ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

05/09/2024 15:13
Email Print 1814
ຂປລ ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.




ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ
21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃນນາມປະທານກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ໄດ້ຖະແຫລງຂ່າວຜົນສໍາເລັດ ຂອງກອງປະຊຸມດັ່ງກ່າວ ວ່າ: ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ກ່ຽວກັບຜົນສໍາເລັດຂອງກອງປະຊຸມ ຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 21 ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14. ພ້ອມນັ້ນ, ບັນດາຜູ້ບັນຊາການທະຫານສູງສຸດ ກອງທັບປະເທດອາຊຽນ ຍັງໄດ້ພ້ອມກັນແລກປ່ຽນກ່ຽວກັບ ສະພາບທີ່ພົ້ນເດັ່ນໃນພາກພື້ນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືວຽກງານປ້ອງກັນຊາດ ເພື່ອເສີມສ້າງຂີດຄວາມສາມາດ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງກອງທັບ ຂອງບັນດາປະເທດສະມາຊິກອາຊຽນ ໃນການຮັບມືກັບສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງ ໃນປັດຈຸບັນ ແລະ ໃນອະນາຄົດ, ທັງເປັນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງພາກພື້ນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນການ 2 ປີຂອງທະຫານອາຊຽນ 2024-2026, ເຊິ່ງລວມມີບັນດາກອງປະຊຸມ ແລະ ກິດຈະກໍາຕ່າງໆ ພາຍໃຕ້ແຜນງານຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ພິຈາລະນາ, ຮັບຮອງ ແລະ ລົງນາມຖະແຫລງການຮ່ວມ ກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ເຊິ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດ ທິດທາງການຮ່ວມມືຂອງທະຫານອາຊຽນ. ພ້ອມນີ້, ກອງທັບປະຊາຊົນລາວ ຍັງໄດ້ມອບໂອນການເປັນປະ ທານ ກອງປະຊຸມຜູ້ບັນຊາການທະຫານ ສູງສຸດອາຊຽນ ຄັ້ງທີ 22, ກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນຄັ້ງທີ 22 ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນຄັ້ງທີ 15 ໃຫ້ແກ່ມາເລເຊຍ ສືບຕໍ່ເປັນປະທານກອງປະຊຸມ ໃນປີ 2025.

​ໂອກາດ​ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈ ມາຍັງກອງທັບບັນດາປະເທດ ສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນກອງປະຊຸມຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງກອງເລຂາອາຊຽນ ຂອງກະ ຊວງປ້ອງກັນປະເທດ, ບັນດາອານຸກໍາມະການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຂົ້າໃນການຫ້າງຫາກະກຽມ ແລະ ຈັດຕັ້ງກອງປະຊຸມຄັ້ງນີ້ ດ້ວຍຜົນສໍາເລັດ ອັນຈົບງາມ.

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top