ຂປລ
ຂປລ. ກາເຟພູເບ້ຍລາວ ເປັນລິດຕະພັນຂອງຄົນລາວ ທີ່ໄດ້ເຂົ້າມາເປັນສ່ວນໜຶ່ງ ໃນການປະກອບສ່ວນ ຮັບໃຊ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມ ສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 8-11 ຕຸລາ 2024

ຂປລ. ກາເຟພູເບ້ຍລາວ ເປັນລິດຕະພັນຂອງຄົນລາວ ທີ່ໄດ້ເຂົ້າມາເປັນສ່ວນໜຶ່ງ ໃນການປະກອບສ່ວນ ຮັບໃຊ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມ ສຸດຍອດກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 8-11 ຕຸລາ 2024 ໂດຍໄດ້ນຳເອົາ ຜະລິດຕະພັນຂອງຕົນເອງ ມາສະໜັບສະໜູນ, ໃຫ້ບໍລິການ ຢູ່ສູນຂ່າວໄອຊີທີຊີ ນະຄອນຫລວງວຽງຈັນ ເພື່ອໃຫ້ນັກຂ່າວ ທັງພາຍໃນ-ຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດື່ມ, ໄດ້ຊີມລົດຊາດກະເຟລາວ ທີ່ມີຄຸນນະພາບຕະຫລອດ ທັງຕອນເຊົ້າ ແລະ ຕອນແລງ ໂດຍບໍ່ໄດ້ເສຍຄ່າ.

ທ່ານ ນາງ ສຸນັດຕາ ລິດປັນຍາ ປະທານບໍລິສັດ ກາເຟພູເບ້ຍ ຈໍາກັດ ໄດ້ໃຫ້ສຳພາດ ໃນວັນທີ 10 ຕຸລາ 2024 ນີ້ ໂດຍທ່ານໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈ ທີ່ໄດ້ມີໂອກາດ ນໍາເອົາກາເຟພູເບ້ຍລາວ ມາເປັນສ່ວນໜຶ່ງ ຊຸກຍູ້ໃຫ້ບໍລິການ ແກ່ກອງປະຊຸມສຸດຍອດອາຊຽນ ໃນຄັ້ງນີ້ ໂດຍໄດ້ເລີ່ມເອົາຜະລິດຕະພັນ ເຂົ້າມາໃຫ້ບໍລິການ ໃນວັນທີ 8 ຕຸລາ ເປັນຕົ້ນມາ, ຈົນເຖິງວັນທີ 11 ຕຸລາ 2024 ເຊິ່ງເຫັນໄດ້ວ່ານັກຂ່າວທັງພາຍໃນ ແລະ ຕ່າງປະເທດ ກໍຄື ຜູ້ທີ່ມາປະຕິບັດໜ້າທີ່ວຽກງານ ຮັບໃຊ້ກອງປະຊຸມຄັ້ງນີ້ ໃຫ້ຄວາມສົນໃຈ ແລະ ໃຫ້ການຕອບຮັບເປັນຢ່າງດີ, ມີທັງກະເຟຮ້ອນ, ກະເຟເຢັນ ແລະ ອື່ນໆ. ຈຸດພິເສດຂອງກາເຟພູເບ້ຍລາວ ເປັນກາເຟທໍາມະຊາດ ຂອງຄົນລາວ ປູກຢູ່ທາງພາກເໜືອຂອງ ສປປ ລາວ ໂດຍມີຄຳຂວັນ ທີ່ວ່າ: ກາເຟພູເບ້ຍລາວ ຫອມຫວນ ຊວນສົດຊື່ນ ດີຕໍ່ສຸຂະພາບ.

ທ່ານ ນາງ ສຸນັດຕາ ລິດປັນຍາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ກາເຟພູເບ້ຍລາວ ກໍໄດ້ປະກອບສ່ວນ ໃຫ້ການສະໜັບສະໜູນ ຫລາຍກອງປະຊຸມ ໂດຍສະເພາະ ກອງປະຊຸມອາຊຽນ ຕ່າງໆ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໂດຍເລີ່ມແຕ່ຕົ້ນປີ 2024 ເປັນຕົ້ນມາ ເຊິ່ງເຫັນໄດ້ວ່າ ມວນຊົນ ທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ຄວາມສົນໃຈ ເປັນຢ່າງດີ ແລະ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ໃນທ້ານປີ 2024 ນີ້, ບໍລິສັດ ກາເຟພູເບ້ຍຈໍາກັດ ຈະເປີດສາຂາ ຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ຢ່າງເປັນທາງການ.
ຂ່າວ: ກິດຕາ
KPL