ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

16/10/2024 14:31
ຂປລ ຂປລ. ໃນວັນທີ 16 ຕຸລາ 2024 ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍ ການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນ ບຳນານ ໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການ​ໃຫຍ່ ສຳນັກຂ່າວສານປະເທດລາວ


ຂປລ. ໃນວັນທີ
16 ຕຸລາ 2024 ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍ ການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນ ບຳນານ ໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການ​ໃຫຍ່ ສຳນັກຂ່າວສານປະເທດລາວ ​ໂດຍ​ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ ເຂົ້າຮ່ວມ.



ໂອກາດດັ່ງກ່າວ
, ທ່ານ ຄຳເຜີຍ ພິລາພາ ໄດ້ລາຍງານກ່ຽວກັບສະພາບລວມຂອງສຳນັກຂ່າວ ສານປະເທດລາວ, ພ້ອມທັງລາຍງານສະພາບ ການເຄື່ອນໄຫວນຳພາ-ຊີ້ນຳ ການຈັດຕັ້ງ ປະຕິບັດວຽກງານ ຂອງສຳນັກຂ່າວສານປະເທດລາວ ຕະຫລອດໄລຍະເວລາ 4 ປີກວ່າຜ່ານມາ ເຊິ່ງໄດ້ມີຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ໄດ້ພ້ອມກັບຄະນະ ແລະ ອ້າຍນ້ອງ ພະນັກງານສູ້ຊົນຢ່າງສຸດຄວາມສາມາດ ໃນການປະຕິບັດໜ້າທີ່ ການເມືອງອັນມີກຽດ ຕາມທີ່ຕັ້ງ-ພາລະບົດບາດ, ໄດ້ຮັບໃຊ້ວຽກງານສໍາຄັນຕ່າງໆ ສໍາເລັດຜົນ ເປັນຕົ້ນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ, ບັ້ນເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸດທີ 2; ການເຄື່ອນໄຫວຂອງການນໍາຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ລວມເຖິງວັນ ສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ບັນດາກອງປະຊຸມໃຫຍ່ໆທີ່ລາວເປັນເຈົ້າພາບ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ແລະ ບັ້ນສໍາຄັນຕ່າງໆ ຢ່າງສໍາເລັດຜົນ. ນອກນັ້ນ, ຍັງໄດ້ຮ່ວມກັບໝູ່ຄະນະ ແລະ ອ້າຍເອື້ອຍນ້ອງ ເຮັດສຳເລັດປື້ມ 45 ປີ ສປປ ລາວ, ໂປສເຕີ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ 5 ອົງຄະນະພັກກະຊວງ ຖວທ, ປື້ມຮູບ ຊີວິດ-ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ຄຳໄຕ ສີພັນດອນ ໂອກາດ ຄົບຮອບ 100 ປີ ແລະ ອື່ນໆ.




ໂອກາດນີ້
, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງທ່ານ ຄຳເຜີຍ ພິລາພາ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງ ເຂົ້າສູ່ວຽກງານຢ່າງມີແບບແຜນ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ໃຫ້ວຽກງານ ຂອງສຳນັກຂ່າວສານປະເທດລາວ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍສະເພາະ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດ ໄດ້ຖືກເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ ຖືກ ຕ້ອງ ແລະ ທັນການ ຜ່ານຫລາຍຊ່ອງທາງ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ວັນນະສິນ ສິມມະວົງ ທີ່ໄດ້ຮັບຕໍາແໜ່ງຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວ ຄົນໃໝ່, ພ້ອມທັງ ເນັ້ນໃຫ້ ສືບຕໍ່ນໍາພາ-ຊີ້ນຳ ພະນັກງານ ທົ່ວສຳນັກຂ່າວສານປະເທດລາວ ຈັດຕັ້ງປະຕິບັດໜ້າທີ່ ການເມືອງ ຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການວຽກງານ ໃນໄລຍະໃໝ່. ພ້ອມທັງ ເນັ້ນໃຫ້ພ້ອມກັນເພີ່ມທະວີ ຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວ, ສູ້ຊົນປະຕິບັດໜ້າທີ່ວຽກງານຂອງຕົນ, ອັນໃດຍັງຊັກຊ້າຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ແມ່ນໃຫ້ພ້ອມ ກັນປັບປຸງແກ້ໄຂໃຫ້ໄວທີ່ສຸດ ແນໃສ່ຮັບປະກັບການເຄື່ອນໄຫວ ວຽກງານໃຫ້ມີປະສິດທິພາບ, ວ່ອງໄວ ແລະ ທັນເຫດການ, ທັງຍົກລະດັບໃຫ້ດີກວ່າເກົ່າ ແລະ ມີປະສິດທິພາບ. ພ້ອມທັງ ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ ແລະ ມອບ-ຮັບວຽກໃຫ້ກັນ ແລະ ກັນ ເປັນລາຍລັກອັກສອນ, ມີການປຶກສາຫາລື ແລະ ປະສານງານກັນຄັກແນ່, ສືບຕໍ່ເອົາໃຈໃສ່ເຮັດວຽກງານ ການເມືອງແນວຄິດ ກັບພະນັກ ງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານ, ມີຄວາມສາມັກຄີກັນແໜ້ນແຟ້ນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ, ຍຶດໜັ້ນແບບແຜນວິທີເຮັດວຽກ ລວມສູນປະຊາທິປະໄຕ ແລະ ນໍາພາໃນວຽກງານ ທີ່ຕົນຮັບຜິດຊອບ ຢ່າງມີຜົນສຳເລັດ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ມີບາດກ້າວໃໝ່ ຢ່າງໜັກແໜ້ນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ເອົາໃຈໃສ່ວຽກງານວິຊາສະເພາະ, ວຽກງານການສ້າງບຸກຄະລາກອນ ແລະ ໃຫ້ເອົາໃຈໃສ່ ສ້າງຜູ້ສືບທອດປ່ຽນແທນ ໃຫ້ມີຈຸດສຸມ, ມີແບບແຜນວິທີເຮັດວຽກ, ຕ້ອງປຶກສາຫາລືກັນເປັນໝູ່ຄະນະ ເພື່ອຊອກຫາວິທີການ ພັດທະນາວຽກງານຕ່າງໆ ຂອງສຳນັກຂ່າວສານປະເທດລາວ ໃຫ້ໄດ້ຮັບການພັດທະ ນາ-ສຳເລັດຕາມເປົ້າໝາຍ ແລະ ໃຫ້ເພີ່ມທະວີພົວພັນປະສານການ ກັບບັນດາກະຊວງຕ່າງໆ ອ້ອມຂ້າງສູນກາງ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆເຊິ່ງກັນ ແລະ ກັນ. ພ້ອມທັງ ພົວພັນຮ່ວມມືກັບເພື່ອມິດຍຸດທະສາດ ກໍຄື ບັນດາສຳນັກງານອົງການສື່ຕ່າງປະເທດ ປະຈຳ ລາວ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆເຊິ່ງກັນ ແລະ ກັນ.




ທ່ານ ໂພສີ ແກ້ວມະນີວົງ ຍັງໄດ້ຕີລາຄາສູງຕໍ່ຜົນງານຂອງ ທ່ານ ວິໄລ ມະນີລັດ ພະນັກງານ ອາວຸໂສ ທີ່ໄດ້ຮັບນະໂຍບາຍຮັບອຸດໜູນບຳນານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ສຸມທຸກເຫື່ອແຮງ
, ສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ ວຽກງານຢ່າງສຸດກົກສຸດປາຍ ແລະ ມີຜົນສຳເລັດອັນໃຫຍ່ຫລວງ, ປະກອບ ສ່ວນເຮັດໃຫ້ວຽກງານ ຂປລ ແລະ ວຽກງານຖະແຫລງຂ່າວ ຂອງກະຊວງ ຖວທ ໄດ້ຮັບການພັດທະນາເປັນກ້າວໆມາ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top