ສະຫລອງອາທິດສາກົນ ການລ້ຽງລູກ ດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ

07/08/2024 15:34
Email Print 1088
ຂປລ ຂປລ. ພິທີສະເຫລີມສະຫລອງອາທິດສາກົນ ການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ຈັດຂຶ້ນໃນວັນທີ 6 ສິງຫາ 2024 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ເຂດດົງໂພສີ) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ລາວ, ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

 

ຂປລ. ພິທີສະເຫລີມສະຫລອງອາທິດສາກົນ ການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ຈັດຂຶ້ນໃນວັນທີ
6 ສິງຫາ 2024 ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ເຂດດົງໂພສີ) ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ລາວ, ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະໜອງ ທອງຊະນະ ​ໄດ້​ມີ​ຄຳ​ເຫັນວ່າ: ພິທີສະເຫລີມສະຫລອງອາທິດສາກົນ ການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການ ເປັນງານທີ່ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເລິກເຊິ່ງ ໃນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ເຊິ່ງໄດ້ຈັດຂຶ້ນໃນທຸກໆປີ ໃນໄລຍະວັນທີ 1-7 ສິງຫາ ບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ພ້ອມກັນສະເຫລີມສະຫລອງ ອາທິດສາກົນການລ້ຽງລູກດ້ວຍນໍ້ານົມແມ່ ດ້ວຍການຈັດງານ ແລະ ສ້າງຂະບວນການຕ່າງໆ ໃນຫລາຍຮູບແບບ. ສຳລັບ ປີ 2024 ນີ້, ອົງກອນພັນທະມິດສາກົນ ການລ້ຽງລູກດ້ວຍນໍ້ານົມແມ່ ໄດ້ເນັ້ນໜັກໃສ່ຫົວຂໍ້ ການປິດຊ່ອງວ່າງ, ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ ເພື່ອທຸກຄົນເຊິ່ງໝາຍເຖິງການປິດຊ່ອງວ່າງຂໍ້ຫຍຸ້ງຍາກ ໃນການລ້ຽງລູກດ້ວຍນໍ້ານົມແມ່, ສ້າງຄວາມສະເໝີພາບໃນສັງຄົມ, ທຸກໆຄົນສາມາດເຂົ້າເຖິງ ການສະໜັບສະໜູນ  ການລ້ຽງລູກດ້ວຍນໍ້ານົມແມ່ ໂດຍສະເພາະ ແມ່ທີ່ມີຄວາມສ່ຽງຈະຕ້ອງໄດ້ຮັບ  ການຊ່ວຍເຫລືອເພີ່ມເຕີມ ຕ້ອງຮັບປະກັນວ່າບໍ່ໃຫ້ມີໃຜຖືກຖິ້ມໄວ້ເບື້ອງຫລັງ ເພື່ອຫລຸດຄວາມບໍ່ເທົ່າທຽມ ແລະ ສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆໄດ້ ແລະ ຕ້ອງການໃຫ້ສັງຄົມຮັບຮູ້ຄວາມສໍາຄັນ ແລະ ຄວາມຕ້ອງການໃຫ້ ການສະໜັບສະໜູນ ຂອງບັນດາແມ່ຍິງ ທີ່ກຳລັງລ້ຽງລູກດ້ວຍນໍ້ານົມແມ່.

ທ່ານ ສະໜອງ ທອງຊະນະ ຍັງ​ໄດ້ກ່າວຕື່ມວ່າ: ວັນໂພຊະນາການແຫ່ງຊາດ ເປັນອີກວັນໜຶ່ງທີ່ມີຄວາມໝາຍຢ່າງກວ້າງຂວາງ, ໃນແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໂພຊະນາການແມ່ນມີບົດບາດສໍາຄັນຫລາຍ ເນື່ອງຈາກວ່າຕົວຊີ້ວັດ ດ້ານໂພຊະນາການ ເປັນສິ່ງທີ່ບົ່ງບອກ ສະຖານະພາບ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ໃນວັນທີ 31 ກໍລະກົດ 2013 ໄດ້ມີການແຕ່ງຕັ້ງຄະນະກຳມະການແຫ່ງຊາດ ດ້ານໂພຊະນາການຂຶ້ນເປັນຄັ້ງທໍາອິດ ທີ່ມີຫລາຍກະຊວງ ເຊັ່ນ: ກະຊວງສາທາລະນາສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງອື່ນໆ ໂດຍມີເປົ້າໝາຍເພື່ອແກ້ໄຂ ບັນຫາໂພຊະນາການທີ່ຖືເອົາ 22 ມາດຕະການໂພຊະນາການ ເປັນບຸລິມະສິດ ທີ່ສໍາຄັນໃນການວາງແຜນ ແລະ ຈັດຕັ້ງປະຕິ ບັດໃນການຕອບໂຕ້ ກັບສະພາບການຂາດສານອາຫານໃນ ສປປ ລາວ. ສະນັ້ນ, ເພື່ອສືບຕໍ່ສົ່ງເສີມໃຫ້ເຫັນໄດ້ ຄວາມສໍາຄັນອັນເປັນບຸລິມະສິດ ແກ່ວຽກງານໂພຊະນາການ ໃຫ້ເປັນຮູບປະທໍາຢ່າງແທ້ຈິງການ ນໍາຈຶ່ງໄດ້ກຳນົດເອົາ ວັນທີ 31 ກໍລະກົດ ຂອງທຸກປີ ເປັນວັນໂພຊະນາການແຫ່ງຊາດ ແລະ ຈັດການສະເຫລີມສະຫລອງ ຢ່າງເປັນທາງການ ເພື່ອຍົກສູງຈິດສໍານຶກວຽກງານໂພຊະນາການໃຫ້ກວ້າງຂວາງຕໍ່ໆໄປ.

ຂ່າວ-ພາບ: ໜັງສືພິມ​ປະຊາຊົນ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top