ບໍລິສັດໄຟຟ້າ ປາກແບງ ຈຳກັດໄດ້ຈັດກິດຈະກຳ “ຮ່ວມກັນສະຫຼອງບຸນປະເພນີທີ່ດີງາມ”ໃຫ້ພະນັກງານລາວ ແລະ ພະນັກງານຈີນ

17/09/2024 17:50
Email Print 179
ຂປລ ໃນວັນທີ 13 ກັນຍາ, ບໍລິສັດໄຟຟ້າ ປາກແບງ ຈຳກັດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງບຸນໄຫວ້ພະຈັນພາຍໃຕ້ຫົວຂໍ້ “ຮ່ວມກັນສະຫຼອງບຸນປະເພນີທີ່ດີງາມ”, ໃນກິດຈະກຳດັ່ງກ່າວ, ພະນັກງານລາວ ແລະ ພະນັກງານຈີນໄດ້ເຕົ້າໂຮມກັນຢ່າງມ່ວນຊື່ນ.

 

 

  ໃນວັນທີ 13 ກັນຍາ, ບໍລິສັດໄຟຟ້າ ປາກແບງ ຈຳກັດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງ ບຸນໄຫວ້ພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນສະຫຼອງບຸນປະເພນີທີ່ດີງາມ, ໃນກິດຈະກຳດັ່ງກ່າວ, ພະນັກງານລາວ ແລະ ພະນັກງານຈີນໄດ້ເຕົ້າໂຮມກັນຢ່າງມ່ວນຊື່ນ, ພ້ອມທັງໄດ້ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສ້າງຄວາມສາມັກຄີ ລະຫວ່າງພະນັກງານລາວ ແລະ ຈີນ, ເພື່ອກາຍເປັນກຳລັງການຮ່ວມມືທີ່ເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອໃຫ້ການພັດ ທະນາຂະແໜງພະລັງງານໄຟຟ້າຂອງລາວ ໄດ້ຫັນປ່ຽນຮູບແບບຕາມທິດສີຂຽວ ແລະ ຕອບສະໜອງຄວາມຕ້ອງການດ້ານໄຟຟ້າຂອງລາວ.

ບຸນໄຫວ້ພະຈັນເປັນບຸນປະເພນີດັ້ງເດີມຂອງຈີນ, ການສະຫຼອງວັນບຸນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ປະຊາຊົນຈີນມີຄວາມປາດຖະໜາ ຢາກໃຫ້ຄອບຄົວໄດ້ເຕົ້າໂຮມກັນຢ່າງພ້ອມໜ້າພ້ອມຕາກັນ, ປະຊາຊົນມີຄວາມຜາສຸກ, ປະ ເທດຊາດມີຄວາມສະຫງົບສຸກ ແລະ  ທົ່ວປວງຊົນມີຄວາມສະຫວັດດີພາບ. ຜູ້ອຳນວຍການຂອງບໍລິສັດໄຟຟ້າ ປາກແບງໄດ້ໃຫ້ຄວາມເຫັນວ່າ ໃນເດືອນຕຸລາປີກາຍນີ້, ຫົວໜ້າຂອງກຸ່ມບໍລິສັດ ໄຊນາ ຕ້າຖັງ ຈຳກັດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.ໃນເດືອນມັງກອນປີນີ້, ຄະນະຜູ້ແທນຝ່າຍລາວ ເຊິ່ງນຳໂດຍທ່ານ ດຣ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດ ໄຊນາ ຕ້າຖັງ ຈຳກັດ;ນອກນັ້ນ, ບັນດາການນຳກະຊວງຂອງລາວ ທີ່ກ່ຽວຂ້ອງກໍໄດ້ມີການແລກປ່ຽນ ຄວາມຄິດຄວາມເຫັນ ຢ່າງເປັນມິດຕະພາບກັບຜູ້ຮັບຜິດຊອບຂອງບໍລິສັດໄຊນາ ຕ້າຖັງກ່ຽວກັບການສົ່ງເສີມການຮ່ວມມື ດ້ານຂະແໜງພະລັງງານໄຟຟ້າ ໃຫ້ເຂົ້າສູ່ລວງເລິກ. ໃນເວລາດຽວກັນ, ຕັ້ງແຕ່ບໍລິສັດໄຟຟ້າ ປາກແບງ ຈຳກັດ ໄດ້ສ້າງຕັ້ງຂຶ້ນເປັນເວລາ 1 ປີຜ່ານມາ, ທາງບໍລິສັດໄດ້ໃຫ້ຄວາມສຳຄັນ ກັບການສ້າງວຽກເຮັດງານທຳ ໃຫ້ກັບພະນັກງານລາວ ແລະ ເປີດໂອກາດໃຫ້ນັກສຶກສາລາວໄດ້ຝຶກງານ, ພ້ອມທັງໄດ້ເພີ່ມຄວາມເອົາໃຈໃສ່ ຕໍ່ພະນັກງານ, ຈັດກິດຈະກຳຝຶກອົບຮົມໃຫ້ພະນັກງານ, ເຮັດໃຫ້ເຂົາເຈົ້າ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນອອກມາ, ເພື່ອສ້າງເປັນໂຄງການຂີດໝາຍ, ພວກເຮົາໄດ້ຕັ້ງຫຼັກປັກຖານຢູ່ລາວ, ປະກອບກຳລັງຂອງຕົນ ເພື່ອສົ່ງເສີມການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ສົ່ງເສີມ ໃຫ້ເສດຖະກິດສັງຄົມຂອງລາວມີການພັດທະນາ.

ຜູ້ອຳນວຍການຂອງບໍລິສັດໄຟຟ້າ ປາກແບງ ຍັງໄດ້ໃຫ້ຄວາມເຫັນວ່າ ການພັດທະນາຂອງລາວ ໄດ້ເພີ່ມຄວາມວ່ອງໄວຂຶ້ນ, ມີເງື່ອນໄຂທີ່ດີໃນການພັດທະນາ ຂະແໜງອຸດສາຫະກຳໄຟຟ້າ, ລາວຍັງໄດ້ສະເໜີ ຍຸດທະສາດດ້ານພະລັງ ງານລະດັບ5A , ຫວັງວ່າພະນັກງານທຸກຄົນ ຈົ່ງສົ່ງເສີມຈິດໃຈການເອົາໃຈໃສ່ຄວາມປອງດອງ, ຄວາມສາມັກຄີ, ຮັກປະເທດຊາດ ແລະ ຮັກຄອບຄົວຂອງຕົນ, ຕ້ອງຮ່ວມມືກັນຢ່າງໃກ້ຊິດ, ມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ເພື່ອຍາດ ໄດ້ຜົນງານລະດັບດີຢ້ຽມ, ສ້າງໂຄງການເຂື່ອນໄຟຟ້າປາກແບງ ໃຫ້ເປັນໂຄງການຕົວແບບ ໃນອາຊີຕາເວັນອອກສ່ຽງໃຕ້, ສູ້ຊົນສ້າງວຽກເຮັດງານທຳ ໃຫ້ຫຼາຍຂຶ້ນກວ່າເກົ່າ, ເພີ່ມກຳລັງຂັບເຄື່່ອນທີ່ເຂັ້ມແຂງ ເຂົ້າໃນການພັດທະນາຂອງລາວຕາມທິດສີຂຽວ ແລະ ປ່ອຍກາສກາກໂບນິກຕໍ່າ.

ນາງ ທິລະພັນ ນ້ອຍວົງ, ອາຍຸ 21ປີ, ເປັນນັກສຶກສາທີ່່ຮຽນຈົບ ຈາກຄະນະວິທະຍາສາດສິ່ງແວດລ້ອມ, ລາວຫາກໍ່ເລີ່ມເຮັດວຽກໃນຫວ່າງເດືອນສິງຫາ. ລາວໄດ້ໃຫ້ຄວາມເຫັນວ່າ ໃນບໍລິສັດນີ້, ຕົນໄດ້ຮູ້ສຶກວ່າພະນັກງານໄດ້ເຄົາ ລົບ ແລະ ນັບຖືເຊິ່ງກັນ ແລະ ກັນ, ການເປັນຜູ້ໃຫຍ່ຫຼາຍຂຶ້ນ ເຮັດໃຫ້ລາວໄດ້ມີຄວາມສຸກຫຼາຍກວ່າເກົ່າ ແລະ ລາວ ຈະພະຍາຍາມເຮັດວຽກ, ຮຽນຮູ້ຫຼາຍສິ່ງຫຼາຍຢ່າງ, ເພື່ອກາຍເປັນຂົວຕໍ່ມິດຕະພາບ ລະຫວ່າງລາວ-ຈີນ ແລະ ຮັບໃຊ້ການພັດທະນາຂອງປະເທດຊາດ ແລະ ການພັດທະນາຂອງບໍລິສັດໃຫ້ດີຂຶ້ນກວ່າເກົ່າ.


KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top