ສະຫລຸບຕີລາຄາ ວຽກງານບໍລິຫານ ສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ

16/09/2024 14:49
Email Print 240
ຂປລ ຂປລ. ກົມການຂ່າວ ກະຊວງການຕ່າງປະເທດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດກອງປະຊຸມສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນວຽກບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 12 ກັນຍາ 2024 ຜ່ານ​ມາ



ຂປລ. ກົມການຂ່າວ ກະຊວງການຕ່າງປະເທດ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດກອງປະຊຸມສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນວຽກບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ
44, 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 12 ກັນຍາ 2024 ຜ່ານ​ມາ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທະລາ ປັນຍາວິຈິດ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ເມແກນ ໂຈນສ໌ ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ມີບັນດາພະນັກງານ ແລະ ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ບັນດາຄູ-ອາຈານ ແລະ ນັກສືກສາ ອາສາສະໝັກຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ ພາຍໃຕ້ການສະໜັບສະໜູນຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

ໃນພິທີ ທ່ານຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຂຶ້ນເປັນກ້າວໆ, ພ້ອມທັງໄດ້ຕາງໜ້າໃຫ້ ກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານທູດ ເມແກນ ໂຈນສ໌ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ກໍຄື ລັດຖະບານ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ  ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ​ໂດຍສະເພາະ ແມ່ນການຊ່ວຍເຫລືອ ສ້າງຂີດຄວາມສາມາດ ໃຫ້ບຸກຄະລາກອນ ທີ່ຮັບຜິດຊອບໃນວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ເພື່ອກຽມຄວາມພ້ອມໃຫ້ແກ່ ການຮັບໃຊ້ກອງປະຊຸມສຸດຍອດ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2024 ແລະ ຫວັງຢ່າງຍິ່ງວ່າ ສະຖານທູດ ອົດສະຕຣາລີ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອ ກົມການຂ່າວ ຕື່ມອີກໃນຕໍ່ໜ້າ.



ທ່ານ ນາງ ເມແກນ ໂຈນສ໌ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາລາວ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ
57 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ໃນເດືອນ ກໍລະກົດ ຜ່ານມາ, ພ້ອມທັງ ຊົມເຊີຍກົມການຂ່າວ, ກະຊວງການຕ່າງປະເທດ ທີ່ມີຜົນສຳເລັດໃນການປະຕິບັດ ວຽກງານບໍລິຫານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ທີ່ເຂົ້າມາເກັບກຳກອງປະຊຸມ AMM. ພ້ອມນີ້, ທ່ານທູດ ຍັງໄດ້ສະແດງຄວາມຍິນດີ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດ.

ຈາກ​ນັ້ນ, ທ່ານຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານ ແລະ ນຳພາການດຳເນີນກອງປະຊຸມ ແລະ ໃຫ້ກຽດລາຍງານຜົນ ການປະຕິບັດວຽກງານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ໂດຍໄດ້ຍົກໃຫ້ເຫັນເຖິງ ຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ຜ່ານມາ ໂດຍສັງເຂບ ວ່າ: ກອງປະຊຸມ AMM ຄັ້ງທີ 57 ແລະ ກອງປະຊຸມກ່ຽວຂ້ອງອາຊຽນ, ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນໄດ້ ດໍາເນີນແຕ່ວັນທີ 24-27 ກໍລະກົດ 2024 ດ້ວຍຜົນສໍາເລັດ ຢ່າງຈົບງາມ; ສາມາດບັນລຸຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 57 (Joint Communique of the 57th ASEAN Foreign Ministers’ Meeting) ເຊິ່ງຖືເປັນຜົນສຳເລັດທີ່ສຳຄັນຢ່າງຍິ່ງ ໃນການເປັນປະທານອາຊຽນ ຂອງ ສປປ ລາວ.

ສຳລັບ ວຽກງານສູນຂ່າວ ແລະ ຄຸ້ມຄອງນັກຂ່າວຕ່າງປະເທດ ໄດ້ປະກອບສ່ວນສໍາຄັນເຮັດໃຫ້ ການເປັນເຈົ້າພາບກອງປະຊຸມ AMM ຄັ້ງທີ 57 ປະສົບຜົນສໍາເລັດ ເຊິ່ງມີນັກຂ່າວຕ່າງປະເທດ ເຂົ້າມາເກັບກໍາຂ່າວກອງປະຊຸມຄັ້ງນີ້ທັງໝົດ 418 ຄົນ ຈາກ 86 ສໍານັກຂ່າວຈາກທົ່ວໂລກ. ການຮັກສາຄວາມປອດໄພ ຢູ່ພາຍໃນ ແລະ ພາຍນອກສູນຂ່າວ ມີຄວາມສະຫງົບດີ ແລະ ການໃຫ້ການບໍລິການໃນສູນຂ່າວ ແມ່ນສ້າງຄວາມພໍໃຈ ໃຫ້ນັກຂ່າວຕ່າງປະເທດ ໂດຍສະເພາະ ການສະໜອງສັນຍານ ອິນເຕີເນັດຄວາມໄວສູງ, ການສົ່ງສັນຍານພາບສົດ ຈາກຫ້ອງປະຊຸມ, ຮູບພາບ ແລະ ວິດີໂອ ກ່ຽວກັບກອງປະຊຸມຜ່ານລິ້ງ Google drive ໂດຍລວມນັກຂ່າວຕ່າງປະເທດສ່ວນໃຫຍ່ ແມ່ນມີຄວາມເພິ່ງພໍໃຈຕໍ່ການບໍລິການດ້ານຕ່າງໆ ຂອງຄະນະຮັບຜິດຊອບສູນຂ່າວ.



ພ້ອມນີ້
, ທ່ານປະທານກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ແຕ່ລະຈຸງານ ສືບຕໍ່ປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດຕາມກໍານົດເວລາ, ໄດ້ເນັ້ນຢ້ຳໃຫ້ບັນດາພະນັກງານ LOs-VOs ຈົ່ງນໍາເອົາບົດຮຽນທີ່ຖອດຖອນໄດ້ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ ວຽກງານ ທີ່ຕົນເອງຮັບຜິດຊອບ ໃນການປະກອບສ່ວນຮັບໃຊ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນຕຸລາ ປີ 2024 ໃຫ້ສາມາດບັນລຸຜົນສໍາເລັດໄດ້ຢ່າງຈົບງາມ, ສືບຕໍ່ເອົາໃຈໃສ່ການເປັນ ຜູ້ປະສານງານ ທີ່ດີ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ບັນດາສື່ມວນຊົນຕ່າງປະເທດ ແລະ ສ້າງຄວາມປະທັບໃຈ ອັນດີງາມແກ່ເຂົາເຈົ້າ ໃນໂອກາດມາເຂົ້າຮ່ວມເກັບກຳຂ່າວ ກອງປະຊຸມສຸດຍອດອາຊຽນທີ່ຈະມາເຖິງ ເພື່ອນຳໄປໂຄສະນາເຜີຍແຜ່ ອອກສູ່ພາກພື້ນ ແລະ ສາກົນ.

​ໂອກາດ​ນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງລາຍງານຜົນ ການປະຕິບັດວຽກງານຈາກ ຫົວໜ້າແຕ່ລະຈຸງານ ໃນການສະຫລຸບຕີລາຄາຄືນ ແລະ ຖອດຖອນບົດຮຽນຕໍ່ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເປັນຕົ້ນ ວຽກງານຈັດຕັ້ງ ແລະ ບໍລິຫານສູນຂ່າວຕ່າງປະເທດ; ວຽກງານລົງທະບຽນ ແລະ ຄຸ້ມຄອງສື່ມວນຊົນຕ່າງປະເທດ; ວຽກງານປະຊາສໍາພັນ ແລະ ຂໍ້ມູນຂ່າວສານ ແລະ ວຽກງານການໃຫ້ບໍລິການພາຫະນະ ແລະ ຂົນສົ່ງ. ພ້ອມ​ທັງມີການຖາມ-ຕອບ ແລະ ແລກປ່ຽນຄຳຄິດເຫັນຮ່ວມກັນ ໃນແຕ່ລະວຽກງານ ເພື່ອເປັນການຖອດຖອນບົດຮຽນ ແລະ ການກຽມຄວາມພ້ອມ ໃນການປະກອບສ່ວນຮັບໃຊ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top