5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

04/09/2024 12:38
Email Print 1007
ຂປລ ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

      *ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ,  ທະນາຄານພັດທະນາອາຊີ (ADB),  ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ ຈະໄດ້ຮັບຄື: 1. ສ້າງວິໄນໃຫ້ຜູ້ຂັບລົດຈອດຕາມສະຖານີສະເພາະບ່ຈອດຊະຊາຍ; ເຮັດໃຫ້ຜູ້ໂດຍສານມາຂ້ຶນລົດເມຕາມຈຸດສະຖານີຢ່າງຖືກຕ້ອງທັນເວລາ ເຊິ່ງຊ່ວຍຫລຸດຜ່ອນອຸບັດຕິເຫດໄດ້; 2.ຫລຸດຜ່ອນການສັນຈອນແອອັດໃນຕົວເມືອງ ເພື່ອເຮັດໃຫ້ຄົນຫັນມາໃຊ້ລົດເມສາທາລະນະແທນລົດສ່ວນຕົວທ່ີມີລາຄາຖືກກວ່າ; 3.ຫລຸດຜ່ອນບັນຫາສິ່ງແວດລ້ອມຈາກມົນລະພິດ ທີ່ເປັນຄວັນເພາະລົດເມທີ່ເອົາມາໃຊ້ບໍລິການແມ່ນໃຊ້ລົດໄຟຟ້າ ແລະ  ບໍ່ໃຊ້ນໍ້າມັນເຊື້ອໄຟ; 4.ເຮັດໃຫ້ສຸຂະພາບຂອງຄົນໃນຕົວເມືອງດີຂ້ຶນເພາະລົດບ່ໍໄດ້ປ່ອຍມົນລະພິດທາງອາກາດ ແລະ ບໍ່ໄດ້ປ່ອຍຄວາມຮ້ອນຂຶ້ນສູ່ຊັ້ນບັນຍາກາດ; 5.ການແລ່ນລົດຈະໃຊ້ລະບົບແລ່ນຕາມຊ່ອງທາງທີ່ກໍານົດໃຫ້ຂອງໃຜມັນບ່ໍສັບປົນກັນ ແລະ ບໍ່ສ້າງຄວາມສັບສົນຕໍ່ຜູ້ໂດຍສານ ຫລື ຜູ້ຂັບລົດຕາມທ້ອງຖະໜົນໃນຊົ່ວໂມງຮີບດ່ວນ ແລະ ອື່ນໆ.

   ຫວ່າງບໍ່ດົນມານີ້, ໄດ້ມີການນໍາສະເໜີຂ່າວກ່ຽວໂຄງການກ່ໍສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”) ໃນສ່ືສັງຄົມອອນລາຍ ເຊິ່ງເຮັດໃຫ້ມີຄົນຈໍານວນໜຶ່ງ ໄດ້ອອກມາສະແດງຄວາມຄິດເຫັນຕ່າງໆນາໆ ແລະ ຕັ້ງຄໍາຖາມວ່າການກໍ່ສ້າງລະບົບເສັ້ນທາງດັ່ງກ່າວຈະເຮັດໃຫ້ທາງແຄບຂຶ້ນ ຫລື ຍິ່ງເຮັດໃຫ້ລົດແອອັດບໍ? ແລະ ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”) ແມ່ນຕົ້ນກໍາເນີດມາແຕ່ໃສ ຫລື ເປັນຕົວແບບມາກ່ອນ? ຫລ້າສຸດ ທ່ານ ຄໍາພັນ  ວັນທະນາ  ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງອອກໄຂຂ້ຂ້ອງໃຈຕໍ່ສັງຄົມວ່າ: ຜ່ານການສຶກສາຄົ້ນຄວ້າຢ່າງມີວິທະຍາສາດ, ໄດ້ຮ່ວມມືກັບບໍລິສັດເອກະຊົນ ແລະ ອົງການຈັດຕັ້ງສາກົນຢ່າງໃກ້ຊິດ, ພວກເຮົາເຫັນດີເອກະພາບວ່າຕາມຜົນປະໂຫຍດ 5 ຂໍ້ທີ່ຊ່ຽວຊຽນ ແລະ ນັກວິຊາການໃຫ້ຄໍາເຫັນມານັ້ນແຕ່ສິ່ງສໍາຄັນພວກເຮົາຢາກຂໍອະທິບາຍໃຫ້ຮູ້ຕື່ມອີກວ່າລະບົບລົດເມດ່ວນ BRT ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນບໍ່ໄດ້ເຮັດໃຫ້ເສັ້ນທາງແຄບຄືຫລາຍທ່ານໃຫ້ຄໍາເຫັນ ແບບຜິດໆເນື່ອງຈາກວ່າແຕ່ລະຈຸດສະຖານີທີ່ພັດທະນານັ້ນພວກເຮົາ ໄດ້ອອກແບບຕາມການພັດທະນາທີ່ມີມາດຕະສາກົນໂດຍຈະມີການຂະຫຍາຍຂອບທາງ ແລະ ບ່ອນຄົນຍ່າງຕື່ມອີກ ປັດຈຸບັນພວມຢູ່ໃນໄລຍະກໍ່ສ້າງສະຖານີບ່ອນຈອດລົດເມໄປກ່ອນ ເຊິ່ງພວກເຮົາບໍ່ສາມາດເຮັດໄປພ້ອມກັນເນ່ືອງຈາກວ່າຄາກອງປະຊຸມສຸດອາຊຽນ ແລະ  ບັນດາກອງປະຊຸມປິ່ນອ້ອມຈະເປີດ ຂ້ຶນພາຍໃນປີນ້ີ ແລະ ຄາດວ່າ ໄລຍະຕໍ່ໄປຈະສືບຕໍ່ຂະຫຍາຍຂອບ ທາງອອກຕື່ມອີກພາຍຫລັງກອງ ປະຊຸມຕ່າງໆສິ້ນສຸດລົງ. ເຫດຜົນ ດັ່ງກ່າວນັ້ນບໍ່ຕ້ອງເປັນຫ່ວງວ່າເສັ້ນ ທາງຈະແຄບ ແລະ ລົດແອອັດເພາະ ໂຄງການດັ່ງກ່າວສ້າງມາພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບສາກົນ ບ່ໍໄດ້ຕາມໃຈຂອພວກເຮົາເອງໂດຍບໍ່ມີຄຸນນະພາບ ແລະ ມາດຕະຖານ.

    ທ່ານ ຄໍາຫລ້າ ນັກວິຊາການ ທ່ີເຮັດວຽກໃນໂຄງການດັ່ງກ່າວໃຫ້ສໍາພາດວ່າ: ທຸກຄົນມີສິດທີ່ສະແດງຄວາມຄິດເຫັນຕາມທັດສະນະຂອງໃຜມັນຢ່າງສ້າງສັນ, ບໍ່ຂັດກັບລະບຽບ-ກົດໝາຍ ແລະ ບໍ່ສ້າງຄວາມເຂົ້າໃຈຜິດໃຫ້ຄົນອື່ນ ແຕ່ສິ່ງສໍາຄັນຢ່າມະໂນພາບໂດຍບໍ່ມີຫລັກຖານ, ຢ່າຄິດແທນນັກວິຊາການ ຫລື ຜູ້ເຮັດຕົວຈິງ, ຢ່າເວົ້າຕາມປາກໃຫ້ຄິດກ່ອນເວົ້າຈິ່ງຈະເປັນການດີກວ່າ ຖ້າຫາກວ່າລະບົບລົດເມດ່ວນ BRT ໂຄງການຂົນສົ່ງແບບຍືນຍົງທີ່ມີຢູ່ໃນທົ່ວໂລກບໍ່ດີບ່ມີປະໂຫຍດແທ້ນັ້ນເຂົາເຈົ້າອາດມ້າງຖິ້ມແລ້ວ, ຈະບໍ່ເຮັດໃຫ້ສິ້ນເປືອງເງິນ ແລະ ບໍ່ສືບຕໍ່ພັດທະນາແນ່ນອນ, ຍ້ອນວ່າໂຄງການນີ້ດີຈິ່ງຜັນຂະຫຍາຍເປັນຕົວແບບມາຮອດປະເທດລາວ.    

   ສະນ້ັນ ບາງຄົນມາສະແດງຄວາມເຫັນບໍ່ຮູ້ວິຊາການ, ບໍ່ຮູ້ວິຊາສະເພາະ ແລະ ບໍ່ຮູ້ຂໍ້ມູນຫຍັງກໍເວົ້າໄປຕາມກະແສຂ່າວໄປເລື້ອຍໆ  ແທນທີ່ຈະມີຄວາມດີໃຈ ແລະ ພູມໃຈທີ່ນໍາບ້ານນໍາເມືອງທີ່ໄດ້ຮັບການພັດທະນາດີຂຶ້ນ.  ທ່ານ ຄໍາພັນ ວັນທະ ນາ ຍັງອະທິບາຍວ່າ: ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ VIENTIANE SUSTAI- NABLE URBAN  TRAN- SPORT PROJECT ແມ່ນລັດຖະບານເຫັນດີເປັນເອກະພາບ  ຮັບຮອງເອົາໂຄງການດັ່ງກ່າວໃນ ປີ 2014, ໂດຍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈ້ົາຂອງໂຄງການ. ໂຄງການດັ່ງກ່າວມີຈຸດປະສົງ ຍົກລະດັບຊີວິດການເປັນຢູ່ຊອງປະຊາຊົນ, ປັບປຸງແກ້ໄຂສະພາບການສັນຈອນແອອັດ,  ອຸບັດເຫດຕາມທ້ອງຖະໜົນ ແລະ ເປັນມິດກັບສິ່ງແວດລ້ອມ.

   ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກໍລະກົດ 2018 ພາຍຫລັງເຊັນສັນຍາຈັດຈ້າງບໍລິສັດ ທີ່ປຶກສາຕ່າງປະເທດ ເພື່ອສຳຫລວດ, ອອກແບບລາຍລະອຽດໂຄງການ ແລະ ຕິດຕາມກວດການກໍ່ສ້າງ, ໂຄງການມີ 5 ອົງປະກອບ (ໜ້າວຽກ) ຄື: (1) ສ້າງຕັ້ງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ;  (2) ປັບປຸງຂອດບໍລິການລົດເມສາທາລະນະ ແລະ ສ້າງລະບົບລົດເມດ່ວນ (Bus Rapid Transit “BRT”); (3) ປັບປຸງການຄຸ້ມຄອງການຈະລາຈອນ; (4) ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ; (5) ປັບປຸງທາງຍ່າງ ແລະ  ການຂົນສົ່ງບໍ່ໃຊ້ເຄື່ອງຈັກ (Non- Motorize Transport “NMT”).  ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ  ໄດ້ຮັບເງິນກູ້ຢືມ, ຊ່ວຍເຫລືອລ້າ ຈາກບັນດາອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ທັງໝົດ 99,7 ລ້ານ ໂດລາ. *** ອ່ານຕໍ່ສະບັບໜ້າ ***

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top