ກອງປະຊຸມປັນຍາປະດິດໂລກ 2026 ຈະວາງສະແດງ ຜະລິດຕະພັນທີ່ ກ່ຽວຂ້ອງ 3.000 ກວ່າລາຍການ

14/07/2026 15:49
ຂປລ ກອງ​ປະ​ຊຸມ​ ປັນ​ຍາ​ປະ​ດິດ​ໂລກ​ 2026 ​ຈະ​ສຸມ​ໃສ່​ ການ​ພັດ​ທະ​ນາ ແລະ ບໍ​ລິ​ການ​ປັນ​ຍາ​ປະ​ດິດ ທີ່​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ທົ່ວ​ໂລກ ໂດຍ​ໄດ້​ຈັດ​ສັນ​ໃຫ້​ມີ 6 ພາກ​ສ່ວນ​ໃຫຍ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ​ ທາງ​ເວີນ​ຄານ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ນະ​ຄອນ​ຊຽງ​ໄຮ້ ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ ປັນ​ຍາ​ປະ​ດິດ​ໂລກ​ 2026 ​ຈະ​ສຸມ​ໃສ່​ ການ​ພັດ​ທະ​ນາ ແລະ ບໍ​ລິ​ການ​ປັນ​ຍາ​ປະ​ດິດ ທີ່​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ທົ່ວ​ໂລກ ໂດຍ​ໄດ້​ຈັດ​ສັນ​ໃຫ້​ມີ 6 ພາກ​ສ່ວນ​ໃຫຍ່ ຄື: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື, ງານ​ວາງ​ສະ​ແດງ, ງານ​ແຂ່ງ​ຂັນ​ປະ​ກວດ, ການ​ປະ​ຍຸກ​ໃຊ້, ການ​ບົ່ມ​ເພາະ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ຄວາມ​ຄິດ​ສ້າງ​ສັນທີ່​ດີ.ກອງ​ປະ​ຊຸມ​ກຽມ​ ຈະ​ຈັດ​ກອງ​ປະ​ຊຸມ​ ເວ​ທີ​ປຶກ​ສາ​ຫາ​ລື​ ສະ​ເພາະ 140 ຫົວ​ຂໍ້ ແລະ ​ເຊື້ອ​ເຊີນ​ແຂກ​ສາ​ກົນ 1.400 ກວ່າ​ທ່ານ​ເຂົ້າ​ຮ່ວມ. ເນື້ອ​ທີ່​ວາງ​ສະ​ແດງ​ ມີຫລາຍກວ່າ 100.000 ຕາ​ແມັດ ແລະ ມີ​ວິ​ສາ​ຫະ​ກິດ 1.100 ກວ່າ​ແຫ່ງ ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ ໂດຍ​ຈະ​ວາງ​ສະ​ແດງ ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ 3.000 ກວ່າ​ລາຍ​ການ ເຊິ່​ງ​ພາຍ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ຈະ​ເຮັດ​ໃຫ້​ລະ​ດັບ​ວິ​ຊາ​ການ ແລະ ​ບົດ​ບາດ​ໃນ​ຂະ​ແໜງ​ການ​​ອຸດ​ສາ​ຫະ​ກຳ ບັນ​ລຸ​ເຖິງ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.ນອ​ກ​ນີ້, ກອງ​ປະ​ຊຸມ​ໃຫຍ່ ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ວິ​ຊາ​ການ ​ດ້າ​ນ​ປັນ​ຍາ​ປະ​ດິດ ​ເປັນ​ຄັ້ງ​ທຳ​ອິດ. ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ໄດ້​ຮັບ​ບົດ​​ສະ​ເໜີ​ ສົນ​ໃຈ​ເຂົ້າ​ຮ່ວມ 284 ບົດ​ຈາກຫຼາຍ​ປະ​ເທດ ແລະ ເຂດ​ແຄວ້ນທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາສະຫະລັດ ຈາກຍີ່ປຸ່ນ ຂ່າວຕ່າງປະເທດ

      ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາສະຫະລັດ ຈາກຍີ່ປຸ່ນ

      7/14/2026 4:15:37 PM

      ກຳປູເຈຍ ແລະ ຍີ່ປຸ່ນ ໄດ້ລົງນາມໃນສັນຍາກູ້ຢືມເງິນ ມູນຄ່າ ຈຳນວນ 119 ລ້ານໂດລາສະຫະລັດ ເພື່ອສະໜັບ ສະໜູນໂຄງການ ພັດທະນາ ສະຖານີ ຕູ້ຄອນເທນເນີ ແຫ່ງໃໝ່ ຂອງທ່າເຮືອນ້ຳເລິກ ສີຫານຸວີວ ໄລຍະທີ 2

    • ລາຄານ້ຳມັນດິບ ໃນຕະຫລາດໂລກເພີ່ມຂຶ້ນຫລາຍກວ່າ9%ຂ່າວຕ່າງປະເທດ

      ລາຄານ້ຳມັນດິບ ໃນຕະຫລາດໂລກເພີ່ມຂຶ້ນຫລາຍກວ່າ9%

      7/14/2026 3:40:35 PM

      ການ​ປະ​ທະ​ກັນ ​ລະ​ຫວ່າງ ສ.​ອາ​ເມ​ລິ​ກາ ​ແລະ ​ອີ​ຣານ ດຸ​ເດືອດ​ຂຶ້ນ ແລະ ອາ​ເມ​ລິ​ກາ ​ປະ​ກາດ​ ຈະ​ຟື້ນ​ຄືນ​ການ​ປິດ​ລ້ອມ ທາງ​ທະ​ເລ​ຕໍ່​ອີ​ຣານ, ວັນ​ທີ 13 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ຕະຫລາດ​ໂລກ​ທີ່​ຊື້-ຂາຍ​ລ່ວງ​ໜ້າ​ ໄດ້​ເພີ່ມ​ຂຶ້ນ​ຢ່າງຫລວງ ຫລາຍ ໂດຍ​ເພີ່ມ​ຂຶ້ນກວ່າ 9% ໃນ​ເວ​ລາ​ປິດ​ຕະຫລາດ

    • ສປ ຈີນ ມີການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 16,9% ຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 16,9%

      7/14/2026 3:37:52 PM

      ໃນ 6 ເດືອນ​ຕົ້​ນ​ປີນີ້, ການ​ນຳ​ເຂົ້າ-​ສົ່ງ​ອອກ​​ສິນ​ຄ້າຂອງ ສປ ຈີນ ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ ໄລຍະດຽວກັນຂອງ ປີກາຍ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ ສປ ຈີນ ໄດ້ຮັກສາທ່າອຽງ ການພັດທະນາທີ່ດີ.

    • ແຂວງໄຫຫລຳຈີນ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2030ຂ່າວຕ່າງປະເທດ

      ແຂວງໄຫຫລຳຈີນ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2030

      7/14/2026 3:19:55 PM

      ອົງ​ການ​ປົກ​ຄອງ​ແຂວງ​ໄຫລຳຈີນ ​ໄດ້​ເຜີຍ​ແຜ່ “ແຜນ​ການ​ສ້າງ​ເຂດ​ທົດ​ລອງ​ ອະ​ລິ​ຍະ​ທຳ​ນິ​ເວດ ​ແຫ່ງ​ຊາດ​ໄຫຫລຳ ​ໃນໄລ​ຍະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 15” ໂດຍ​ສະ​ເໜີວ່າ: ຈະ​ຊຸກ​ຍູ້​ໃຫ້​ແຂວງ​ໄຫລຳ ​ຫ້າມ​ຂາຍ​ລົດ​​ໃຊ້ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ປີ 2030

    • ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ບັນລຸການດຳເນີນງານຄວາມປອດໄພຄົບ 1.000 ວັນຂ່າວຕ່າງປະເທດ

      ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ບັນລຸການດຳເນີນງານຄວາມປອດໄພຄົບ 1.000 ວັນ

      7/14/2026 10:24:43 AM

      ທາງ​ລົດ​ໄຟ​ຄ​ວາມ​ໄວ​ສູງ​ ຈາ​ກາ​ຕາ-ບັນ​ດຸງ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ບັນ​ລຸ​ການໃຫ້​ບໍ​ລິ​ການ​ຢ່າງ​ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ຄົບ 1.000 ວັນ​ແລ້ວ, ​ໃນ​ນັ້ນ, ຈຳ​ນວນ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ, ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ ລວມ​ທັງ​ໝົດ ​ຫລາຍກວ່າ 16.580.000 ເທື່ອ​ຄົນ, ການ​ຂົນ​ສົ່ງ​ມີ​ຄວາມ​ປອດ​ໄພ ແລະ ເປັນ​ລະ​ບຽບດີ, ​ມີບົດ​ບາດ​​ສົ່ງ​ເສີມ ແລະ ​ນຳ​ພາ​ນັບ​ມື້​ພົ້ນ​ເດັ່ນ​ຂຶ້ນ

ads
ads

Top