ລາວ-ອາເມລິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

20/09/2024 14:02
ຂປລ ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.



ຂປລ. ໃນວັນທີ 18 ກັນຍາ 2024 ຜ່ານມາ
, ທີ່ນະຄອນຫລວງວຽງຈັນ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າອາເມລິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມຄະນະ ໃນໂອກາດທີ່ເດີນມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສະຫະລັດອາເມລິກາ ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.



ໂອກາດນີ້, ສອງຝ່າຍກໍໄດ້ປຶກສາຫາລື ກ່ຽວກັບການຄ້າສອງຝ່າຍ, ໃນນັ້ນຈະກວມເອົາມາດຕະຖານເຄື່ອງຍົນ ຂອງ ສ ອາເມລິກາ ເຊິ່ງໄລຍະຜ່ານມາ ສ ອາເມລິກາ ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອແກ່ ສປປ ລາວ ຜ່ານໂຄງການທີ່ສໍາຄັນຕ່າງໆ ທັງໃນຂອບຮ່ວມມື ສອງຝ່າຍ
, ຫລາຍຝ່າຍ ແລະ ຂອບອາຊຽນ-ສ ອາເມລິກາ. ພ້ອມນີ້, ລັດຖະບານ ສ ອາເມລິກາ ຍັງສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.



ພ້ອມນີ້ ທ່ານ ມະໂນທອງ ວົງໄຊ ຍັງສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຊາຣາ ແອວເລີມາ ພ້ອມດ້ວຍຄະນະ ໃນການພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ-ສະຫະ ລັດອາເມລິກາ ທີ່ ນະຄອນຫລວງວຽງຈັນ ສປປ ລາວ.



ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາອາຊຽນ ASEAN

      ປີ 2023 ມູນຄ່າການຄ້າ ລະຫວ່າງ ອາຊຽນ-ຮົງກົງ ປະຕິບັດໄດ້ 117,4 ຕື້ໂດລາ

      9/20/2024 3:18:52 PM

      ຂປລ. ອາຊຽນ ແລະ ຮົງກົງ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ຮົງກົງ ມີມູນຄ່າ 117,4 ຕື້ໂດລາສະຫະລັດ, ກວມເອົາ 3,3% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ຮົງກົງ ເປັນຄູ່ຄ້າອັນດັບທີ 11 ຂອງອາຊຽນ.

    • ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານອາຊຽນ ASEAN

      ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ

      9/20/2024 2:45:07 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຈັດຂຶ້ນ, ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ດູກຣາດ ອາເລັກຊານເດີ (Douglas Alexander) ລັດຖະມົນຕີ ກະຊວງທຸລະກິດ ແລະ ການຄ້າ ຂອງອັງກິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຜູ້ແທນອາຊຽນເຂົ້າຮ່ວມ.

    • ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງອາຊຽນ ASEAN

      ອາຊຽນ-ສະວິດ ເປັນຄູ່ຮ່ວມມືດ້ານເສດຖະກິດ ທີ່ມີການເຊື່ອມໂຍງການຄ້າ-ການລົງທຶນທີ່ເຂັ້ມແຂງ

      9/20/2024 2:18:19 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະວິດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຮເລັນ ບັດລິເກີ ອາຕີດາ (Helene Budliger Artieda) ລັດຖະມົນຕີກະຊວງເສດຖະກິດການສຶກສາ ແລະ ການຄົ້ນຄວ້າ ຂອງປະເທດສະວິດ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ບັນດາຄະນະຜູ້ແທນ ທີ່ຈາກປະເທດອາຊຽນ ເຂົ້າຮ່ວມ.

    • ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນອາຊຽນ ASEAN

      ອາຊຽນ-ຣັດເຊຍ ຫາລືການເພີ່ມທະວີການ ຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ

      9/20/2024 2:11:28 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຣັດເຊຍ ຄັ້ງທີ 13 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ວາລາດິເມຍ ອິລິເຊບ (Vladimir IIyichev) ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ຂອງສະຫະພັນຣັດເຊຍ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທອາຊຽນ ASEAN

      ພີໄອເອັມ ມອບທຶນໃຫ້ນັກສຶກສາລາວ 60 ທຶນຕໍ່ປີ ເພື່ອຮຽນຕໍ່ໃນປະເທດໄທ

      9/20/2024 8:51:38 AM

      ດັ່ງທີ່ຮູ້ນໍາກັນພວກເຮົາມາເຮັດທຸລະກິດຢູ່ທີ່ນີ້ ເພື່ອຕັ້ງໃຈປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ.

ads
ads

Top