ມູນເຫດ ແລະ ພິທີກຳບຸນຫໍ່ເຂົ້າສະຫລາກ

17/09/2024 10:26
Email Print 166
ຂປລ ບຸນຫໍ່ເຂົ້າສະຫລາກ ແມ່ນບຸນເດືອນສິບ ຊຶ່ງເປັນໜຶ່ງໃນຮີດ 12 ເປັນຮີດຄອງ 14 ປະເພນີຂອງຄົນເຊື້ອສາຍລາວ ທີ່ເຄີຍປະຕິບັດກັນ ມາແຕ່ບູຮານນະການ.

*ບຸນຫໍ່ເຂົ້າສະຫລາກ ແມ່ນບຸນ ເດືອນສິບ ຊຶ່ງເປັນໜຶ່ງໃນຮີດ 12 ເປັນຮີດຄອງ 14 ປະເພນີຂອງຄົນ ເຊື້ອສາຍລາວ ທີ່ເຄີຍປະຕິບັດກັນ ມາແຕ່ບູຮານນະການ. ບຸນເຂົ້າສະ ຫລາກແມ່ນການເຮັດບຸນເຖິງບັນພະ ຊົນຜູ້ທີ່ລ່ວງລັບດັບຂັນໄປແລ້ວ ໂດຍ ໃຫ້ພະສົງ-ສາມະເນນ ແລະ ຜູ້ຊົງສິນ ທັງຫລາຍ ພາຍໃນວັດໄດ້ຈັບສະ ຫລາກ ຮັບເຄື່ອງໄທຍະທານ ປັດໄຈ ຕ່າງໆທັງອາຫານຄາວ-ຫວານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ພຸດ ທະບໍລິສັດທັງຫລາຍນຳມານ້ອມ ຖວາຍໃນມື້ເພັງເດືອນ 10 ຂອງທຸກໆ ປີ ຊຶ່ງປີນີ້ ແມ່ນກົງກັບມືວັນອັງຄານ ວັນທີ 17 ກັນຍາ.

ໃນສະໄໝບູຮານ ມີຄວາມເຊື່ອ ວ່າການເຮັດບຸນເຂົ້າຫລາກນີ້ແມ່ນ ເພື່ອເຮັດໃຫ້ເຂົ້າໃນນາ ທີ່ປັກດຳໄປນັ້ນ ໃຫ້ມີຄວາມຂຽວ ແລະ ງອກງາມ ແລະ ອອກເມັດຜົນບໍລິບູນ ທັງເປັນການອຸທິດສ່ວນບຸນກຸສົນ ໃຫ້ແກ່ຍາດພີ່ນ້ອງ ບັນພະບູລຸດ ຜູ້ທີ່ດັບຂັນລ່ວງລັບໄປແລ້ວ. ຕາມການບອກເລົ່າຂອງຜູ້ເຖົາຜູ້ແກ່ໃຫ້ຮູ້ວ່າ: ໃນສະໄໝໜຶ່ງພະສໍາມາສໍາພຸດທະເຈົ້າ ໄດ້ສະເດັດໄປເມືອງພາລານະສີຊົມພູທະວີ ໃນຄາວພຸດທະການນັ້ນ ໄດ້ມີບຸລຸດຜູ້ທຸກຢາກເຂັນໃຈ ພາພັນລະຍາປະກອບອາຊີບຕັດຟືນຂາຍ ເປັນອາຊີບຫລັກ ສອງຜົວເມຍນີ້ ເປັນຄົນມີສັດທາ ເຫລື້ອມໄສຕໍ່ພະພຸດທະສາສະໜາຢ່າງແຮງກ້າ ວັນໜຶ່ງສາມີໄດ້ປຶກສາກັບພັນລະຍາວ່າ ເຮົາທຸກຍາກໃນປັດຈຸບັນນີ້ ເພາະ ເຮົາບໍ່ເຄີຍເຮັດບຸນໃຫ້ທານຮັກສາ ສິນທໍາຈັກເທື່ອເລີຍ ດັ່ງນັ້ນ ພວກເຮົາຄວນເຮັດບຸນກັນເຖີດ ອັນຈະ ເປັນທີ່ເພິ່ງໃນຊາດຂ້າງໜ້າ ໃນເມື່ອພັນລະຍາໄດ້ຍິນຄຳນີ້ແລ້ວ ກໍໄດ້ ຍິນດີນຳສາມີຕົນໃນວັນນັ້ນ ພວກເຂົາສອງຄົນກໍ່ໄດ້ເຂົ້າປ່າເກັບຜັກ ຫັກຟືນໄປຂາຍໄດ້ເງິນ-ຄຳ ແລ້ວໄດ້ ນຳໄປຊື້ໝໍ້ເຂົ້າ ແລະ ໝໍ້ແກງ ໜຶ່ງໝໍ້ ອ້ອຍສີ່ລຳ ກ້ວຍສີ່ໜ່ວຍ ແລ້ວນຳມາຈັດແຈງຮຽບຮ້ອຍ ຫລັງຈາກນັ້ນກໍ່ນຳເຂົ້າປາອາຫານໄປວັດ ເພື່ອຖວາຍເປັນສະຫລາກກະພັດພ້ອມດ້ວຍອຸປະສົກ-ອຸປະສິກາຄົນອື່ນໆ, ສາມີພັນລະຍາຄູ່ນັ້ນໄດ້ຈັບສະຫລາກຖືກພະພິກຂຸອົງໜຶ່ງ ແລ້ວມີໃຈຍິນດີແລ້ວຈິງນ້ອມເຄື່ອງໄທຍະທານຂອງຕົນເຂົ້າໄປຖວາຍ ຈາກ ນັ້ນແລ້ວ ໄດ້ຍາດນ້ຳອຸທິດສ່ວນບຸນກຸສົນ ເຂົາທັງສອງໄດ້ປາຖະໜາວ່າ ດ້ວຍຜົນບຸນການໃຫ້ທານນີ້ຂໍໃຫ້ ຂ້າພະເຈົ້າເກີດໃນພົບຊາດໃດໆຂຶ້ນ ຊື່ວ່າຄວາມຍາກຈົນເຂັນໃຈ ໄຮ້ຊັບສິນເໝືອນດັ່ງໃນຊາດນີ້ ຂໍຢ່າໃຫ້ມີແກ່ຂ້າພະເຈົ້າເລີຍ ຂໍໃຫ້ຂ້າພະເຈົ້າ ເປັນຜູ້ມັ່ງມີ ສົມບູນໄປດ້ວຍຊັບ ທັງ ເງິນ-ຄຳ ໃນປາລະພົບຊາດໜ້າດ້ວຍ ເຖີດ ດັ່ງນີ້. ຢູ່ຕໍ່ມາສາມີ ພັນລະຍາຄູ່ ນັ້ນກໍໄດ້ໝົດອາຍຸໄຂ ໄດ້ສິ້ນຊີວິດ ຈາກໂລກນີ້ໄປດ້ວຍອະນິສົງແຫ່ງ ສະຫລາກກະພັດຕາຫານ ຈິ່ງໄດ້ໄປ ເກີດເປັນເທບພະບຸດ ເທບພະທິດາ ໃນສະຫວັນຊັ້ນດາວະດຶງ ສະຫວີຍ ສົມບັດທິບ ຢູ່ໃນວິມານຄຳ ອັນບໍລິ ສຸດ-ຜຸດຜ່ອງງົດງາມຕະການຕາ ແລະ ພຽບພ້ອມໄປດ້ວຍນາງເທບ ພະອັກສອນ ອ້ອມລ້ອມເປັນບໍລິວານ ເຊິ່ງມີນາມວ່າ ສະຫລາກພັດຕະ ເທບພະບຸດ ເທບພະທິດາ. ການເວລາຜ່ານໄປ ໃນເມື່ອເທບພະບຸດເທບພະທິດາ ທັ້ງສອງໄດ້ໝົດບຸນຈາກ ສະຫວັນ ແລ້ວກໍໄດ້ລົງມາເກີດເປັນກະສັດໃນເມືອງພາລານະສີ ມີພະ ນາມວ່າ ພະເຈົ້າສັດທາດິດ ຕໍ່ມາກະ ສັດອົງນີ້ໄດ້ເບື່ອໜ່າຍທາງໂລກກໍ່ ໄດ້ສະເດັດອອກບັນພະຊາ (ບວດ) ຕໍ່ມາໄດ້ມໍລະພາບລົງ ກໍໄດ້ໄປຈຸຕິ ເກີດຢູ່ຊັ້ນພົມມະໂລກ ແລະ ຕໍ່ມາກໍ ໄດ້ເປັນພະສໍາມາສໍາພຸດທະເຈົ້າ ໂຄດຕະໂມເຮົານັ້ນເອງ. ນີ້ແມ່ນມູນເຫດຂອງການເຮັດບຸນຫໍ່ເຂົາສະຫລາກ. ເມື່ອເຖິງວັນຂຶ້ນ 14 ຄ່ຳເດືອນ 10 ຂອງທຸກໆປີ ພຸດທະສາສະນິກກະຊົນ ຈະກຽມອາຫານຄາວຫວານແລະ ໝາກພູ...ພໍເຖິງວັນ 15 ຄ່ຳເດືອນ 10 ຈະພາກັນເຮັດບຸນໃສ່ບາດຢູ່ວັດ ຕ່າງໆ ຊຶ່ງເຄື່ອງໄທຍະທານທີ່ພຸດ ທະສາສະນິກກະຊົນນຳເອົາໄປເຮັດ ບຸນ ຈະປະກອບມີ: ເຂົ້າໜ້ຽວ, ຊີ້ນ ປາ, ຊີ້ນໄກ່, ໝູ ແລະ ໃສ່ລົງໄປໃນ ກວາຍສະຫລາກ ແນວລະໜ້ອຍ ຖືວ່າເປັນອາຫານຄາວ. ອາຫານຫວານ ກໍຈະມີໝາກໄມ້ , ໝາກແຕງ , ໝາກຫຸ່ງ , ໝາກໂມ... ແລະ ຂອງຫວານອື່ນໆ. ຫລັງຈານ ນັ້ນ ໄດ້ນຳອາຫານທີ່ກຽມໄວ້ ຫໍ່ ເປັນຄູ່ໆ ນຳມາຜູກກັນເປັນພວງ ແລ້ວແຕ່ຈະໃສ່ຈັກຫໍ່ຕາມຄວາມ ເໝາະສົມ ແຕ່ສ່ວນຫລາຍຈະໃສ່ 10 ຄູ່ແລ້ວນຳໄປລ້ຽງ ຜີຕາແຮກ ທີ່ ນາຂອງຕົນເອງດ້ວຍ ໂດຍມີຄວາມເຊື່ອວ່າ ຈະເຮັດໃຫ້ຜີຕາແຮກພໍໃຈ ແລະ ເຮັດໃຫ້ຜີຮັກສາດູແລເຂົ້າກ້າໃນນາ ໃຫ້ມີຄວາມງອກງາມສົມບູນ ຕະຫລອດຈົນຂັບໄລ່ສັດຕູພຶດພັນຕ່າງເຊັ່ນ: ນົກ, ໜູ ,ປູນາ,... ບໍ່ ໃຫ້ມາທຳລາຍຕົ້ນເຂົ້າໃນນາ ເມື່ອ ນຳອາຫານມາເຖິງສາລາວັດທີ່ຈະ ເຮັດບຸນແລ້ວ ກໍ່ໄດ້ຈົກສະຫລາກ ຄົນ ໃດຖືກຊື່ພະອົງໃດ ກໍເອົາເຄື່ອງໄທ ຍະທານໄປຖວາຍອົງນັ້ນ. ຈາກນັ້ນ ພະສົງ-ສາມະເນນ ໄດ້ຮັບປັດໄຈໄທ ຍະທານຮຽບຮ້ອຍແລ້ວ ກໍອະນຸໂມ ທະນາບຸນ ແລະ ໃຫ້ສິນໃຫ້ພອນ ແຜ່ ເມດຕາບຸນກຸສົນທີ່ໄດ້ຖວາຍທານນັ້ນໃຫ້ ແມ່ອອກ-ພໍ່ອອກ ກໍ່ຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນທີ່ຕົນເຮັດ ໄປໃຫ້ຍາດຕິພີ່ນ້ອງ ຜູ້ລ່ວງລັບໄປ ເປັນອັນຈົບພິທີ.

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top