ກອງປະຊຸມວິຊາການອຸດສາຫະກຳຍານພາຫະນະຄັ້ງທີ 24

25/11/2024 19:51
Email Print 860
ຂປລ ຂປລ. ເມື່ອບໍ່ດົນຜ່ານມານີ້, ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ແລະ ອຸດ​ສາ​ຫະ​ກຳ​ຍານ​ພາ​ຫະ​ນະ​ອາ​ຊຽນ-ຍີ່​ປຸ່ນ (AMEICC) ຈັດກອງປະຊຸມວິຊາການ ອຸດສາຫະກຳຍານພາຫະນະຄັ້ງທີ 24 ຂຶ້ນ ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ຕາງໜ້າຈາກພາກລັດ, ຈາກຂະແໜ່ງອຸດສາຫະກຳ, ຊ່ຽວຊານຈາກບັນດາ ປະເທດສະມາຊິກອາ ຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມ.



ຂປລ. ເມື່ອບໍ່ດົນຜ່ານມານີ້
,  ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ​ດ້ານ​ເສດ​ຖະ​ກິດ ແລະ ອຸດ​ສາ​ຫະ​ກຳ​ຍານ​ພາ​ຫະ​ນະ​ອາ​ຊຽນ-ຍີ່​ປຸ່ນ (AMEICC) ຈັດກອງປະຊຸມວິຊາການ ອຸດສາຫະກຳຍານພາຫະນະຄັ້ງທີ 24 ຂຶ້ນ ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ຕາງໜ້າຈາກພາກລັດ, ຈາກຂະແໜ່ງອຸດສາຫະກຳ, ຊ່ຽວຊານຈາກບັນດາ ປະເທດສະມາຊິກອາ ຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມ.      



ກອງປະຊຸມ ໄດ້ສຸມໃສ່ຊຸກຍູ້ການຮ່ວມມືໃນພາກພື້ນ
, ການອັບເດດນະໂຍບາຍທີ່ກ່ຽວຂ້ອງ ກັບຂະແໜງການອຸດສາຫະກໍາຍານພາຫະນະ ແລະ ການຄົ້ນຄ້ວາຍຸດທະສາດ ທີ່ຊຸກຍູ້ຂະແໜງຍານພາຫະນະ, ຖືເປັນການປະກອບສ່ວນສຳຄັນ ໃຫ້ແກ່ການຂະຫຍາຍຕົວ ໃນຂະແໜງເສດຖະກິດ ແລະ ການພັດທະນາແບບຍືນຍົງ ເຊິ່ງ ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນອັນມີຄ່າ, ທ່າອ່ຽງການຂະຫຍາຍຕົວ ຂອງອຸດສາຫະກຳຍານພາຫະນະ ແລະ ການຮ່ວມມືໃນພາກພື້ນ ເພື່ອແກ້ໄຂບັນດາສິ່ງທ້າທາຍຮ່ວມ ແລະ ຍາດແຍ່ງກາລະໂອກາດ ໃນວິວັດການເຄື່ອນໄຫວຍານພາຫະ ນະ.

ໃນໂອກາດດຽວກັນນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໄດ້ເຂົ້າຢ້ຽມຊົມ ໂຮງງານປະກອບລົດຈັກຮອນດາ ແລະ ເຂດເສດຖະກິດພິເສດ VITA Park ຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top