ຮອງນາຍົກລັດຖະມົນຕີ ອວຍພອນ ວັນຊາດ ສປ ຈີນ ຄົບຮອບ 75 ປີ

01/10/2024 13:21
Email Print 576
ຂປລ ຂປລ. ໃນວັນທີ 30 ກັນຍາ 2024 ຜ່ານມາ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາ ຊົນຈີນ ຄົບຮອບ 75 ປີ (01/10/1949-01/10/2024) ທີ່ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.




ຂປລ. ໃນວັນທີ
30 ກັນຍາ 2024 ຜ່ານມາ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ  ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາ ຊົນຈີນ ຄົບຮອບ 75 ປີ (01/10/1949-01/10/2024) ທີ່ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ໃນໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນຢ່າງຈິງໃຈຕໍ່ ສະຫາຍ ນາງ ຟາງ ຫົງ ພ້ອມດ້ວຍພະນັກງານ ສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ກໍຄື ການນໍາພັກ-ລັດ ຂອງ ສປ ຈີນ ເຊິ່ງຜົນສຳເລັດອັນໃຫຍ່ຫລວງທີ່ສະຫາຍຈີນ ອ້າຍນ້ອງຍາດມາໄດ້ຕະຫລອດໄລຍະ 75 ປີຜ່ານມາ ໂດຍສະເພາະ ຜົນສຳເລັດດ້ານວຽກງານການຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະ ກິດສ້າງສັນຕິພາບ ແລະ ການຮ່ວມມື, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງໂລກ ເຊິ່ງສອດຄ່ອງກັບແນວທາງ ນະໂຍບາຍການຕ່າງປະເທດ ຕາມຄວາມຄິດຂອງປະທານ ສີ ຈິ້ນຜິງ ວ່າດ້ວຍວຽກງານການຕ່າງປະເທດຂອງ ສປ ຈີນ ໃນຍຸກສະໄໝໃໝ່. ພ້ອມນີ້, ກໍມີຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງກະຊວງ ການຕ່າງປະເທດພວກເຮົາ ໃນຊຸມປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ; ສອງກະຊວງການຕ່າງປະ ເທດ ໄດ້ຮັກສາກົນໄກການເຮັດວຽກ, ປະສານງານ ແລະ ປຶກສາຫາລືຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາວຽກງານ ທີ່ການນຳຂັ້ນສູງ, ສອງພັກ-ສອງລັດ ໄດ້ຕົກລົງກັນ ຢ່າງມີປະສິດທິຜົນ ແລະ ມີຄຸນນະ ພາບສູງ.




ພ້ອມນີ້
, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຢໍ້າຄືນຢ່າງໜັກແໜ້ນວ່າ: ຄະນະນຳ ແລະ ພະ ນັກງານກະຊວງການຕ່າງປະເທດ ສປປ ລາວ ມີຄວາມຍິນດີທີ່ຈະສືບຕໍ່ ຮ່ວມມືຢ່າງໃກ້ຊິດກັບສະຫາຍ, ບັນດາການນຳ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນການປະກອບສ່ວນເສີມ ຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ແລະ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ເຫັນດີເປັນເອກະພາບຂອງ ສອງການນຳໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ. ພ້ອມນັ້ນ, ກໍຈະສືບຕໍ່ຮ່ວມເຮັດວຽກກັບສະຫາຍ ໃນການກຽມຄວາມພ້ອມຕ້ອນຮັບ ການນຳຂັ້ນສູງຂອງ ສປ ຈີນ ທີ່ຈະເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ຕຸລາ 2024 ນີ້.

ໃນໂອກາດດຽວກັນ, ສະຫາຍ ນາງ ຟາງ ຫົງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມຢືນ ຢັນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະເທດ ສປ ຈີນ ຈະສືບຕໍ່ຮັກສາມູນເຊື້ອ ການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາວຽກງານທີ່ຂັ້ນເທິງ ໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນ ສອງຊາດ ລາວ-ຈີນ, ຈີນ-ລາວ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດການເມືອງ

      ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດ

      1/21/2025 2:44:09 PM

      ຂປລ. ກົມຄຸ້ມຄອງບໍ່ແຮ່ ຈັດກອງປະຊຸມເປີດກວ້າງ ເພື່ອສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວັນທີ 20-21 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວການເມືອງ

      ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວ

      1/21/2025 2:30:37 PM

      ຂປລ. ໃນຕອນເຊົ້າວັນທີ 21 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມ ​ແລະ ເຮັດວຽກທາງການ ແຕ່ວັນທີ 21-23 ມັງກອນ 2025 ເຊິ່ງຖືກຕ້ອນຮັບໂດຍ ທ່ານ ມິຢາຊິຕະ ທາດະຢຸກິ (MIYASHITA Tadayuki) ຫົວໜ້າກົມພິທີ ການທູດ, ກະຊວງການຕ່າງປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    • ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່

      1/21/2025 2:26:11 PM

      ຂປລ. ພິທີປະກາດການແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິ ຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ຈັດ​ຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2025 ຢູ່ແຂວງສະຫວັນນະເຂດ​ໂດຍ​ມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນກາງພັກ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

ads
ads

Top