ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ

20/09/2024 14:11
ຂປລ ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (
Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ໃນກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ວ່າ: ອາຊຽນ ແລະ ຣັດເຊຍ ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ນັບມື້ນັບຫລາຍຂຶ້ນ. ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຣັດເຊຍ ໄດ້ເພີ່ມຂຶ້ນ 2,8% ຈາກ 15,4 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 15,8 ຕື້ໂດລາສະຫະລັດ ໃນປີ 2023. ພ້ອມກັນນັ້ນ
, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ  ຈາກຣັດເຊຍ ຢູ່ບັນດາປະເທດສະມາຊິກອາຊຽນ ໄດ້ເພີ່ມຂຶ້ນ 20,8% ຈາກ 166,2 ລ້ານໂດລາສະຫະລັດ ມາເປັນ 200,7 ລ້ານໂດລາສະຫະລັດ ໃນໄລຍະເວລາດຽວກັນ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຫວັງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາ ໄດ້ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ. ປີຜ່ານມາ ພວກເຮົາ ໄດ້ປຶກສາຫາລືກັນຫລາຍບັນຫາ ທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ຣັດເຊຍ, ໃນນັ້ນ ພວກເຮົາໄດ້ປຶກສາຫາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງສອງພາກພື້ນ ຫລາຍດ້ານເຊັ່ນ: ການຮັບປະກັນດ້ານສະບຽງອາຫານ ແລະ ພະລັງງານ, ການສ້າງຄວາມເຂັ້ມແຂງ ແກ່ຕ່ອງໂສ້ການສະໜອງ, ການຫັນເປັນດີຈິຕອນ ແລະ ການພັດທະນາ ແບບຍືນຍົງ; ພວກເຮົາຍັງໄດ້ແລກປ່ຽນ ທັດສະນະກ່ຽວກັບ ການຮ່ວມມືດ້ານກະສິກໍາ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫລຸດຜ່ອນຜົນກະທົບ ຈາກການປ່ຽນແປງສະພາບອາກາດ.



ທ່ານ ມະໄລທອງ ກົມມສິດ ຍັງກ່າວອີກວ່າ: ກອງປະຊຸມໃນຄັ້ງນີ້
, ຈະໄດ້ເນັ້ນໃສ່ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງອາຊຽນ ແລະ ຣັດເຊຍ ໄລຍະປີ 2021-2025  ພ້ອມທັງທົບທວນຄືນຜົນ ການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອາຊຽນ ແລະ ສະຫະພາບເສດຖະກິດຢູເລຊຽນ ໄລຍະປີ 2020-2025. ພວກເຮົາ ຍັງຈະໄດ້ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ ໃນຕໍ່ໜ້າ. ພ້ອມກັນນັ້ນ, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາອາຊຽນ ASEAN

      ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາ

      9/20/2024 3:18:52 PM

      ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.

    • ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານອາຊຽນ ASEAN

      ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

      9/20/2024 2:45:07 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

    • ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງອາຊຽນ ASEAN

      ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

      9/20/2024 2:18:19 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນ ທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

    • ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍອາຊຽນ ASEAN

      ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

      9/20/2024 2:02:44 PM

      ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທອາຊຽນ ASEAN

      ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

      9/20/2024 8:51:38 AM

      ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

ads
ads

Top