ມາຢ້ຽມຢາມນະຄອນໄກສອນ ຢ່າພາດຄວາມແຊບທີ່ຮ້ານອາຫານລາວເຮົາ

26/11/2025 09:49
ຂປລ ຂປລ. ຮ້ານ​ອາຫານ​ລາວເຮົາ ​​ແມ່ນອີກ​ຮ້ານ​ອາຫານໜຶ່ງທີ່​ຂຶ້ນ​ຊື່ຂອງ​ນະຄອນ​ໄກສອນ​ພົມວິຫານ ບໍ່​ວ່າ​​ໃຜໆ ທີ່​ໄດ້​ມາ​ ​ນະຄອນ​ໄກສອນພົມ​ວິຫານ ກໍບໍ່​ຄວນ​ພາ​ດ ທີ່​ຈະ​ມາ​ຮ້ານນີ້ ​ເນື່ອງ​ຈາກ​ວ່າ ຮ້ານອາຫານລາວ​ເຮົາ​​ ມີ​ບໍລິການ​ອາຫານ, ​ເຄື່ອງ​ດື່ມ ​ແລະ ​ເຄື່ອງ​ທີ່ລະ​ນຶກ ​ແບບ​ຄົບ​ວົງ​ຈອນ

ຂປລ. ຮ້ານ​ອາຫານ​ລາວເຮົາ ​​ແມ່ນອີກ​ຮ້ານ​ອາຫານໜຶ່ງທີ່​ຂຶ້ນ​ຊື່ຂອງ​ນະຄອນ​ໄກສອນ​ພົມວິຫານ ບໍ່​ວ່າ​​ໃຜໆ ທີ່​ໄດ້​ມາ​ ​ນະຄອນ​ໄກສອນພົມ​ວິຫານ ກໍບໍ່​ຄວນ​ພາ​ດ ທີ່​ຈະ​ມາ​ຮ້ານນີ້ ​ເນື່ອງ​ຈາກ​ວ່າ ຮ້ານອາຫານລາວ​ເຮົາ​​ ມີ​ບໍລິການ​ອາຫານ, ​ເຄື່ອງ​ດື່ມ ​ແລະ ​ເຄື່ອງ​ທີ່ລະ​ນຶກ ​ແບບ​ຄົບ​ວົງ​ຈອນ  ​ເວົ້າ​ໄດ້​ວ່າ ມາ​ສະຖານ​ທີ່​ແຫ່ງ​ນີ້ ​ໄດ້​ທັງ​ຄວາມ​ແຊບ ​ແລະ ຄວາມ​ປະ​ທັບ​ໃຈຢ່າງ​ແນ່ນອນ ຊຶ່ງບັນດາ​ແຂກທີ່ໄດ້ສຳຜັດຈະ​ເພີດ​ເພີນ​​ໄປ​ກັບອາຫານລາວ​​​ແຊບຊ້ອຍ ​ແລະ ການ​ຕົບ​ແຕ່​ງການປະດັບ​ປະດາ ອາຫານ​ແຕ່​ລະ​ເຍື່ອງ​ແມ່ນສວຍ​ງາມເຫັນ​ແລ້ວ​ຈົນ​ບໍ່​ຢາ​ກກິນ​ຍ້ອນ​ຕົບ​ແຕ່ງ​ງາມ​ຫລາຍ ​​ແຕ່​ກໍ​ອົດ​ບໍ່​ໄດ້​ຕ້ອງ​ໄດ້​ຊີມ  ຊຶ່ງລົດຊາດແຊບ​ອີ່ຫລີສົມ​ຄໍາ​ເລົ່າ​ລື​, ​ຜູ້​ຂຽນຮັບປະກັນ​ໄດ້ ​ເພາະວ່າ​ໄດ້​ມີໂອກາດ​ໄປ​ກິນມາ​ແລ້ວ.

​ນາງ ສຸ​ກັນຍາ​ ວິ​ລິ​ຍາ​ຍຸດ​ທະ​ມາ ​ເຈົ້າ​ຂອງ​ຮ້ານ​ອາຫານ​ລາວ​ເຮົາ ໃຫ້​ຮູ້​ວ່າ:  ສໍາລັບ ຮ້ານ​ອາຫານ​ລາວ​ເຮົາ ​ສ້າງ​ຂຶ້ນ​ເພື່ອ​ຮອງ​ຮັບ​ແຂກ​ທັງພາຍ​ໃນ ​ແລະ ​ຕ່າງປະ​ເທດ ​ໂດຍ​ອາຫານ​ຫລັກ​ຂອງ​ຮ້ານ​ແມ່ນອາຫານ​ເອກະລັກ​ຄວາມ​ເປັນ​ລາວ ​ແລະ ອາຫານ​ໄທ ຊຶ່ງອາຫານລາວ ​ຈະ​ມີ ປີ້​ງ​ໄກ່​ທີ່​ເປັນ​ສູດ​ຂອງ​ຮ້ານເອງ ແລະ  ໄກ່​ທີ່​ນໍາມາ​​ປີ້ງ​ແມ່ນ​​ໄກ່ ສາມ​ສາຍ​ພັນ ຈຶ່ງ​ມີ​ຄວາມ​ແຊບ​ອ່ອນ​ນຸ່ມ , ມີ​ແກງ​ໜໍ່ໄມ້,ຕໍາໝາກຫຸງ,  ອົ່ວ, ໝໍ່າ, ຊີ້ນ​ສະຫວັນ ​ທີ່​​ເປັນ​ອາຫານ​ເອກະ​ລັກ​ຂອງ​ແຂວງ​ສະຫວັນ​ນະ​ເຂດ,​ຖ້າ​ໃຜ​ໄດ້​ມາ​ກໍຕ້ອງ​ໄດ້​ກິນ ຖ້າ​ບໍ່​ໄດ້​ກິນ​ກໍ​ຊໍາ​ວ່າ​ມາ​ບໍ່​ຮອດສະຫວັນ​ນະ​ເຂດ ກໍ່ວ່າ​ໄດ້. ສໍາລັບ ​ຈຸດ​ເດັ່ນທີ່​ດຶງ​ດູດ​ລູກ​ຄ້າ​ ​ແມ່ນເນັ້ນອາຫານ​ທີ່​ສະອາດ, ປອດ​ໄພ ​ໃສ່​ໃຈ​ສຸຂະພາບຜູ້​ບໍ​ລິ​ໂພ​ກ ​​ໂດຍ​ການ​ເລືອກເອົາ​ວັດຖຸ​ດິບ​ທີ່​ສົດ​ໃໝ່​ ​ແລະ ປອດ​ສານພິດ ໃນ​ແຕ່​ລະ​ມື້ ​ເພື່ອ​ໃຫ້​ລົດ​ຊາດ​ອາຫານ​ແຊບ​ຖືກ​ໃຈ​ລູກ​ຄ້າ ພ້ອມນັ້ນ, ຍັງມີ​ຫລາກ​ຫລາຍ​ລາຍການອາຫານ​ໃຫ້​ລູກຄ້າໄດ້ເລືອກ​ຮັບປະທານ. ນອກ​ນີ້, ຍັງຖື​ເອົາ​ບໍລິ​ການ​ທີ່​ດີ ວ່ອງໄວ ​ເປັນຫົວ​ໃຈ​ສໍາຄັນ​ໃນ​ເລື່ອງ​ການ​ບໍລິການ ​ເພື່ອ​ສ້າງ​ປະ​ທັບ​ໃຈ​ໃຫ້​ລູກ​ຄ້າ​ມາ​ແລ້ວ​ຢາກ​ມາ​ອີກ, ບາງ​ຄົນ​ຈົນ​ກາຍ​ເປັນ​ຄົນ​ຮັກ​ແພງ​ກັນ​ກໍ່ມີ. ຍັງ​ບໍ່ພໍ​ເທົ່າ​ນີ້ ທາງ​ຮ້ານ ຍັງມີ​ບໍລິການ ​ເຄື່ອງ​ດື່ມ ​ປະ​ເພດ​ ກາ​​ເຟ, ​ ​ໂດຍກາ​ເຟ​ ຈະ​ຄັດ​ເອົາ​ກາ​ເຟສົດ​ຈາກສວນ​ສົ​ມ​ໄຊ ​ເມືອງ​ປາກ​​ເຊ (ພັນ​ກາ​ຕໍ​ມໍ​ອາ​ລາ​ບິ​ກ້າ) ​ໃນ​ແບບ​ດິບ​ນໍາ​ມາ​ຂົ້ວ​ດ້ວຍ​ເຕົາ​ພື້ນ ​​ແລ້ວ​ນໍາ​ມາ​ປັບປຸງ​ເປັນ​ສູດ​ກາ​ເຟຂອງ​ເຮົາ​ເອງ ​ແລະ ມີ​ ລາຍການ(ເມ​ນູ) ອື່ນໆອີກ.​ ແນວ​ໃດ​ກໍ່​ດີ, ​ເພື່ອ​ຮັກສາ​ມາດຕະຖານ​ລູ​ກຄ້າ​ຢ່າງ​ຕໍ່​ເນື່ອງ  ກໍ​ຈະ​ພາ​ຍາ​ຍາມ​ປັບປຸງ​ຮ້ານ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ ​ແຕ່​ຍັງ​ຄົງ​ຮັກສາເອກະລັກ​ຄວາມ​ເປັນ​ລາວ ​ແລະ ​ໃນຕໍ່ໜ້າຈະ​ເຮັດ​​​ຈຸດ (ໂຊນ)​ ຖ່າຍຮູບ ​ເພື່ອໃຫ້ລູກຄ້າທີ່ຕ້ອງການຢາກຖ່າຍຮູບໄວ້​ເປັນ​ທີ່​ລະນຶກ, ມີ​ສະຖານ​ທີ​່ຈອດ​ລົດກວ້າງຂວາງ​ສະດວກ​ສະບາຍ​ ແລະ ຈະປັບປຸງ​ຫ້ອ​ງ ນໍ້າ​​ໃຫ້​ມີ​ຄວາມ​ສະອາດງາມ​ຕາຂຶ້ນຕື່ມ​. 

ນາງ ສຸ​ກັນຍາ​ ​ເວົ້າ​ຕື່ມ​ວ່າ:  ສໍາລັບ ຮ້ານອາຫານລາວ​​ເຮົາ ມີ​ຫລາຍ​ບໍລິການບໍ່ວ່າຈະເປັນ ອາຫານ, ​ເຄື່ອງ​ດື່ມ ​ແລະ ຮ້ານຂາຍ​​ເຄື່ອງ​ທີ່​ລະນຶກ ຈາກ​ສີ​ໄມ້​ລາຍ​ມືຂອງ​ຄົນ​ລາວ​ທົ່ວ​ປະ​ເທດທີ່​ນໍາ​ມາ​ຂາຍ​ໃນ​ນີ້ ​ເມື່ອລູກ​ຄ້າ​ໄດ້​ມາ​ໃຊ້​ບໍລິ ການ ຈະ​ບໍ່​ຜິດ​ຫວັງ​ແນ່ນອນ.ສະ​ນັ້ນ, ຈຶ່ງ​ຢາກ​ເຊີນຊວນ ລູກ​ຄ້າ​ທັງ​ພາຍ​ໃນ​ ແລະ ຕ່າງ​ແຂວງ​ໃຫ້​ເຂົ້າ​ມາ​ໃຊ້​ບໍລິການ ກິນ​ອາຫານ​ແຊບໆ,​ ເບິ່ງ​ເຄື່ອງ​ທີ່ລະ​ນຶກ​ເພື່ອ​ຊື້​ເປັນ​ເຄື່ອງ​ຝາກ​ຂອງຕ້ອນ​ຈາ​ກສະຫວັນ​ນະ​ເຂດ ​ໂດຍ​ຮ້ານ​ຕັ້ງ​ຢູ່​ບ້ານ​ໂພນ​ສະ ຫວ່າງ​ເໜືອ ນະຄອນ​ໄກສອນ​ພົມວິຫານ ​ແຂວງ​ສະຫວັນ​ນະ​ເຂດ ຖ້າ​ມາ​ແລ້ວ​ບໍ່​ຮູ້​ຮ້ານ ກໍ​ສາມາດ​ຕິດຕໍ່​ໄດ້​ທີ​ເບີ 020 55540226.

ຮ້ານ​ອາຫານລາວ​ເຮົາ​ ເປັນ​ອີກຈຸດໜຶ່ງທີ່​ໄດ້​ຮັບ​ການ​ປະ​ເມີນ ​ເມື​ອງມາດຕະຖານ​ສະອາດ​ອາຊຽນ ຂອງນະຄອນ​ໄກສອນ ​​ຊຶ່ງຈຸດ​ນີ້​ສາມາດ​ບົ່ງ​ບອກ​ເຖິງ ຄວາມ​ສະ​ອາດ,ປອດ​ໄພ ​ແລະ ​ການຮັກສາ​ສິ່ງ​ແວດ​ລ້ອມ​ໄດ້​ດີ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top