BIM Group ເປີດໃຫ້ບໍລິການ ໂຮງແຮມ ມາດຖານ ຢູ່ນະຄອນຫລວງວຽງຈັນ

24/10/2024 14:41
Email Print 134
ຂປລ ຂປລ. ກຸ່ມບໍລິສັດ ບີມ ແລະ ກຸ່ມບໍລິຫານໂຮງແຮມ IHG Hotels & Resorts ເປີດນຳໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຢ່າງ​ເປັນ​ທາງ​ການ ​ໃນ​ກາງ​ເດືອນຕຸລາ 2024 ຜ່ານ​ມາ ​ຢູ່ນະຄອນຫລວງວຽງຈັນ, ເປັນໂຮງແຮມທີ່ນຳໃຊ້ຊື່ສັນຍາລັກ ການຄ້າມາດຕະຖານສາກົນ ແຫ່ງທີສອງ ຂອງກຸ່ມບໍລິສັດບີມ ໄດ້ສ້າງຕັ້ງ ແລະ ພັດທະນາ ຢູ່ ສປປ ລາວ ສືບເນື່ອງຈາກຜົນສຳເລັດຂອງໂຮງແຮມ ຄຣາວພລາຊາ ວຽງຈັນ.

ຂປລ. ກຸ່ມບໍລິສັດ ບີມ ແລະ ກຸ່ມບໍລິຫານໂຮງແຮມ IHG Hotels & Resortsເປີດນຳໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຢ່າງ​ເປັນ​ທາງ​ການ ​ໃນ​ກາງ​ເດືອນຕຸລາ 2024 ຜ່ານ​ມາ ​ຢູ່ນະຄອນຫລວງວຽງຈັນ, ເປັນໂຮງແຮມທີ່ນຳໃຊ້ຊື່ສັນຍາລັກ ການຄ້າມາດຕະຖານສາກົນ ແຫ່ງທີສອງ ຂອງກຸ່ມບໍລິສັດບີມ ໄດ້ສ້າງຕັ້ງ ແລະ ພັດທະນາ ຢູ່ ສປປ ລາວ ສືບເນື່ອງຈາກຜົນສຳເລັດຂອງໂຮງແຮມ ຄຣາວພລາຊາ ວຽງຈັນ.

ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ເປັນໂຄງການໜຶ່ງ ທີ່ຂຶ້ນກັບໂຄງການໂຮງແຮມ 5 ດາວ ແບບຄົບວົງຈອນ-ສູນການຄ້າ ແລະ ຫ້ອງການໃຫ້ເຊົ່າເກຣດ A ໂດຍແມ່ນບໍລິສັດ BIM Group  ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ຮ່ວມລົງທຶນພັດທະນາ, ເປັນໂຄງການແບບຢ່າງທີ່ພົ່ນເດັ່ນ ຊຶ່ງມີບົດບາດ ແລະ ຄວາມໝາຍສຳຄັນໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ - ຫວຽດນາມ. ໂຄງການນຳໃຊ້ທຶນລົງທຶນ ທັງໝົດ 90,75 ລ້ານໂດລາສະຫະລັດ, ໃນນັ້ນໄລຍະທີ 1 ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນປີ 2017 ລວມມີ: ໂຮງແຮມ 5 ດາວ ຄຣາວພລາຊາ ວຽງຈັນ ແລະ ອາຄານຫ້ອງການໃຫ້ເຊົ່າ ທີ່ມີພື້ນທີ່ເຊົ່າ 6.000 ຕາ​ແມັດ ​ແລະ ໄລຍະທີ 2 ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຂະຫຍາຍຫ້ອງປະຊຸມໃຫຍ່ ແລະ ອາຄານຫ້ອງການໃຫ້ເຊົ່າ-ສູນສັບພະສິນຄ້າ ເກຣດ A.

ທ່ານ ດວນ ກ໊ວກ ຮຸຍ ຮອງປະທານບໍລິຫານ, ອຳນວຍການໃຫຍ່ ກຸ່ມບໍລິສັດ BIM Group, ໄດ້​ໃຫ້​ຮູ້ວ່າ: ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຕັ້ງຢູ່ຈຸດໃຈກາງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ລວມມີ 10 ຊັ້ນ, ມີ 275 ຫ້ອງ. ໃນນັ້ນມີ 203 ຫ້ອງມາດຕະຖານ ແລະ 64 ຫ້ອງ Suite ມາດຕະຖານສູງ, ສູນຈັດກອງປະຊຸມໃຫຍ່, ມີບັນດາຮ້ານອາຫານເອີຣົບ ແລະ ອາຊີ, ສູນອອກກໍາລັງກາຍ (fitness center) ມາດຕະຖານສາກົນ, ສູນການຄ້າ, ສູນຮ້ານອາຫານ (food court) ແລະ ອາຄານຫ້ອງການໃຫ້ເຊົ່າ. ໂຄງການນີ້, ບໍ່ພຽງແຕ່ເປັນຂີດໝາຍສຳຄັນ ໃນການເດີນທາງເປັນເວລາ 30 ປີ ແຫ່ງການພັດທະນາກໍ່ສ້າງຂອງ ກຸ່ມບໍລິສັດ BIM Group, ແຕ່ຍັງເປັນສັນຍາລັກ ຂອງສາຍສຳພັນອັນເລິກເຊິ່ງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຈະກາຍເປັນຈຸດໝາຍທຳອິດ ໃນການຕ້ອນຮັບ, ການບໍລິການແຂກທ່ອງທ່ຽວ, ການມາພັກເຊົ່າ, ການຈັດກອງປະຊຸມລະດັບສາກົນ,​ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວ ຂອງນະຄອນຫລວງວຽງຈັນ ກໍຄື ສປປ ລາວ.

ພິທີເປີດນຳໃຊ້ ໂຮງແຮມດັ່ງກ່າວ, ຈັດ​ຂຶ້ນ​ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຫວຽດນາມ ແລະ ລາວ ຄົບຮອບ 62 ປີ, ເປັນສັນຍາລັກແຫ່ງສາຍສໍາພັນ ອັນແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ. ນີ້ເປັນຂີດໝາຍສໍາຄັນ ສະແດງໃຫ້ເຫັນໃນບັນດາໂຮງແຮມ ແລະ ສະຖານທີ່ພັກຜ່ອນ ຈຳນວນ 8 ແຫ່ງ ທີ່ກຸ່ມບໍລິສັດບີມ ໄດ້ພັດທະນາ ແລະ ເປີດນໍາໃຊ້ໃຫ້ບໍລິການຢູ່ ສສ ຫວຽດນາມ ແລະ ບັນດາປະເທດໄກ້ຄຽງ.

ຂໍ້​ມູນ: ຫອມໄຊຍະເດດ

KPL

ຂ່າວອື່ນໆ

ads
ads

Top