ປະທານອົງການກວດກາແຫ່ງລັດ ມອບ ເງິນຊ່ວຍແກ້ໄຂໄພນໍ້າຖ້ວມ ຢູ່ຫລວງພະບາງ

17/09/2024 20:22
Email Print 204
ຂປລ ຂປລ. ໃນວັນທີ 17 ກັນຍາ 2024 ນີ້, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂັ້ນ​ສູນ​ກາງ ພ້ອມຄະນະ ລົງຢ້ຽມຢາມ ​ແລະ ມອບ​ຈຳນວນ 1 ຕື້ກີບ ໃຫ້ແຂວງຫລວງພະບາງ ເພື່ອນຳໃຊ້ເຂົ້າໃນການແກ້ໄຂ ໄພພິບັດນໍ້າຖ້ວມ ຢູ່ແຂວງຫລວງພະບາງ ​ໂດຍ​ມີ ທ່ານ ຄໍາຂັນ ຈັນທະວີສຸກ ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ພ້ອມ​ຄະນະ​ໃຫ້ການ​ຕ້ອນຮັບ.




ຂປລ. ໃນວັນທີ
17 ກັນຍາ 2024 ນີ້, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂັ້ນ​ສູນ​ກາງ ພ້ອມຄະນະ ລົງຢ້ຽມຢາມ ​ແລະ ມອບ​ຈຳນວນ 1 ຕື້ກີບ ໃຫ້ແຂວງຫລວງພະບາງ ເພື່ອນຳໃຊ້ເຂົ້າໃນການແກ້ໄຂ ໄພພິບັດນໍ້າຖ້ວມ ຢູ່ແຂວງຫລວງພະບາງ ​ໂດຍ​ມີ ທ່ານ ຄໍາຂັນ ຈັນທະວີສຸກ ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ພ້ອມ​ຄະນະ​ໃຫ້ການ​ຕ້ອນຮັບ.



ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍໄດ້ລາຍງານສະພາບ ກ່ຽວກັບໄພພິບັດຢູ່ແຂວງຫລວງພະບາງ ໃນລະຫວ່າງວັນທີ
23-25 ກໍລະກົດ 2024 ວ່າ: ຜົນກະທົບາກນໍ້າຖ້ວມໃນເບື້ອງຕົ້ນມີ 3 ເມືອງຄື: ເມືອງໂພນທອງ, ເມືອງວຽງຄຳ ​ແລະ ເມືອງປາກແຊງ, ລວມມີ 19 ບ້ານ, 757 ຄອບຄົວ, ຈຳນວນພົນທີ່ໄດ້ຮັບຜົນກະທົບ 4.284 ຄົນ, ຍິງ 2.214 ຄົນ, ລວມມູນຄ່າເສຍຫາຍເບື້ອງຕົ້ນ 8 ຕື້ກວ່າກີບ, ເນື້ອທີ່ທຳການຜະລິດຖືກຜົນກະທົບ ແລະ ເສຍຫາຍ ມີເນື້ອທີ່ນາ 36 ກວ່າເຮັກຕາ, ເນື້ອທີ່ໄຮ່ 10 ກວ່າເຮັກຕາ, ສັດລ້ຽງເສຍຫາຍ ເປັນຕົ້ນ ງົວ, ຄວາຍ 50 ໂຕ, ໝູ 100 ໂຕ, ສັດປີກ 2.000 ໂຕ, ໜອງປາ 32 ໜອງ, ຊົນລະປະທານເສຍຫາຍ 4 ແຫ່ງ, ລະບົບນໍ້າລິນ ເສຍຫາຍ 13 ບ້ານ, ເສັ້ນ ທາງຫລວງ ແລະ ເສັ້ນທາງຊົນນະບົດຖືກຕັດຂາດ ແລະ ເປ່ເພ ເສຍຫາຍ 5 ເສັ້ນ, ລະບົບຕາໜ່າງໄຟຟ້າຖືກຜົນກະທົບ 20 ບ້ານ, ເຮັດໃຫ້ເສົາໄຟຟ້າເບຕົງຫັກເສຍຫາຍ 29 ຕົ້ນ.

 

ສໍາລັບນະຄອນ-ຫລວງພະບາງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນລະຫວ່າງວັນທີ
8-14 ກັນຍາ 2024 ມີທັງໝົດ 17 ບ້ານ, 237 ຄອບຄົວ, ຄອບຄົວທີ່ນໍ້າຖວມ ແລະ ຍົກຍ້າຍອອກ 90 ຄອບຄົວ. ໃນນັ້ນ, ມີຄອບຄົວທຸກ 3 ຄອບຄົວ ປະເມີນຜົນເສຍຫາຍເບື້ອງຕົ້ນ 493 ລ້ານກວ່າກີບ. ຜົນເສຍຫາຍສ່ວນຫລາຍແມ່ນ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງເຟີນີເຈີ ແລະ ອື່ນໆ.



ໂອກາດດຽວ​ກັນນີ້
, ທ່ານ ຄໍາພັນ ພົມມະທັດ ກໍໄດ້ມອບເງິນ ໃຫ້ຄະນະກວດກາພັກ-ລັດແຂວງ ຈຳນວນ 200 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານ. ຈາກນັ້ນ, ທ່ານເຈົ້າແຂວງພ້ອມດ້ວຍການນຳນະຄອນ ກໍໄດ້ນຳພາ ທ່ານ ຄຳພັນ ພົມມະທັດ ໄປຢ້ຽມຢາມ ແລະ ລົງພື້ນທີ່ ບ້ານທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຍື່ງຖ້ວມ ເຊັ່ນ: ບ້ານໂພນສະອາດ, ບ້ານ ພະບາດໃຕ້ ແລະ ບ້ານສັງຄະໂລກ ຕື່ມອີກ.

ຂ່າວ-ພາບ: ດາວອນ ມະນີວັນ

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top