ສ.ອາເມລິກາ ຈະຈັດສັນເງິນທຶນປັບປຸງ ໜ່ວຍຍາມຝັ່ງ ຟີລິບປິນ 8 ລ້ານໂດລາ

31/10/2024 22:15
Email Print 901
ຂປລ ສ.ອາເມລິກາ ໄດ້ຈັດສັນເງິນທຶນ ຈຳນວນ 8 ລ້ານໂດລາສະຫະລັດ ເພື່ອຊ່ວຍ ປັບປຸງ ໜ່ວຍຍາມຝັ່ງ ຂອງ ຟີລິບປິນ ໃຫ້ທັນສະໄໝ ຫລາຍຂຶ້ນ ທ່າມກາງ ສະພາບຄວາມຄັ່ງຕຶງ ຈາກ ແຮງກົດດັນ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ, ລັດຖະບານ ສ.ອາ​ເມ​ລິ​ກາ ໄດ້ຈັດ​ສັນ​ເງິນ​ທຶນ ຈຳນວນ 8 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ຊ່ວຍ ​ປັບປຸງ​ ໜ່ວຍ​ຍາມ​ຝັ່ງ​ ຂອງ ຟີ​ລິບ​ປິນ ​ໃຫ້​ທັນ​ສະ​ໄໝ ຫລາຍ​​ຂຶ້ນ ທ່າມກາງ ສະພາບ​ຄວາມ​ຄັ່ງ​ຕຶງ​ ຈາກ​ ແຮງ​ກົດ​ດັນ.  ໃນຂະນະດຽກັນ, ບ້ວງ​ເງິນ ​ດັ່ງກ່າວ ​ ຍັງປັບປຸງ​ ພື້ນຖານ​ ໂຄ່ງ​ລ່າງ, ພັດທະນາ​ໂປ​ແກຣມ ການ​ຝຶກ​ອົບຮົມ ​ແລະ ວາງ​ແຜນ​ ດ້ານຊັບພະຍາກອນ ອີກດ້ວຍ.

​          ການ​ເຈລະຈາ ທະວີ​ພາຄີ ທາງ​ທະ​ເລ ຢູ່ ນະຄອນຫລວງ ມາ​ນີລາ​ ຂອງ ຟີລິບ​ປິນ ທີ່ຈັດຂຶ້ນ​ ເມື່ອອາທິດ​ຜ່ານ​ມາ,  ສະຖານ​ເອກ​ອັກ ຄະ​ລັດຖະທູດ ສ.ອາ​ເມ​ລິ​ກາ ກ່າວ​ວ່າ: ​ໄດ້​ທົບ​ທວນ ​ຄວາມ​ຮ່ວມ​ມື ທີ່​ ດຳ​ເນີນ​ຢູ່ ​ແລະ ປຶກສາ​ຫາລື ​ແນວ​ທາງ ທີ່​ ທັງ​ສອງ​ຝ່າຍ​ ຈະ​ຮ່ວມ​ກັນ ຈັດການກັບ​ ຄວາມ​ທ້າ​ທາຍ ​ແລະ ຄວາມ​ກັງວົນ​ ຮ່ວມ​ກັນ ທາງ​ທະ​ເລ ​ໂດຍ​ສະ​ເພາະ ທະ​ເລ​ຈີນ​ໃຕ້. ນອກນັ້ນ ຖະ​ແຫລ​ງການ ກ່ຽວ​ກັບ ​ທ່າ​ທີ​ ຂອງ​ ການປະຕິບັດ​ການ​ ຄັ້ງ​ຫລ້າ​ສຸດ,  ໜ່ວຍ​ຍາມ​ຝັ່ງ​ຂອງ ສ.ອາ​ເມ​ລິ​ກາ ລະບຸ​ວ່າ: ຈະ​ສືບຕໍ່ ປະຕິບັດ​ການ ​ແລະ ຮ່ວມ​ມື ຢູ່ໃນ​ພາກພື້ນ ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ​ໃຕ້​ ຕໍ່​ໄປ ​ໂດຍຈະ​ເນັ້ນໃສ່ ​ການ​ຝຶກ​ອົບຮົມ, ການ​ສົ່ງ​ກຳລັງ ​ແລະ ການ​ເພີ່ມ​ຂິດ ​ຄວາມ​ສາມາດ ແລະ ອື່ນໆ./.

 

KPL

ຂ່າວອື່ນໆ

ads
ads

Top