ຫວຽດນາມ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ

09/08/2024 17:38
Email Print 1430
ຂປລ ຢູ່ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ , ໂດຍກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຊັກທຸງ ຂຶ້ນເສົາ ອາຊຽນ, ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ (8 ສິງຫາ 1967-8 ສິງຫາ 2024). ໂດຍເປັນ ປະທານພິທີ

ຂປລ.ສຳນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ຫວຽດນາມ ລາຍ​ງານ​ວ່າ: ວັນທີ 08 ສິງຫາ, ຢູ່ນະ​ຄອນ​ຫລວງ ຮ່າໂນ້ຍ ປະ​ເທດ ຫວຽດນາມ , ​ໂດຍກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຊັກທຸງ ຂຶ້ນເສົາ ອາຊຽນ, ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ (8 ສິງຫາ 1967-8 ສິງຫາ 2024). ໂດຍເປັນ ປະທານພິທີ, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີການ ຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ASEAN ຫວຽດນາມ, ຢັ້ງຢືນວ່າ:

ພວກເຮົາຮັບປະກັນໄດ້ ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ ເຊິ່ງກ່ອນນີ້ ເຄີຍຖືກສົງຄາມ ແລະ ປະທະກັນ. ພວກເຮົາໄດ້ສ້າງພື້ນຖານ ເສດຖະກິດ ທີ່ມີລັກສະນະ ເຊື່ອມໂຍງສູງ ດ້ວຍການພັດທະນາ ແບບຍືນຍົງ ແລະ ກວມລວມ, ສ້າງສັງຄົມ ໂດຍຖືປະຊາຊົນ ເປັນໃຈກາງ. ຊຶ່ງປັດໄຈສຳຄັນ ໃນສະພາບການ ໂລກປັດຈຸບັນ.

 ປັດຈຸບັນ, ອາຊຽນ ແມ່ນຮູບແບບ ການຮ່ວມມື ແລະ ເຊື່ອມໂຍງ ໃນພາກພື້ນ. ດ້ວຍວິໄສທັດ ຍຸດທະສາດ, ໄດ້ຮັບການຊຸກຍູ້ ດ້ວຍຄວາມສາມັກຄີ ຂອງທຸກປະເທດ ສະມາຊິກ, ອາຊຽນ ພວມເພີ່ມທະວີ ບົດບາດເປັນໃຈກາງ ແລະ ຕັດສິນໃຈ ເພື່ອພາກພື້ນ ອາຊຽນ ຍືນຍົງ, ປ່ຽນແປງໃໝ່, ຖືປະຊາຊົນ ເປັນໃຈກາງ”.

        ເນື່ອງໃນໂອກາດນີ້, ທ່ານ ໂດ໊ຮຸ່ງຫວຽດ ​ໄດ້ເນັ້ນໜັກ ເຖິງບຸລິມະສິດຂອງ ຫວຽດນາມ ສຳລັບ ອາຊຽນ, ໂດຍຖືວ່າ ອາຊຽນ ຍາມໃດກໍມີທີ່ຕັ້ງ ຍຸດທະສາດ ໃນທຸກການເຄື່ອນໄຫວ ການຕ່າງປະເທດຂອງ ຫວຽດນາມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມື ກັບບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ເພື່ອຊຸກຍູ້ ພາກພື້ນສັນຕິພາບ ແລະ ເຂັ້ມແຂງ, ນຳພາກພື້ນ ອາຊີຕາເວັນອອກສຽງໃຕ້ ກາຍເປັນພາກພື້ນ ແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບ ຢ່າງແທ້ຈິງ.

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top