74 ປີ ສື່ມວນຊົນລາວເປັນກະບອກສຽງອັນແຫລມຄົມ ຂອງພັກ-ລັດ ຕິດພັນກັບປະວັດສາດຂອງຊາດລາວ

10/08/2024 08:56
Email Print 675
ຂປລ ຕໍ່ສື່ມວນຊົນ ໃນວັນທີ 7 ສິງຫາ 2024 ໃນໂອກາດວັນສ່ືມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024) ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ໃນໄລຍະຜ່ານມາຮອດປັດຈຸບັນ

*** ຕໍ່ຈາກໜ້າ 1 ***

      ຕໍ່ສື່ມວນຊົນ ໃນວັນທີ 7 ສິງຫາ 2024 ໃນໂອກາດວັນສ່ືມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024) ໂດຍທ່ານໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນລາວ ໃນໄລຍະຜ່ານມາຮອດປັດຈຸບັນ ເຊິ່ງຕະຫລອດໄລຍະ 74 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເອົາໃຈໃສ່ໂຄສະນາເພື່ອປຸກລະດົມຂົນຂວາຍທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າໃຫ້ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຄຽດແຄ້ນສັດຕູ ແລະ ເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ ເພື່ອເຂົ້າຮ່ວມຂະບວນການປະຕິວັດ. ສື່ມວນຊົນບາງຄົນຕ້ອງໄດ້ປະຕິບັດສອງໜ້າທີ່ຄື: ການສື່ຂ່າວ ແລະ ສູ້ຮົບກັບສັດຕູໄປພ້ອມກັນໃນເວລາດຽວເຊິ່ງເປັນການປະກອບສ່ວນສໍາຄັນໃນພາລະກິດຕໍ່ສູ້ກູ້ຊາດ ທີ່ຍືດເຍື້ອຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສະຫງ່າຜ່າເຜີຍໃນປີ 1975.

     ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກໍຄືໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສື່ມວນຊົນລາວຍັງໄດ້ສືບຕໍ່ເປັນກະບອກສຽງທີ່ສໍາຄັນຂອງພັກ ແລະ ລັດຖະບານໃນການໂຄສະນາໝາກຜົນຂອງການປະຕິວັດ, ປຸກລະດົມປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທ່ີລັດຖະບານວາງອອກໃນແຕ່ລະໄລຍະ, ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໄພໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ອົງການປົກຄອງກັບປະຊາຊົນ, ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ສ່ືມວນຊົນ ຍັງມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທ່ີປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕອບໂຕ້ຖ້ອຍທໍານອງຂອງພວກຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາທັງຢູ່ພາຍໃນ ແລະ ພາຍນອກ, ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ.

      ທ່ານ ສຸວັນ ວິໄລແສງ ຍັງກ່າວອີກວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການບໍລິໂພກຂໍ້ມູນຂ່າວສານໃນໄລຍະໃໝ່ ກໍຄືໄລຍະທີ່ສື່ໃໝ່ ຫລື ສື່ອອນລາຍ ມີບົດບາດສູງໃນຊີວິດປະຈໍາວັນຂອງຄົນເຮົາໃນປັດຈຸບັນ, ສື່ມວນຊົນລາວຕ້ອງພ້ອມກັນສືບຕ່ໍເຮັດໜ້າທ່ີເປັນກະບອກສຽງທີ່ສໍາຄັນໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດວາງອອກໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້, ເນື້ອໃນ ແລະ ຮູບແແບບການໂຄສະນາຂອງສື່ມວນຊົນຕ້ອງໄດ້ປັບປຸງໃຫ້ມີຄວາມຫລາກຫລາຍ ແລະ ດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານຂຶ້ນກວ່າເກົ່າ, ໄປພ້ອມໆກັບການປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ຫັນເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນ, ທັງສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຕາມ 4 ລັກສະນະຂອງ ສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.

    ເພື່ອເຮັດໃຫ້ການປະຕິບັດໜ້າທ່ີຂອງຕົນໃຫ້ດີກວ່າເກົ່າ, ສື່ມວນຊົນທຸກຄົນຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານ ໃນແຕ່ລະໄລຍະເພື່ອໄປສ່ອງແສງ ຫລື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງ ສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດກັບປະ ຊາຊົນ ແລະ ປະຊາຊົນກັບປະຊາຊົນໃຫ້ນັບມື້ດີຂຶ້ນກວ່າເກົ່າ.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top