ຊົມເຊີຍ 49 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊາດລາວ

02/12/2024 07:39
Email Print 1137
ຂປລ ຫວນຄືນຕະຫລອດ 49 ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພາຍ ໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກ-ລັດຖະບານໄດ້ເອົາໃຈ ໃສ່ຕໍ່ ການ ພັດທະນາທຸກໆດ້ານ ໂດຍ ຕະຫລອດມາ ຕິດພັນກັບການຊຸກຍູ້ປະຊາຊົນບັນດາເຜົ່າ ເປັນ ເຈົ້າການຈັດຕັ້ງປະຕິບັດສອງໜ້າທີ່ ຍຸດທະສາດປົກປັກຮັກສາ ແລະສ້າງສາ ພັດທະນາປະ ເທດຊາດ ເຮັດໃຫ້ບ້ານເມືອງ ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ສະຫງົບສຸກ.


* ຫວນຄືນຕະຫລອດ 49 ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ການ ພັດທະນາທຸກໆດ້ານ ໂດຍຕະ ຫລອດມາ ຕິດພັນກັບການຊຸກຍູ້ປະຊາຊົນບັນດາເຜົ່າ ເປັນເຈົ້າການຈັດຕັ້ງປະຕິບັດສອງໜ້າທີ່ ຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຮັດໃຫ້ບ້ານເມືອງ ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ສະຫງົບສຸກ ແລະ ກິນອິ່ມນຸ່ງອຸ່ນຂອງປວງຊົນ ລາວບັນເຜົ່າ 7 ລ້ານກວ່າຄົນ. ພົ້ນເດັ່ນແມ່ນ ຜົນສໍາເລັດອັນໃຫຍ່ຫລວງທີ່ຍາດ ມາໄດ້ເປັນປະຈັກຕາ ເຊັ່ນ: ພື້ນຖານໂຄງລ່າງ, ໂຮງຮຽນ, ສຸກສາລາ, ລະບົບນ້ຳສະອາດຢູ່ ເຂດຫ່າງໄກສອກຫລີກ ໄດ້ປັບ ປຸງພັດທະນາດີຂຶ້ນເປັນກ້າວໆ, ຈາກປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມກັບພາກ ພື້ນ-ສາກົນຄັ້ງປະຫວັດສາດ ໂດຍຜ່ານເສັ້ນທາງລົດໄຟລາວ- ຈີນ, ຂົວມິດຕະພາບຂ້າມແມ່ນໍ້າຂອງ ແລະ ເສັ້ນທາງຫລວງແຫ່ງຊາດແຫ່ງຕ່າງໆ; ຈາກມີເຂື່ອນພະລັງງານສະໜອງໄຟຟ້າພຽງແຫ່ງໜຶ່ງ ກາຍມາເປັນ 80 ແຫ່ງ ຂອງແຫລ່ງສະໜອງພະລັງງານໄຟຟ້າເຮັດ ໃຫ້ປະຊາຊົນລາວບັນດາເຜົ່າ 98% ເຂົ້າເຖິງໄຟຟ້າໃຊ້ຢ່າງທົ່ວເຖິງ ແລະ ອື່ນໆ.




ເຖິງແນວໃດກໍດີ ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ລາວທັງຊາດພວມດໍາເນີນກອງປະຊຸມສະພາແຫ່ງຊາດ, ເກັບກ່ຽວເຂົ້ານາປີ, ປະຕິບັດວາລະແຫ່ງຊາດ ແລະ ສະຫລຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິ ບັດວຽກງານຂອງປີ 2024 ແລະ ກ້າວໄປຫາການຫ້າງຫາ ກະກຽມແຜນອັນໃໝ່ດ້ວຍຄວາມມຸ່ງຫວັງ ແລະ ບັນລຸເປົ້າໝາຍ ອັນໃຫຍ່ ຫລວງກວ່າເກົ່າໃນປີ 2025, ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024 )ໄດ້ໝູນວຽນມາ ເຖິງອີກວາລະໜຶ່ງ ເຊິ່ງແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ເປັນ ພັນໆປີ ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໜໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ເມື່ອເວົ້າເຖິງວັນຊາດ ທີ 2 ທັນວາ, ພວກເຮົາຄວນຮັບຮູ້ຢ່າງເລິກ ເຊິ່ງວ່າຊາດລາວ ແມ່ນຊາດໜຶ່ງທີ່ມີປະຫວັດສາດ ອັນຍາວນານຫລາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການ ຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ມີນ້ຳໃຈບຸກບືນສູງ ໃນການສ້າງສາພັດທະນາປະເທດຊາດ. ໂດຍສືບທອດມູນ ເຊື້ອອັນອົງອາດ ຂອງບັນພະບູລຸດລາວ ທີ່ໄດ້ສ້າງປະຫວັດສາດປະໄວ້ ໃຫ້ຜູ້ສືບທອດນັ້ນ, ປະຊາ ຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດ ປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ສະຖາປະນາສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາຢ່າງສັດ ຈະວິພາກທີ່ສຸດກ່ຽວກັບ ວັນທີ 2 ທັນວາ ປີ 1975 ວ່າ: “ ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດ ສາດ ຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນ ໄດ້ຢ່າງສະຫງ່າລາສີຄືແນວ ນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະ ແຕ່ໄດ້ຟື້ນຟູຄວາມ ເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດ ທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫລະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງ ອັນແຮງກ້າຂອງປວງຊົນລາວ ກໍ່ຄືຂອງມວນມະນຸດປະກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ”.


ບົນພື້ນຖານນັ້ນ, ເນື້ອໃນແຫ່ງການສະເຫລີມສະຫລອງກໍ່ຕ້ອງໃຫ້ເຫັນມູນ ເຊື້ອ-ບົດບາດ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວ ໃນຂະ ບວນການຕໍ່ສູ້ກູ້ຊາດ. ຜົນສໍາເລັດໃນການປະຕິບັດພາລະກິດ ແຫ່ງການ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈມູນເຊື້ອຂອງພັກ ກໍ່ຄືການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງຮ່ວມກັບໝູ່ຄະນະ. ນັບແຕ່ນັ້ນມາ, ພາ ໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກ, ຂະບວນການປະຕິວັດໄດ້ກ້າວຂຶ້ນສູ່ລະດັບໃໝ່. ພ້ອມດຽວກັນກໍ່ຕ້ອງຮັບຮູ້ແຈ້ງ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອຄວາມສາມັກຄີອັນ ເປັນປຶກແຜ່ນແໜ້ນໜາ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍພາຍໃຕ້ການນໍາພາ ຂອງພັກເຮົາ ແລະ ການສະໜັບສະໜູນ ຂອງບັນດາປະເທດເພື່ອນມິດສາກົນ. ໝາກຜົນຂອງການປະຕິວັດ ທີ່ພວກເຮົາຍາດມາໄດ້, ຕ້ອງໄດ້ຮັບການປົກປັກຮັກສາເປັນຊີວິດຈິດໃຈ, ເດັດຂາດ ບໍ່ໃຫ້ມີສັດຕູໂຕໃດມ້າງເພທໍາລາຍໄດ້.


ໃນໄລຍະໃໝ່ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍປະການ, ໂດຍສະເພາະບັນຫາອຸປະສັກ ຄວາມຫຍຸ້ງຍາກ ທີ່ພວມເປັນສິ່ງທ້າທາຍຕໍ່ການພັດທະ ນາ, ພວກເຮົາຄົນລາວທຸກຄົນຍິ່ງຕ້ອງພ້ອມກັນ ຍົກສູງສະຕິຄວາມເປັນເຈົ້າ ຂອງປະເທດຊາດ, ເດັດດ່ຽວປ້ອງກັນ-ປົກປັກຮັກສາໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ, ເດັດຂາດສະກັດກັ້ນ-ທັບມ້າງ ທຸກກົນອຸບາຍເລ້ຫລ່ຽມຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ ເຊິ່ງຍາມ ໃດພວກມັນ ກໍ່ບໍ່ເຄີຍລົດລະຄວາມພະຍາຍາມ ໃນການບິດເບືອນໃສ່ຮ້າຍປ້າຍສີ ໂຈມຕີລະບອບໃໝ່ ຫລາຍຮູບແບບ-ວິທີການ ໂດຍສະເພາະການນໍາໃຊ້ສື່ສັງຄົມອອນລາຍ ແລະ ບາງສື່ ປ່າວຂ່າວບິດເບືອນຫວັງປັ້ນນໍ້າໃຫ້ ເປັນຕ່ອນ, ສ້າງຄວາມປັ່ນປ່ວນ-ຫວັງແບ່ງແຍກພາຍໃນພວກເຮົາ.

ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ເສີມຂະຫຍາຍຈິດໃຈຮັກຊາດ ຕິດພັນ ກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມເປັນແບບຢ່າງ ນໍາໜ້າຂອງສະມາຊິກພັກ, ອອກແຮງຂຸດຄົ້ນຄວາມອາດສາມາດບົ່ມຊ້ອນ ແລະ ທ່າແຮງ ຢູ່ພາຍໃນຢ່າງສຸດຂີດ, ສົມທົບກັບການປີດກວ້າງການພົວພັນຮ່ວມມືຈາກພາຍນອກ; ທັງນີ້ເພື່ອປົກ ປັກຮັກສາ ແລະ ພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາກ້າວ ຂຶ້ນຕາມ ທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ. ນ້ຳໃຈວັນຊາດ 2 ທັນວາ ໝັ້ນຍືນ !


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top