ມອບອຸປະກອນຊ່ວຍເຫລືອສຸກເສີນ ໃຫ້ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

17/09/2024 20:02
Email Print 177
ຂປລ ຂປລ. ໃນວັນທີ 15 ກັນຍາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ອຸຍ​ນີ​ເຊບ ໄດ້ມອບອຸປະກອນດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ເປັນຕົ້ນ​ແມ່ນຢາເມັດຄະລໍລີນ ສຳລັບຂ້າເຊື້ອໃນນ້ຳດື່ມ 1.100.000 ເມັດ, ຄຸໃສ່ນ້ຳຫລາຍກ່ວາ 250 ໜ່ວຍ, ສະບູ 4.000 ກ້ອນ, ຕຸກໃສ່ນ້ຳດື່ມ 250 ຕຸກ, ຖັງນ້ຳສຳລັບຢາຍນ້ຳດື່ມ 5 ຖັງ, ຜ້າອະນາໄມຜູ້ຍິງ 200 ແພັກ, ໂອຢາງ 400 ໜ່ວຍ ເເລະ ຜ້າບັດ 5 ຜືນ ໃຫ້ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທົ່ວ ທັງໝົດ 486 ບ້ານ ໃນ 8 ແຂວງ ຂອງ ສປປ ລາວ



ຂປລ. ໃນວັນທີ
15 ກັນຍາ  2024  ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ອຸຍ​ນີ​ເຊບ ໄດ້ມອບອຸປະກອນດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ເປັນຕົ້ນ​ແມ່ນຢາເມັດຄະລໍລີນ ສຳລັບຂ້າເຊື້ອໃນນ້ຳດື່ມ 1.100.000 ເມັດ, ຄຸໃສ່ນ້ຳຫລາຍກ່ວາ 250 ໜ່ວຍ, ສະບູ 4.000 ກ້ອນ, ຕຸກໃສ່ນ້ຳດື່ມ 250 ຕຸກ, ຖັງນ້ຳສຳລັບຢາຍນ້ຳດື່ມ 5 ຖັງ, ຜ້າອະນາໄມຜູ້ຍິງ 200 ແພັກ, ໂອຢາງ 400 ໜ່ວຍ ເເລະ ຜ້າບັດ 5 ຜືນ ໃຫ້ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທົ່ວ ທັງໝົດ 486 ບ້ານ ໃນ 8 ແຂວງ ຂອງ ສປປ ລາວ ເພື່ອຮັບປະກັນການເຂົ້າເຖິງນໍ້າທີ່ປອດໄພ ແລະ ສຸຂະອະນາໄມ ຂອງຄອບຄົວທີ່ໄດ້ຮັບຜົນກະທົບ ແນໃສ່ການ ຫລຸດຜ່ອນຄວາມສ່ຽງ ຕໍ່ພະຍາດຕິດຕໍ່ທາງນ້ຳ ເຊັ່ນ: ພະ ຍາດຖອກທ້ອງ ແລະ ໂລກອະຫິວາ ເຊິ່ງເປັນຄວາມສ່ຽງທີ່ສາມາດເພີ່ມຂຶ້ນໄດ້ ພາຍຫລັງເກີດເຫດໄພນໍ້າຖ້ວມ.



ທ່ານ ບິລາລ ດູຣານິ ຜູ້ຕາງໜ້າ ອົງການອຸຍ​ນິ​ເຊບ ປະຈຳ ສປປ ລາວ
​ໄດ້ກ່າວວ່າ: ອົງການອຸຍ​ນີ​ເຊບ ມີຄວາມພາກພູມໃຈ ທີ່ໄດ້ຊ່ວຍສະໜັບສະໜູນແກ່ ລັດຖະບານ ແຫ່ງ ສປປ ລາວ ໃນໄລຍະທີ່ພົບຄວາມຫຍຸ້ງຍາກນີ້ ແລະ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດ, ຮ່ວມມືກັບທຸກພາກສ່ວນ ເພື່ອຊ່ວຍ ເຫລືອຄອບຄົວທີ່ໄດ້ຮັບຜົນກະທົບ ໂດຍສະເພາະ ແມ່ນເດັກນ້ອຍ. ການເຂົ້າເຖິງນ້ຳສະອາດ ແລະ ສຸຂະອະນາໄມ ແມ່ນມາດຕະການປ້ອງກັນພື້ນຖານທີ່ສຳຄັນຫລາຍໃນເຫດສຸກເສີນດັ່ງກ່າວ ເພື່ອຫລຸດ ຜ່ອນຄວາມສ່ຽງຕໍ່ການລະບາດຂອງພະຍາດ ໂດຍສະເພາະໃນເດັກນ້ອຍ.




ພ້ອມກັນ​ນີ້, ທ່ານ ພົມປະເສີດ ໄຊຍະແສງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ປະຕິບັດການຢ່າງວ່ອງໄວ ໃນເຫດ ການສຸກເສີນ ເຊິ່ງບຸລິມະສິດຂອງພວກເຮົາ ແມ່ນການປົກປ້ອງສຸຂະພາບຂອງຊຸມຊົນ
ໂດຍສະເພາະແມ່ນເດັກນ້ອຍ ເຊິ່ງເປັນກຸ່ມທີ່ມີ ຄວາມສ່ຽງທີ່ສຸດ ໃນເວລາເກີດໄພນ້ຳຖ້ວມ. ການຊ່ວຍເຫລືອທີ່ທັນເວລາຈາກອົງການອຸຍ​ນີ​ເຊບ ແລະ ຄູ່ຮ່ວມພັດທະນາ ໄດ້ຊ່ວຍໃຫ້ພວກເຮົາສາມາດຕອບສະໜອງຊັບ ພະຍາກອນທີ່ຈຳເປັນ ເພື່ອປ້ອງກັນການແພ່ລະບາດຂອງພະຍາດ ແລະ ປົກປ້ອງສະຫວັດດີການຂອງປະຊາຊົນລາວ.




ຢ່າງໃດກໍຕາມ ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ລັດ ຖະບານ ແຫ່ງ ສປປ ລາວ ເພື່ອຮັບປະກັນວ່າ ທຸກໆຊຸມຊົນ
, ບ້ານ ທີ່ໄດ້ຮັບຜົນກະທົບຈາກເຫດການສຸກເສີນນີ້ ຈະສາມາດເຂົ້າເຖິງການບໍລິການດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ໄດ້ຢ່າງທົ່ວເຖິງ.

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top