການແຫ່ງຊາດ ​ຖື​ກກໍານົດ​ຂຶ້ນ ໃນວັນທີ 31 ກໍລະກົດ 2013 ຈຸດປະສົງເພື່ອແກ້ໄຂບັນຫາ ດ້ານໂພຊະນາການ ພາຍໃຕ້ການນຳພາ-ຊີ້ນໍາ ຢ່າງມີວິໄສທັດຢ່າງກວ້າງຂວາງ ໂດຍຍຶດໝັ້ນໃນແນວທາງລັດຖະບານ ລວມທັງຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ທີ່ຖືເອົາ 22 ມາດຕະການທີ່ເປັນບຸລິມະສິດ. ໂພສະນາການ ແມ່ນວິທະຍາສາດໜຶ່ງ ທີ່ເວົ້າເຖິງຄວາມສໍາຄັນ ລະຫວ່າງອາຫານທີ່ຮ່າງກາຍຮັບປະທານເຂົ້າໄປ ​ແລ້ວນໍາໃຊ້ໃຫ້ເປັນປະໂຫຍດ ຕໍ່ສຸຂະພາບ, ການຈະເລີນເຕີບໂຕ, ບຳລຸງຮັກສາສຸຂະພາບ ສະ​ນັ້ນ, ຕ້ອງ​ກິນ​ອາຫານ​ໃຫ້ຄົບ 6 ໝວດ ແລະ ຫລາກຫລາຍຈຶ່ງ​ຖືກ​ຫລັກ​ໂພ​ສະນາ​ການ ​ເວົ້າ​ລວມ,​ ເວົ້າ​ສະ​ເພາະ ຢູ່ຕາມທ້ອງຖິ່ນພື້ນຖານ ຊຸມຊົນເຂດຫ່າງໄກສອກຫລີກ, ຊຶ່ງຊຸມຊົນສ່ວນຫລາຍຍັງບໍ່ເຂົ້າໃຈຄວາມໝາຍ, ຄວາມສໍາຄັນຂອງອາຫານ ແລະ ການກິນອາຫານ ໂດຍສາເພາະ ແມ່ຍິງຖືພາ, ແມ່ເກີດລູກໃໝ່, ແມ່ຫລັງເກີດຍັງຄະລໍາອາຫານຢ່າງຫລວງຫລາຍ, ການລ້ຽງດູເດັກ ບໍ່ທັນຖືກຕ້ອງຕາມຫລັກໂພຊະນາການ ຄື: ແຕ່ມື້ເກີດຮອດອາຍຸເດັກໄດ້ 6 ເດືອນ ແມ່ນ ກິນແຕ່ນົມແມ່ຢ່າງດຽວ, ເມື່ອເດັກອາຍຸໄດ້ 6 ຂຶ້ນໄປຕ້ອງໃຫ້ເດັກໄດ້ກິນອາຫານເສີມ ທີ່ເຮັດດ້ວຍຕົນເອງ ຈົນຮອດເດັກມີອາຍຸໄດ້ 2 ປີ ຫລື ຫລາຍກວ່ານັ້ນ ​ເພື່ອ​ເຮັດ​ໃຫ້​ເດັກນ້ອຍ​​ເຕີບ​ໃຫຍ່ ​ຢ່າງ​ມີ​ສຸຂະພາບ​ແຂງ​ແຮງ. ​

ແນວ​ໃດ​ກໍ​ດີ ປັດຈຸບັນປະເທດລາວ ຍັງມີເດັກຂາດສານອາຫານ ເປັນຈຳນວນຫລວງຫລາຍ ເຊິ່ງເປັນບັນຫາຂອງການເສຍຊີວິດ ​ແລະ ຂາດ​ສານ​ອາຫານຊໍາເຮື້ອ ​ເຖິງ 44 ​ເປີ​ເຊັນ ໃນເດັກລຸ່ມ 5 ປີ, 21 ​ເປີ​ເຊັນ ແມ່ນນໍ້າໜັກຫລຸດມາດຕະຖານ, 9 ເປີ​ເຊັນ ແມ່ນຂາດສານອາຫານແບບຈ່ອຍ, ອາຫານທີ່ພວກເຮົາກິນລົງ ໄປໃນແຕ່ລະວັນ ບາງຄັ້ງກໍມີປະໂຫຍດ ແລະ ບາງຄັ້ງກໍບໍ່ມີປະໂຫຍດພຽງພໍ, ແຕ່ກິນພໍໃຫ້ອີ່ມ, ບາງຄັ້ງກໍທໍາລາຍສຸຂະພາບຮ່າງກາຍອີກດ້ວຍ ເຊັນ: ສິ່ງມຶນເມົາ, ອາຫານດິບ, ອາຫານບໍ່ສະອາດ ແລະ ອາຫານບໍ່ປອດໄພ. ສໍາລັບກິດຈະ​ກໍາ​ຂອງ​ງານ​ໃນ​ຄັ້ງ​ນີ້ ກໍ​ມີ​ການກວດ​ສຸຂະພາບ ​​ໃຫ້​ເດັກນ້ອຍ​ແບບ​ບໍ່​ເສຍ​ຄ່າ, ຈັດ​ວາງສະ​ແດງຜະລິດ​ຕະພັນ​ກະສິກໍາ ​ແລະ ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ປະຊາຊົນ.

ຂ່າວ-ພາບ: ມາລິດາ
KPL

ຂ່າວອື່ນໆ

ads
ads

Top