ຂປລ
ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ຫລີຢີ່ຜິງ ກໍຄື ສູນວັດທະ ນະທຳຈີນ ປະຈຳ ສປປ ລາວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມສຳຄັນ ໃນຍາມທີ່ສັງຄົມຜະເຊີນກັບ ໄພພິບັດທາງທຳມະຊາດ ໃນຄັ້ງນີ້ ແລະ ໄດ້ນຳເອົາເງິນ ຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນສໍາຄັນ ເຂົ້າໃນການຕອບໂຕ້ໄພພິບັດ ຢູ່ ສປປ ລາວ ກໍຄື ຊ່ວຍເຫລືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມໃຫ້ມີຊິວິດ ການເປັນຢູ່ໃນເບື້ອງຕົນດີຂຶ້ນ ແລະ ກ້າວໄປເຖິງກັບຄືນສູ່ ສະພາບປົກກະຕິໂດຍໄວ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢ່າງທົ່ວເຖິງ.
ກະຊວງ ຖວທ ເລີ່ມຮັບບໍລິຈາກ ການຊ່ວຍເຫລືອຈາກສັງຄົມ ໃນວັນທີ 16-18 ກັນຍາ 2024 ມີຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເຂົ້າມາມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫລືອຕ້ານໄພນ້ຳຖ້ວມ ຢູ່ ສປປ ລາວ ລວມເປັນມູນຄ່າ ທັງໝົດ 175 ລ້ານກວ່າກີບ.
ຂ່າວ-ພາບ: ທະນູທອງ
KPL