ສິງກະໂປມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ສປປ ລາວ

20/09/2024 14:31
ຂປລ ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ Sudesh Maniar ເອກອັກຄະລັດ ຖະທູດສິງກະໂປ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງລາວ ແລະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອ ບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ
, ຕາງໜ້າມອບໂດຍ ທ່ານ Sudesh Maniar ເອກອັກຄະລັດ ຖະທູດສິງກະໂປ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງລາວ ແລະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ຜ້າຫົ່ມ
, ຊຸດອາຫານ, ເຄື່ອງຕອງນໍ້າ ແລະ ອື່ນໆ, ເປັນເຄື່ອງຊ່ວຍເຫລືອດ້ານມະນຸດສະທຳ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອ ສຸກເສີນແກ່ຜູ້ປະສົບໄພພິບັດ ເຊິ່ງຈະ ຊ່ວຍເປັນການປະກອບສ່ວນສຳຄັນໃຫ້ແກ່ ສປປ ລາວ ໃນການກຽມຄວາມພ້ອມ ເພື່ອສາມາດຮັບມືກັບ ໄພພິບັດສຸກ ເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ ເພື່ອຊ່ວຍເຫລືອຜູ້ໄດ້ ຮັບຜົນກະທົບຈາກໄພພິບັດຕ່າງໆ, ໂດຍສະເພາະຜູ້ ໄດ້ຮັບຜົນກະທົບຈາກ ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນ ສປປ ລາວ.

ເຄື່ອງຊ່ວຍເຫລືອຄັ້ງນີ້, ແມ່ນຖືກຂົນສົ່ງມາໂດຍ ເຮືອບິນຂອງກອງທັບອາກາດ ສິງກະໂປ ເຊິ່ງເຮືອບິນດັ່ງ ກ່າວ ຍັງໄດ້ປະກອບສ່ວນລຳລຽງເຄື່ອງຊ່ວຍຈາກ ສູນຊ່ວຍເຫລືອໄພພິບັດສຸກເສີນອາຊຽນ(AHA) ນຳມາຊ່ວຍ ເຫລືອ ສປປ ລາວ ອີກດ້ວຍ.

ຂ່າວ-ພາບ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top