ຂປລ
ສະຫະພາບ ເອີຣົບ (ອີຢູ) ເຜີຍແພ່ ແຜນການໃໝ່ ເພື່ອຢຸດຕິ ການເພິ່ງພາ ແຮ່ຫາຍາກ ຈາກຈີນ. ໃນຂະນະທີ່ ຈີນ ເປັນຜູ້ ຜະລິດ ແຮ່ທາດ ຫາຍາກ ລາຍໃຫຍ່ສຸດ ຂອງ ໂລກ ໄດ້ປະກາດ ມາດຕະການໃໝ່ ກ່ຽວກັບ ການຄວບຄຸມການສົ່ງອອກ ແຮ່ທາດ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ ເມື່ອວັນທີ 3 ທັນວາ, ສະຫະພາບ ເອີຣົບ (ອີຢູ) ເຜີຍແພ່ ແຜນການໃໝ່ ເພື່ອຢຸດຕິ ການເພິ່ງພາ ແຮ່ຫາຍາກ ຈາກຈີນ. ໃນຂະນະທີ່ ຈີນ ເປັນຜູ້ ຜະລິດ ແຮ່ທາດ ຫາຍາກ ລາຍໃຫຍ່ສຸດ ຂອງ ໂລກ ໄດ້ປະກາດ ມາດຕະການໃໝ່ ກ່ຽວກັບ ການຄວບຄຸມການສົ່ງອອກ ແຮ່ທາດ ເມື່ອເດືອນຕຸລາ ທີ່ຜ່ານມາ. ແຮ່ທາດດັ່ງກ່າວ ແມ່ນນຳໃຊ້ ເຂົ້າໃນ ການຜະລິດ ແຮ່ເຫລັກ ທີ່ມີ ຄວາມສຳຄັນ ຢ່າງຍິ່ງ ຕໍ່ອຸດສາຫະກຳຍານພາຫະນະ ເອເລັກໂຕຣນິກ ແລະ ການປ້ອງກັນ ປະເທດ ແຕ່ການເຄື່ອນໄຫວ ຂອງ ຈີນ ໄດ້ສ້າງຄວາມ ປັ່ນປວນ ໃຫ້ແກ່ຕະຫລາດ ເອເລັກໂຕຣນິກ ແລະ ຕອງໂສ້ຂອງຄວາມຕ້ອງການ, ນອກຈາກນັ້ນ ລັດຖະບານຈີນ ຍັງລະບຸວ່າ ຈະຢຸດຕິ ມາດຕະການ ການສົ່ງອອກ ເປັນເວລາ 1 ປີ./
KPL