ຂປລ
ກະຊວງ ກິດຈະການ ພາຍໃນ ແລະ ການສື່ສານຂອງ ຍີ່ປຸ່ນ ໄດ້ເຜີຍແຜ່ ຜົນສະຫລຸບ ການສຳຫລວດ ສຳມະໂນ ປະຊາກອນ ប្រປະຈຳ ປີ 2025 ໂດຍລະບຸວ່າ ຍອດຈຳນວນ ປະຊາກອນ ທັງໝົດ ຂອງ ຍີ່ປຸ່ນ ລວມທັງ ຜູ້ພັກອາໄສ ຊາວຕ່າງປະເທດ ປະມານ 122,97 ລ້ານຄົນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ກິດຈະການ ພາຍໃນ ແລະ ການສື່ສານຂອງ ຍີ່ປຸ່ນ ໄດ້ເຜີຍແຜ່ ຜົນສະຫລຸບ ການສຳຫລວດ ສຳມະໂນ ປະຊາກອນ ប្រປະຈຳ ປີ 2025 ໂດຍລະບຸວ່າ ຍອດຈຳນວນ ປະຊາກອນ ທັງໝົດ ຂອງ ຍີ່ປຸ່ນ ລວມທັງ ຜູ້ພັກອາໄສ ຊາວຕ່າງປະເທດ ປະມານ 122,97 ລ້ານຄົນ ເມື່ອນັບຮອດ ວັນທີ 1 ຕຸລາ 2025 ໄດ້ຫລຸດລົງປະມານ 3,17 ລ້ານຄົນ ຫລື 2,5% ນັບແຕ່ປີ ປີ 2020 zjko,kF .
ບົດລາຍງານ ລະບຸວ່າ ຍີ່ປຸ່ນ ໄດ້ດຳເນີນ ການສຳຫລວດ ສຳມະໂນ ປະຊາກອນ ໃນທຸກໆ 5 ປີ ມາຕັ້ງແຕ່ ປີ 1920 ແລະ ຈຳນວນປະຊາກອນ ຂອງ ຍີ່ປຸ່ນ ໄດ້ຫລຸດລົງ ຕິດຕໍ່ກັນ ໃນການ ສຳຫລວດ 3 ຄັ້ງ ໂດຍຫລ້າສຸດ ນັບຕັ້ງແຕ່ ຫລຸດລົງ ຄັ້ງທຳອິດ ໃນປີ 2015 ໂດຍຈຳນວນ ປະຊາກອນ. ໃນນັ້ນ ເພດຊາຍ ປະມານ 59,77 ລ້ານຄົນ ແລະ ເພດຍິງ ປະມານ 63,2 ລ້ານຄົນ./
KPL