ຫວຍລາສີ ມອບເງິນລາງວັນ ໃຫ້ ຜູ້ໂຊກດີ ຖືກລາງວັນທີ 1 ມູນຄ່າ 2,4 ຕື້ກີບ

06/12/2024 11:34
Email Print 1058
ຂປລ ຂປລ. ໃນວັນທີ 5 ພະຈິກ 2024 ນີ້, ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນລາງວັນ ໃຫ້ຜູ້ໂຊກດີ ທີ່ຖືກຫວຍລາສີ ລາງວັນທີ 1 ເລກ 6 ລາສີລຽງ ມູນຄ່າ 2,4 ຕື້ກີບ ແລະ ຜູ້ໂຊກດີ ລາງວັນທີ 1 ເລກ 6 ລາສີລຽງ ແລະ 5 ລາສີທ້າຍ ມູນຄ່າ 816 ລ້ານກີບ



ຂປລ. ໃນວັນທີ 5 ພະຈິກ 2024 ນີ້
, ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈັດພິທີມອບເງິນລາງວັນ ໃຫ້ຜູ້ໂຊກດີ ທີ່ຖືກຫວຍລາສີ ລາງວັນທີ 1 ເລກ 6 ລາສີລຽງ ມູນຄ່າ 2,4 ຕື້ກີບ ແລະ ຜູ້ໂຊກດີ ລາງວັນທີ 1 ເລກ 6 ລາສີລຽງ ແລະ 5 ລາສີທ້າຍ ມູນຄ່າ 816 ລ້ານກີບ  ຕາງໜ້າມອບລາງວັນໂດຍ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ມີທ່ານ ນາງ ຕຸລາວັນ ວັນນະພົມ ຮອງອໍານວຍການບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ດຽວ ແລະ ທ່ານ ນາງ ລູກສອນ ພະສີຫາຄົມ ຕາງໜ້າຮອງຜູ້ອໍານວຍການບໍລິສັດ ຮ່ວມທຶນຫວຍລາສີ ເຂົ້າຮ່ວມເປັນສັກຂີພິຍານ.




ຜູ້ໂຊກດີທີ່ຖືກລາງວັນຄັ້ງນີ້
, ແມ່ນ ທ່ານນາງ ພຸດດາວອນ ສີຊານົນ, ອາຍຸ 25 ປີ, ອາຊີບພະນັກງານ, ປັດຈຸບັນ ຢູ່ບ້ານເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍໄດ້ຊື້ເລກ ຜ່ານແອັບອິນຊີຮັບ (Insee Hub) ເທິງມືຖື, ຊື້ ງວດທີ 94 ອອກວັນທີ 28 ພະຈິກ 2024, ເລກທີ່ອອກ 6 ລາສີລຽງຄື: 12.7.2.10.12.2 ໄດ້ຮັບເງິນລາງວັນ 2,4 ຕື້ກີບ, ມູນຄ່າທີຊື້ແມ່ນ 3.000 ກີບ.

ສ່ວນຜູ້ໂຊກດີຄົນທີ 2 ແມ່ນ ທ່ານ ເພັດ, ອາຍຸ 32 ປີ, ອາຊີບຄ້າຂາຍ, ປັດຈຸບັນ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໂດຍຊື້ຜ່ານຄົນຂາຍຫວຍອິນຊີ, ຖືກລາງວັນງວດທີ 95, ອອກວັນທີ 3 ທັນວາ 2024, ຖືກ 6 ລາສີລຽງ ແລະ 5 ລາສີທ້າຍ, ເລກທີອອກ 11.5.10.2.8.1 ໄດ້ຮັບເງິນລາງວັນ 816 ລ້ານກີບ, ມູນຄ່າທີ່ຊື້ 6 ລາສີລຽງ 1.000 ກີບ ແລະ 5 ລາສີທ້າຍ 2.000 ກີບ.  




ຫວຍລາສີ ແມ່ນຜະລິດຕະພັນໜຶ່ງຂອງ ບໍລິສັດລັດວິສາຫະກິດ ຫວຍພັດທະນາ ເຊິ່ງກໍານົດຂຶ້ນ ແລະ ຈັດລຽງຕາມຕໍາລາໂຫລາສາດຂອງ 12 ລາສີປີເກີດ ທີ່ມີການເຊື່ອຖືກັນມາຍາວນານ ແລະ ຄຸ້ນເຄີຍກັນດີໃນສັງຄົມ. ຫວຍລາສີ ເລີ່ມຈັດຕັ້ງການອອກເລກລາງວັນ ນັບແຕ່ວັນທີ 2 ມັງກອນ 2024 ເປັນຕົ້ນມາ
, ອອກທຸກວັນອັງຄານ ແລະ ວັນພະຫັດ ສາມາດຊື້ຫວຍລາສີໄດ້ ຜ່ານຄົນຂາຍຫວຍອິນຊີ ແລະ ແອັບພິເຄຊັນ ອິນຊີຮັບ (Insee Hub).

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top