ຂປລ
ການປະທະກັນ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ດຸເດືອດຂຶ້ນ ແລະ ອາເມລິກາ ປະກາດ ຈະຟື້ນຄືນການປິດລ້ອມ ທາງທະເລຕໍ່ອີຣານ, ວັນທີ 13 ກໍລະກົດນີ້, ລາຄານ້ຳມັນດິບຕະຫລາດໂລກທີ່ຊື້-ຂາຍລ່ວງໜ້າ ໄດ້ເພີ່ມຂຶ້ນຢ່າງຫລວງ ຫລາຍ ໂດຍເພີ່ມຂຶ້ນກວ່າ 9% ໃນເວລາປິດຕະຫລາດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ການປະທະກັນ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ດຸເດືອດຂຶ້ນ ແລະ ອາເມລິກາ ປະກາດ ຈະຟື້ນຄືນການປິດລ້ອມ ທາງທະເລຕໍ່ອີຣານ, ວັນທີ 13 ກໍລະກົດນີ້, ລາຄານ້ຳມັນດິບຕະຫລາດໂລກທີ່ຊື້-ຂາຍລ່ວງໜ້າ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ ໂດຍເພີ່ມຂຶ້ນກວ່າ 9% ໃນເວລາປິດຕະຫລາດ, ການເຄື່ອນໄຫວເພີ່ມຂຶ້ນໃນມື້ດຽວ ຂອງນ້ຳມັນດິບ ໄດ້ສ້າງສະຖິຕິໃໝ່ ນັບແຕ່ ເດືອນພຶດສະພາປີ 2020 ເປັນຕົ້ນມາ.ໃນເວລາປິດຕະຫລາດໃນວັນທີ 13 ກໍລະກົດນີ້, ລາຄານ້ຳມັນດິບທາດເບົາ ທີ່ຈະມອບສົ່ງໃນເດືອນສິງຫາຂອງຕະຫລາດນິວຢອກ ໄດ້ເພີ່ມຂຶ້ນ 6,73 ໂດລາສະຫະລັດ ແລະ ໄດ້ບັນລຸເຖິງ 78,14 ໂດລາສະຫະລັດຕໍ່ຖັງ(ບາເຣວ); ລາຄານ້ຳມັນດິບແບຣນ ຂອງຕະຫລາດລອນດອນ ທີ່ຈະມອບສົ່ງໃນເດືອນກັນຍາໄດ້ເພີ່ມຂຶ້ນ 7,29 ໂດລາ ແລະ ບັນລຸເຖິງ 83,30 ໂດລາ. ນັກວິເຄາະຕະຫລາດກ່າວວ່າ: ທ່າອຽງໃນປັດຈຸບັນ ຂອງຕະຫລາດພະລັງງານບໍ່ພຽງ ແຕ່ເປັນການຟື້ນຟູລັກສະນະເຕັກໂນໂລຊີ ໄລຍະສັ້ນເທົ່ານັ້ນ, ຍິ່ງແມ່ນຕະຫລາດ ໄດ້ກຳນົດລາຄາຄືນໃໝ່ ຍ້ອນຜົນກະທົບຈາກຄວາມສ່ຽງການເມືອງພູມີພາກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL