ອິນເດຍ ມອບເຄື່ອງຊ່ວຍເຫລືອ ສຸກເສີນ ໄພພິບັດນໍ້າຖ້ວມ ໃຫ້ ສປປ ລາວ

16/09/2024 14:40
Email Print 154
ຂປລ ຂປລ. ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີນ ໄພພິບັດນໍ້າຖ້ວມຈາກ ລັດຖະບານ ແຫ່ງ ສາທາລະນະລັດ ອິນເດຍ ໃຫ້ແກ່ ສປປ ລາວ ຈັດ​ຂຶ້ນໃນວັນທີ 15 ກັນຍາ 2024, ທີ່ ສະໜາມບິນສາກົນວັດໄຕ ໂດຍຕາງໜ້າລັດຖະບານແຫ່ງ ສປປ ລາວ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າລັດຖະບານ ແຫ່ງ ສ ອິນເດຍ ມອບໂດຍ ທ່ານ ປຣາຊານ ອາກລາວາລ (Prashant Agrawal) ເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ



ຂປລ. ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີນ ໄພພິບັດນໍ້າຖ້ວມຈາກ ລັດຖະບານ ແຫ່ງ ສາທາລະນະລັດ ອິນເດຍ ໃຫ້ແກ່ ສປປ ລາວ ຈັດ​ຂຶ້ນໃນວັນທີ
15 ກັນຍາ 2024, ທີ່ ສະໜາມບິນສາກົນວັດໄຕ ໂດຍຕາງໜ້າລັດຖະບານແຫ່ງ ສປປ ລາວ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຕາງໜ້າລັດຖະບານ ແຫ່ງ ສ ອິນເດຍ ມອບໂດຍ ທ່ານ ປຣາຊານ ອາກລາວາລ (Prashant Agrawal) ເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ​ໂດຍ​ມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.



ເຄື່ອງຊ່ວຍເຫລືອທີ່ ສ ອິນເດຍ ນໍາມາມອບໃນຄັ້ງນີ້, ແມ່ນເຄື່ອງຊ່ວຍເຫລືອດ້ານມະນຸດສະທໍາ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫລືອສຸກເສີນ ແກ່ຜູ້ປະສົບໄພພິບັດຕ່າງໆ ​ເຊິ່ງຈະເປັນການປະກອບ ສ່ວນອັນສໍາຄັນໜຶ່ງໃຫ້ແກ່ ສປປ ລາວ ໃນການກຽມຄວາມພ້ອມ ເພື່ອສາມາດຮັບມືກັບ ໄພພິບັດສຸກເສີນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບຍິ່ງຂຶ້ນ ໃນການຊ່ວຍເຫລືອຊຸມຊົນ ກໍຄື ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເຫດການສຸກເສີນຕ່າງໆ
ໂດຍສະເພາະກໍແມ່ນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນໍາຖ້ວມທີ່ກໍາລັງເກີດຂຶ້ນ ຢູ່ຫລາຍ​ແຂວງຂອງລາວ.

 

ເຄື່ອງຊ່ວຍເຫລືອຄັ້ງນີ້ປະກອບມີ: ເມັດຄລໍຣິນ (
chlorine) ຈໍານວນ 10 ລ້ານເມັດ, ຜົງຟອກຂາວ ຈໍານວນ 1000 ກິ​ໂລກຣາມ, ນໍ້າຢາຂ້າເຊື້ອ ຈໍານວນ 1.000 ລິດ, ເຄື່ອງຕອງນໍ້າ ຈໍານວນ 2.000 ເຄື່ອງ, ເຄື່ອງປັ່ນໄຟ ຂະໜາດ 30 KVA ຈໍານວນ 2 ເຄື່ອງ, ຊຸດອະນາໄມ ຈໍານວນ 1.000 ຊຸດ, ເຄື່ອງໃຊ້ພາຍໃນຄົວເຮືອນ ຈໍານວນ 1.000 ຊຸດ, ຖົງນອນ ຈໍານວນ 1.000 ຊຸດ, ມຸ່ງ ຈໍານວນ 2.500 ດາງ ແລະ ຢາກັນຍຸງ ຈໍານວນໜຶ່ງ ລວມມູນຄ່າປະມານ 100.000 ໂດລາສະຫະລັດ ຫລືປະມານ 2,2 ຕື້ກີບ.

KPL

ຂ່າວອື່ນໆ

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນ

      9/18/2024 3:57:53 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງເຫີເປີຍ ໄດ້ຈັດກິດຈະກຳ ສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນງານ ໄດ້ຮັບຊົມການສະແດງ ສິລະປະວັດທະນະທໍາ ຈາກແຂວງເຫີເປີຍ

    • ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

      9/18/2024 1:09:25 PM

      ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

    • ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າວັດທະນະທຳ-ສັງຄົມ

      ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າ

      9/18/2024 1:02:25 PM

      ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

    • ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມ

      9/18/2024 12:58:56 PM

      ຂປລ.ໃນວັນທີ 14-15 ກັນຍາ 2024 ຜ່ານ​ມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ. ​ໃນ​ນັ້ນ, ສະ​ເພາະ​ວັນ​ທີ 14 ກັນຍາ 2024 ໄດ້ຕິດຕາມຢູ່ເຂດ ເມືອງສີສັດຕະນາກ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະນຳຂອງເມືອງ ເຂົ້າຮ່ວມຕິດຕາມ, ໄດ້ຕິດຕາມເຂດບ້ານວັດຈັນ, ບ້ານທາດຂາວ, ບ້ານທ່າພະລານໄຊ(ທ່າເຮືອຫລັກ4), ບ້ານຈອມແຈ້ງ ແລະ ບ້ານໄຊສະຖານ.

ads
ads

Top