ສປ ຈີນ-ອາຊຽນ ລົງເລິກການຮ່ວມມື ດ້ານອຸດສາຫະກຳບໍ່ແຮ່

01/10/2026 17:32
ຂປລ ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ​ລະ​ຫວ່າງ ສປ ຈີນ (ເຂດກວາງ​ຊີ) ກັບ ອາ​ຊຽນ 2026 ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ຂອງ​ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ການ​ຮ່ວມ​ມື​ ດ້ານ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ​ລະ​ຫວ່າງ ສປ ຈີນ (ເຂດກວາງ​ຊີ) ກັບ ອາ​ຊຽນ 2026 ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ຂອງ​ ສປ ຈີນ. ກອງ​ປະ​ຊຸມຄັ້ງນີ້​ ເພື່ອ​ລົງ​ເລິກ​ ການ​ຮ່ວມ​ມື ​ທີ່​ຕິດ​ແທດ​ຕົວ​ຈິງ ​ໃນ​ຂົງ​ເຂດ​ບໍ່​ແຮ່​ ລະ​ຫວ່າງ ​ເຂດກວາງ​ຊີ ຂອງ ສປ ​ຈີນ ກັບ ອາ​ຊຽນ, ກອງ​ປະ​ຊຸມ​ການ​ຮ່ວມ​ມື ​ດ້ານ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ລະ​ຫວ່າງ ສປ ຈີນ (ເຂດກວາງ​ຊີ) ກັບ ອາ​ຊຽນ 2026 ຈະ​ຈັດ​ຂຶ້ນ ​ລະ​ຫວ່າງ ວັນ​ທີ 5-6 ພະ​ຈິກ​ໜ້າ​ນີ້. ຫຼັງ​ຈາກ​ນັ້ນ, ງານ​ວາງ​ສະ​ແດງ​ ອຸດ​ສາ​ຫະ​ກຳ ບໍ່​ແຮ່ ​ສາ​ກົນ​ກວາງ​ຊີ 2026 ຈະ​ຈັດ​ຂຶ້ນ ​ລະ​ຫວ່າງ ​ວັນ​ທີ 6-7 ພະ​ຈິກໜ້າ​ນີ້.ກອງ​ປະ​ຊຸມ​ ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ​ຄັ້ງ​ນີ້​ ຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້ “ການ​ເສີມສ້າງ​ ຄວາມ​ເຂັ້ມ​ແຂງ ​ດ້ວຍ​ດິ​ຈິ​ຕອນ ແລະ ປັນ​ຍາ​ປະ​ດິດ ເພື່ອການ​ຮ່ວມ​ມື, ການ​ປະ​ດິດ​ສ້າງ ແລະ ການ​ພັດ​ທະ​ນາ ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ ຈີນ-ອາ​ຊຽນ”. ກອງ​ປະ​ຊຸມ​ຄັ້ງ​ນີ້​ ຈະປະ​ກອບ​ມີ 4 ພ​າກ​ສ່ວນຫລັກ ຄື: ການ​ແລກ​ປ່ຽນ​ຂັ້​ນ​ສູງ, ການ​ສຳ​ມະ​ນາ​ດ້ານ​ການ​ຮ່ວມ​ມື ​ໃນ​ອຸດ​ສາ​ຫະ​ກຳ ແລະ ກອງ​ປະ​ຊຸມ​ສົ່ງ​ເສີມ ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ ລະດັບ​ຊາດ, AI+​ການ​ພັດ​ທະ​ນາການປະດິດສ້າງ​ສີ​ຂຽວ​ ໃນ​ອຸດ​ສາ​ຫະ​ກຳ​ບໍ່​ແຮ່ ແລະ ການ​ຮ່ວມ​ມື ​ດ້ານ​ການ​ສຳຫລວດ ​ໄລ​ຍະ​ໄກ ແລະ ການ​ແລກ​ປ່ຽນ ​ບຸກ​ຄະ​ລາ​ກອນ ລວມ​ທັງ​ໝົດ​ ຈະ​ຈັດ​ກິດ​ຈະ​ກຳ​ສຳ​ຄັນ 10 ລາຍ​ການ. ນອກ​ຈາກ​ນີ້, ກອງ​ປະ​ຊຸມ ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ ​ສົ່ງ​ເສີມ​ ອຸດ​ສາ​ຫຳ​ກຳ​ ບໍ່​ແຮ່ ​ລະດັບ​ຊາດ ພິ​ເສດ ​ສຳ​ລັບ​ ສປປ ລາວ, ຕີ​ມໍ​ເລ​ສ​ເຕ ແລະ ກາ​ນາ ​ອີກ​ດ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top