ດອນພູວຽງ ທະເລນ້ຳຈືດທີ່ໜ້າຄົ້ນຫາ

07/10/2024 16:09
Email Print 4172
ຂປລ ນໍ້າງື່ມປຽບດັ່ງສາຍເລືອດ ເສັ້ນທີ 2 ຮອງຈາກແມ່ນໍ້າຂອງປະຊາຊົນລາວບັນດາເຜົ່າທີ່ບໍ່ພຽງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

*ນໍ້າງື່ມປຽບດັ່ງສາຍເລືອດ ເສັ້ນທີ 2 ຮອງຈາກແມ່ນໍ້າຂອງປະຊາຊົນລາວບັນດາເຜົ່າທີ່ບໍ່ພຽງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການຜະລິດກະສິກໍາເທົ່ານັ້ນ ຫາກຍັງເປັນໄມ້ງັດສໍາຄັນໃນການຂັບເຄື່ອນພາກອຸດສາຫະກໍາທ່ອງທ່ຽວລາວທີ່ໜ້າສົນໃຈບໍ່ໜ້ອຍ.

ດັ່ງທີ່ຮູ້ນໍາກັນ, ນໍ້າງື່ມມີຄວາມຍາວທັງໝົດປະມານ 350 ກວ່າກິໂລແມັດ, ມີຕົ້ນກໍາເນີດຈາກແຂວງຊຽງຂວາງໄຫລຜ່ານບັນດາບ້ານ, ເມືອງ ແລະ ແຂວງຕ່າງໆລົງສູ່ປາກແມ່ນນໍ້າຂອງຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຊິ່ງປະຊາຊົນລາວບັນດາເຜົ່າຢູ່ລຽບຕາມແຄມແມ່ນໍ້າດັ່ງກ່າວ ໄດ້ເພີ່ງພາອາໃສ ເພື່ອລ້ຽງຊີບຄືກັບສາຍເລືອດຂອງເຂົາເຈົ້າໃນການນໍາໃຊ້ນໍ້າງື່ມອຸປະໂພກ-ບໍລິໂພກ, ການຜະລິດກະສິກໍາເປັນສິນຄ້າ-ຄໍ້າປະກັນສະບຽງອາຫານ, ສະໜອງໃຫ້ການຜະລິດເປັນພະລັງງານໄຟຟ້າ ແຕ່ສິ່ງມະຫັດສະຈັນຂອງນໍ້າງື່ມນັ້ນ ໄດ້ກໍ່ໃຫ້ເກີດເປັນດອນເປັນໂຄກປ່າທີ່ອຸດົມສົມບູນ, ເປັນແຫລ່ງອາໃສຂອງສັດນໍ້ານາໆຊະນິດ ແລະ ເປັນຫາດຊາຍສີຂາວທີ່ສວຍງາມຈົນກາຍເປັນແຫລ່ງທ່ອງທ່ຽວທີ່ມີຊື່ດໂດ່ງດັງ ເປັນຕົ້ນວ່າ 4 ແຫລ່ງທ່ອງທ່ຽວທີ່ມີຊື່ສຽງຄື: ອ່າງນໍ້າງື່ມໜ້າເຂື່ຶອນໄຟຟ້ານໍ້າງື່ມ 1-2, ຫາດຊາຍຂາວ, ພູເຂົາຄວາຍ ແລະ ປ່າແປກໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຍອດນິຍົມທີ່ໜ້າຄົ້ນຫາ ແລະ ຄວນໄປສໍາຜັດທັງໃນລະດູແລ້ງ, ລະດູຝົນ ແລະ ລະດູໜາວທ່າມກາງທໍາມະຊາດທີ່ອຸດົມສົມບູນ ແລະ ມີປະຫວັດຄວາມເປັນມາເຊື່ອງຊ້ອນຢ່າງຫລວງຫລາຍ.

ມື້ນີ້ຜູ້ຂຽນຈະຍົກມາເລົ່າສູ່ຟັງບາງຕົວຢ່າງຂອງສະຖານທີ່ທອ່ງທ່ຽວທີ່ມີຄົນ ແລະ ນັກທ່ອງທ່ຽວເວົ້າສູ່ກັນຟັງຢ່າງໜາຫູຄື: ສະຖານທີ່ທ່ອງທ່ຽວດອນພູວຽງ ຫລື ຫາດຊາຍຂາວ ຕັ້ງຢູ່ໃຈກາງອ່າງນ້ຳງື່ມ. ຈຸດພິເສດຂອງດອນພູວຽງນີ້ ມີລັກສະນະເປັນເອກະລັກຄ້າຍແຄມທະເລສາບນໍ້າຈືດທີ່ສວຍງາມອີກແຫ່ງໜຶ່ງໃນປະເທດລາວ ແຕ່ຖ້າທ່ານໃດຢາກເຫັນຄວາມມະຫັດສະຈັນຂອງມັນໃຫ້ໄປໃນຍາມລະດູແລ້ງເທົ່ານັ້ນ ຖ້າເປັນລະດູຝົນນໍ້າຈະຖ້ວມໝົດເຫລືອໄວ້ແຕ່ດອນກັບປ່າໄມ້ເທົ່ານັ້ນ. ທ່ານໃດມັກສາຍທໍາມະຊາດ ແລະ ຕັ້ງແຄ້ມນອນແຮມຄືນບອກໄດ້ເລີຍວ່າ ທີ່ສຸດຂອງແຫລ່ງທ່ອງທ່ຽວທີ່ມີຄວາມສະຫງົບ, ນອນນັບດາວກາງຄືນ, ຟັງສຽງຄື້ນນໍ້າສາດໃສ່ແຄມຝັ່ງ, ລົງອາບນໍ້າຍາມແລງ ແລະ ຊົມຕາເວັນຮັບຂອບຟ້າ.

ຖ້າທ່ານໃດສົນໃຈຕ້ອງການຢາກໄປແນະນໍາດັ່ງນີ້: ໃຫ້ເດີນທາງມຸ່ງໜ້າໄປທາງສ່ວນສັດບ້ານເກີນ ແລະ ໄປຕາມເສັ້ນທາງສວນເສືອປ່າຣີເວີໄຊຈົນສຸດເສັ້ນທາງຈະເຫັນທ່ານໍ້າງື່ມເປັນທ່າເຮືອທີ່ບ້ານນາເຜີຍ ເມືອງທຸລະຄົມ ແຂວງວຽງຈັນ.

ການຂີ່ເຮືອໄປດອນພູວຽງ ແມ່ນໃຊ້ເວລາປະມານ 1-2 ຊົ່ວໂມງ, ສະນັ້ນກ່ອນຈະໄປດອນພູວຽງຕ້ອງໄດ້ໂທຈອງເຮືອກ່ອນລ່ວງໜ້າເດີ, ຕິດຕໍ່ສອບຖາມລາຄາ ແລະ ເວລາໄດ້ທີ່ເບີ 020 55510082. ໂດຍ: ເກີດຂວັນໃຈ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top