ເຊກອງ ອະນຸມັດໃຫ້ພັດທະນາໂຄງການ ໄຟຟ້າແສງຕາເວັນ ກຳລັງຕິດຕັ້ງ 5 ເມກາວັດ

08/11/2024 11:45
Email Print 1714
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ວັນທີ 6 ພະຈິກ 2024 ຜ່ານມາ, ອົງການປົກຄອງແຂວງເຊກອງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເຊັນສັນຍາອະນຸ ມັດໃຫ້ ພັດທະນາໂຄງການ

\         ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ເຊ​ກອງ ​ໃຫ້​ຮູ້​ວ່າ: ວັນທີ 6 ພະຈິກ 2024 ຜ່ານມາ, ອົງການປົກຄອງແຂວງເຊກອງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເຊັນສັນຍາອະນຸ ມັດໃຫ້ ພັດທະນາໂຄງການ ໄຟຟ້າແສງຕາເວັນ  ອ່າງເກັບນ້ຳຫ້ວຍຂຽວ ມີກຳລັງຕິດຕັ້ງ 5 ເມກາວັດ(MW) ຢູ່ເຂດບ້ານໜອງບົງ ເມືອງລະມາມ ແຂວງເຊກອງ,  ມູນຄ່າ 4 ລ້ານກວ່າໂດລາສະຫະລັດ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ​ເຊ​ກອງ ແລະ ທ່ານ ໂພນ ພົມມະຈັນ ປະທານບໍລິສັດ ໂພນຊັບຈະເລີນກໍ່ສ້າງ-ສ້ອມແປງຂົວທາງ ເຄຫາສະຖານ ແລະຊົນລະປະທານ ຈຳກັດຜູ້ດຽວ ​ໂດຍ​ມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງຮ່ວມເປັນສັກຂີພິຍານ.
    ​ໂຄງການ​ດັ່ງກ່າວ, ມີກຳລັງຕິດຕັ້ງທັງໝົດ
5 ເມກາວັດ, ມີມູນຄ່າການກໍ່ສ້າງທັງໝົດ 4 ລ້ານກວ່າໂດລາສະຫະລັດ​, ນຳໃຊ້ແຜງໂຊລາເຊວ ຈຳນວນ 5.000 ແຜງ, ໄລຍະການກໍ່ສ້າງ ຫລື ພັດທະນາໂຄງການເປັນເວລາ 24 ເດືອນ ແມ່ນໃຫ້ສຳເລັດ,  ໂຄງການໄຟຟ້າພະລັງງານແສງຕາເວັນ ນັບວ່າເປັນພະລັງງານທົດແທນ ແລະ ທັງເປັນທາງເລືອກທີ່ສຳຄັນ ໃນການສ້າງຄວາມຫລາກຫລາຍ ຂອງແຫລ່ງຜະລິດພະລັງງານ, ເປັນພະລັງງານສະອາດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມບໍ່ຫລາຍ ເຊິ່ງຖືກຕ້ອງສອດຄ່ອງກັບທິດການພັດທະນາສີຂຽວຍືນຍົງ ຂອງລັດຖະບານ.

ຂ່າວ: ພຸດທະສອນ

KPL

ຂ່າວອື່ນໆ

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

    • ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນວັດທະນະທຳ-ສັງຄົມ

      ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ

      9/22/2026 12:16:05 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງເຊກອງ ສະຫລຸບ ຜົນການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນ ການ 3 ເດືອນທ້າຍປີ 2026, ຄວບ ຄູ່ກັບການເຊື່ອມຊຶມເນື້ອໃນເອກະ ສານສຳຄັນມູນເຊື້ອຂອງພັກ-ຂອງ ຊາດ ທ້າຍອາທິດຜ່ານມາ, ໂດຍ ການເປັນປະທານຂອງ ທ່ານ ຄຳ ພາ ໄຊຍະແສງ ກຳມະການພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ.

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

ads
ads

Top