ອາຊຽນ-ຈີນ ເສີມຂະຫຍາຍການຮ່ວມມື ວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ

22/11/2024 11:45
Email Print 2039
ຂປລ ຂປລ. ກອງປະຊຸມບໍ່ເປັນທາງການ ລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ ຈັດຂຶ້ນໃນວັນທີ 21 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເຮືອເອກ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ, ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມບໍ່ເປັນທາງການ ລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ ຈັດຂຶ້ນໃນວັນທີ 21 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ
, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເຮືອເອກ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ, ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນໂອກາດອັນດີໃຫ້ອາຊຽນ ແລະ ຈີນ ໄດ້ພົບປະແລກປ່ຽນ, ເສີມສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ກໍຄື ການເສີມຂະຫຍາຍການຮ່ວມມື ດ້ານວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ລະຫວ່າງອາຊຽນ-ຈີນ ໃຫ້ຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ສປ ຈີນ ເປັນປະເທດທີ່ມີຊາຍແດນ ຕິດຈອດກັບອາຊຽນ ທາງພາກພື້ນດິນ ແລະ ນ່ານນໍ້າ ເຊິ່ງສະແດງໃຫ້ເຫັນຄວາມ ໃກ້ຊິດຕິດແທດທີ່ບໍ່ສາມາດຕັດ ແຍກອອກຈາກກັນໄດ້ ລະຫວ່າງອາຊຽນ-ຈີນ. ຕະ ຫລອດໄລຍະ 33 ປີທີ່ຜ່ານມາ, ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນ ອາຊຽນ-ຈີນ ໃນປີ 1991 ເຫັນວ່າ ການຮ່ວມມືອາຊຽນ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຫລາຍດ້ານ, ລວມທັງດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.




ຕໍ່ກັບການຮ່ວມມືດ້ານເສດຖະກິດ ລະຫວ່າງ ອາຊຽນ-ຈີນ ຍັງຮັກສາໄດ້ການເປັນຄູ່ຄ້າຂາຍ ໃຫຍ່ທີ່ສຸດ ຂອງອາຊຽນ ນັບແຕ່ປີ 2009 ເປັນຕົ້ນມາ ແລະ ອາຊຽນໄດ້ກາຍເປັນຄູ່ຄ້າຂາຍ ໃຫຍ່ທີ່ສຸດຂອງ ສປ ຈີນ 3 ປີ ຕິດຕໍ່ກັນນັບແຕ່ປີ 2020 ເປັນຕົ້ນມາ. ໃນປີ 2023 ມູນຄ່າການຄ້າຂາຍສອງຝ່າຍລະຫວ່າງ ອາຊຽນ-ຈີນ ບັນລຸໄດ້ເຖິງ 702 ຕື້ໂດລາສະຫະລັດ ເຊິ່ງເປັນມູນຄ່າສູງທີ່ສຸດທຽບ ໃສ່ໄລຍະຜ່ານມາ ແລະ ເຮັດໃຫ້ ສປ ຈີນ ກາຍເປັນຄູ່ຄ້າຂາຍໃຫຍ່ທີ່ສຸດຂອງອາຊຽນ 15 ປີຕິດຕໍ່ກັນ. ໃນປັດຈຸບັນ
, ສະພາບການຂອງພາກພື້ນ ແລະ ໃນໂລກ ຍັງສືບຕໍ່ຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະ ສິ່ງທ້າທາຍ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວອີກວ່າ: ສປ ຈີນ ເປັນປະເທດທີ່ມີທ່າແຮງຫລາຍ, ມີຂີດຄວາມສາມາດ ແລະ ມີບົດບາດສຳຄັນຕໍ່ກັບ ການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພາກພື້ນ ແລະ ສາກົນ. ສະນັ້ນ, ສປປ ລາວ ຫວັງວ່າ ສປ ຈີນ ຈະສືບຕໍ່ເຮັດບົດບາດຂອງຕົນ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຄົມພາກພື້ນ ກໍຄື ສາກົນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືກັບອາຊຽນ ເພື່ອຮັບມືກັບສິ່ງທ້າທາຍ ທາງດ້ານຄວາມໝັ້ນຄົງໃນພາກພື້ນ. ສປປ ລາວ ເຊື່ອໝັ້ນວ່າ ສປ ຈີນ ຈະສືບຕໍ່ເຄົາລົບຄວາມເປັນແກນກາງຂອງອາຊຽນ ແລະ ສົ່ງເສີມການຮ່ວມມືກັບອາຊຽນ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ ເພື່ອເສີມຂະຫຍາຍຂີດ ຄວາມສາ ມາດ ໃນການປະກອບສ່ວນ ເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ ແລະ ສາກົນ

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top