ອາຊຽນບວກ ຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບຄວາມໝັ້ນຄົງຂອງພາກພື້ນສາກົນ

21/11/2024 19:33
Email Print 1942
ຂປລ ຂປລ. ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ ຄັ້ງທີ 11 (ຈີນ, ຣັດເຊຍ, ເກົາ ຫລີໃຕ້, ອິນເດຍ, ສະຫະລັດອາເມລິກາ, ຍີ່ປຸ່ນ, ນິວຊີແລນ, ອົດສະຕຣາລີ) ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2024 ພາຍໃຕ້ຫົວຂໍ້ ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ ພາຍໃຕ້ການເປັນ ປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ, ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.






ຂປລ. ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ ຄັ້ງທີ
11 (ຈີນ, ຣັດເຊຍ, ເກົາ ຫລີໃຕ້, ອິນເດຍ, ສະຫະລັດອາເມລິກາ, ຍີ່ປຸ່ນ, ນິວຊີແລນ, ອົດສະຕຣາລີ) ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2024 ພາຍໃຕ້ຫົວຂໍ້ ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ ພາຍໃຕ້ການເປັນ ປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ, ຕີມໍແລັດສະເຕ, ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.






ໂອກາດນີ້
, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີ​ຄໍາ​ເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນທ່າມກາງສະພາການຂອງໂລກ ແລະ ພາກພື້ນ ມີຄວາມຫຍຸ້ງຍາກສັບສົນ, ສະລັບສັບຊ້ອນ ແລະ ຍາກທີ່ຈະຄາດຄະເນໄດ້ ມີຫລາຍພາກພື້ນໃນໂລກ ກຳລັງຜະເຊີນໜ້າກັບຄວາມໝັ້ນຄົງ ທາງການທະຫານ ແລະ ບໍ່ແມ່ນທາງ ການທະຫານ ທີ່ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສີນຂອງປະຊາຊົນ ກໍຄື ການພັດທະນາ ເສດຖະກິດ-ສັງຄົມໂດຍລ້ວມ. ສະນັ້ນ, ກອງປະຊຸມຄັ້ງນີ້, ຈັດຂຶ້ນແນໃສ່ເພື່ອປຶກສາຫາ ລື ແລະ ແລກປ່ຽນທັດສະນະກ່ຽວກັບ ສະພາບຄວາມໝັ້ນຄົງ ຂອງພາກພື້ນສາກົນທີ່ພົ້ນເດັ່ນ ເປັນຕົ້ນ ໄພຂົ່ມຂູ່ ແລະ ສິ່ງທ້າທາຍທາງ ດ້ານຄວາມໝັ້ນຄົງ ພາຍໃນພາກພື້ນ ກໍຄື ສາກົນ ເພື່ອເສີມຂະຫຍາຍການຮ່ວມມື ດ້ານວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ໃນການປົກປັກຮັກສາ ແລະ ສ້າງສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ ແລະ ສາ ກົນ. ສະພາບຄວາມໜັ້ນຄົງຂອງພາກພື້ນ ແລະ ສາກົນ ກໍໄດ້ຢໍ້າເຕືອນໃຫ້ອາຊຽນຕ້ອງໄດ້ ສົ່ງເສີມການສ້າງຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືທີ່ເປັນຮູບປະທຳ ເພື່ອສ້າງຄວາມພ້ອມ ໃນການຮັບມືກັບບັນຫາດັ່ງກ່າວ.




ໃນໂອກາດດຽວກັນ
, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມຍິນດີ ທີ່ແຜນການສາມປີຂອງໜ່ວຍງານຜູ້ຊ່ຽວຊານ ຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ ໄດ້ຖືກຮັບຮອງ ເຊິ່ງແຜນການດັ່ງກ່າວ, ຈະເປັນບາດກ້າວສຳຄັນໜຶ່ງ ສົ່ງເສີມການຮ່ວມມືທີ່ເປັນຮູບປະທໍາ ແລະ ການສ້າງຂີດ ຄວາມສາມາດຂອງບັນດາປະເທດສະມາຊິກ. ພ້ອມທັງຫວັງວ່າທຸກປະ ເທດ ສະມາຊິກອາຊຽນ-ບວກ ຈະໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນແຜນວຽກ ຂອງບັນດາໜ່ວຍງານດັ່ງກ່າວຢ່າງຕັ້ງໜ້າ.


ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top