ສຳເລັດກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14

28/11/2024 17:32
Email Print 2342
ຂປລ ຂປລ. ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 26-28 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ”.




ຂປລ. ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ
14 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 26-28 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ”.

ໃນໂອກາດນີ້, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດ ໃນວັນທີ 28 ພະຈິກ 2024 ວ່າ: ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14 ສາມາດຍາດໄດ້ຜົນສຳເລັດ ຂອງແຜນງານ ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ 2024 ໃນການປະຕິບັດຄໍາໝາຍໝັ້ນ ເພື່ອສາມາດຕອບສະໜອງ ຄວາມຕ້ອງການດ້ານຂໍ້ມູນ ເພື່ອການຕິດຕາມການເຊື່ອມໂຍງຂໍ້ມູນ ກັບບັນດາປະເທດສະມາຊິກອາຊຽນ, ພວກເຮົາໄດ້ສືບຕໍ່ແຜນງານດັ່ງກ່າວ, ເພື່ອຮັບໃຊ້ແກ່ການສະໜອງສະຖິຕິ ທີ່ກ່ຽວຂ້ອງກັນ, ທັນເວລາ ແລະ ສາມາດປຽບທຽບໄດ້ ໃນກອບຄວາມຕ້ອງການຂອງຕົວຊີ້ບອກ SDG, ການບັນຊີແຫ່ງຊາດ, ການລົງທຶນໂດຍກົງຈາກຕ່າງປະເທດ, ສະຖິຕິການຄ້າ ສິນຄ້າລະຫວ່າງປະເທດ ເຊັ່ນດຽວກັນກັບຕົວຊີ້ບອກ ດ້ານເສດຖະກິດ ແລະ ສັງຄົມ; ການປັບປຸງການສະໜອງຂໍ້ມູນແກ່ຜູ້ໃຊ້ ເປັນສ່ວນໜຶ່ງຂອງຄວາມ ພະຍາຍາມຂອງອາຊຽນ ເພື່ອເພີ່ມປະສິດທິພາບການວິເຄາະ; ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄດ້ລິເລີ່ມການນຳໃຊ້ແອັບພລີເຄຊັນ API ສຳລັບການເກັບກຳຂໍ້ມູນສະຖິຕິອາຊຽນ (ASI-CT) ພາຍໃນບັນດາປະເທດສະມາຊິກອາຊຽນ (AMS). ກອງປະຊຸມຍັງໄດ້ສ້າງຮ່າງແຜນດໍາເນີນງານ ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄລຍະ 2026-2030 ພ້ອມກັບຕົວຊີ້ບອກສໍາລັບ ການປະຕິບັດກິດຈະກຳຕົ້ນຕໍ (KPIs) ໂດຍສອດຄ່ອງກັບການພັດທະນາ ໃນໄລຍະທີ່ຜ່ານມາຂອງອາຊຽນ; ກອງປະຊຸມໄດ້ຮັບຮອງ ກອບແນວຄວາມຄິດ ຂອງວຽກສະຖາບັນການສຶກສາທາງໄກ (Virtual) ແລະ ຕົກລົງຈະພັດທະນາຮູບແບບ ແພລດຟອມ ໃນຕົ້ນປີໜ້າ.

ສຳລັບວຽກງານການຮ່ວມມື ອາຊຽນ-ຊ່ວຍເຫລືອ-ອາຊຽນ (AHAF) ນັບແຕ່ປີ 2021 ເປັນຕົ້ນມາ,ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາ ການສ້າງຄວາມອາດສາມາດ ພາຍໃຕ້ຂອບການຮ່ວມມື ອາຊຽນ-ຊ່ວຍເຫລືອ-ອາຊຽນ ໂດຍຜ່ານກອງປະຊຸມ, ການຝຶກອົບຮົມ ແລະ ການຊ່ວຍເຫລືອດ້ານວິຊາການສອງຝ່າຍໃນພາກພື້ນ ແລະ ອະນຸພາກພື້ນ ໃນການຕອບສະໜອງຄວາມຕ້ອງການ ທີ່ເພີ່ມຂຶ້ນທາງດ້ານສະຖິຕິ ແລະ ຄວາມຕ້ອງການ ເພື່ອຮັບປະກັນ ຂະບວນການສັງລວມຂໍ້ມູນ ທີ່ມີປະສິດທິພາບ, ຍຸດທະສາດ ແລະ ການຕອບໂຕ້ຂອງ AMS ຕໍ່ບັນຫາທີ່ພົ້ນເດັ່ນ ໃນການພັດທະນາພາກພື້ນ ແລະ ຄວາມພະຍາຍາມຂອງ AMS ໃນການເພີ່ມທະວີການຄຸ້ມຄອງຂໍ້ມູນ, ການເຊື່ອມໂຍງ ແລະ ການຄຸ້ມຄອງລະບົບ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ກ່າວຕື່ມວ່າ: ຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ  ໃຫ້ຄໍາໝັ້ນສັນຍາທີ່ຈະກ້າວໄປສູ່ ການເຊື່ອມໂຍງຂໍ້ມູນໃນພາກພື້ນ ແລະ ການແບ່ງປັນຂໍ້ມູນ ລະຫວ່າງບັນດາປະເທດ ສະມາຊິກອາຊຽນດ້ວຍກັນ  ພາຍໃຕ້ການສົ່ງເສີມຂີດຄວາມສາມາດ ທາງດ້ານວຽກງານສະຖິຕິ, ການຄຸ້ມຄອງຂໍ້ມູນທີ່ສອດຄ່ອງ ກັບແຜນຍຸດທະສາດ ວຽກງານສະຖິຕິອາຊຽນ ໃນປັດຈຸບັນ ແລະ ຫລັງປີ 2025 ໂດຍຜ່ານຂະບວນການຮ່ວມມື ແນໃສ່ສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວ ຢ່າງຍືນຍົງ, ປະກອບສ່ວນໃນຂະບວນການ ວາງແຜນ-ການຕັດສິນໃຈ, ຈົນໄປເຖິງການຕິດຕາມ ປະເມີນຜົນການປະຕິບັດວິໄສທັດ, ແຜນຍຸດທະສາດຂອງອາຊຽນ ຫລັງປີ 2025 ແລະ ບັນດາແຜນກິດຈະກຳຕ່າງໆ ເພື່ອແນ່ໃສ່ຊຸກຍູ້ການເຊື່ອມໂຍງ ດ້ານຂໍ້ມູນຂ່າວສານ ແກ່ພາກພື້ນໃນອະນາຄົດ.

ຂ່າວ: ກິດຕາ, ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

ads
ads

Top