ລັດຖະບານ ໂຈະການນຳເຂົ້າ ຍານ ພາຫະນະທາງບົກ ປະເພດລົດເບົາ ຊົ່ວຄາວ

06/08/2024 15:08
Email Print 1437
ຂປລ ຂປລ. ລັດຖະບານ ກໍຄື ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເຖິງ ສະມາຄົມພາຫະນະລາວ ໃຫ້ໂຈະຊົ່ວຄາວ ການນຳເຂົ້າຍານພາຫະນະທາງບົກ ປະເພດລົດເບົາ (ລົດຈີບ, ລົດເກັງ, ລົດຕູ້ ແລະ ລົດກະບະ) ທີ່ມີມູນຄ່າສູງ ເພື່ອປະຕິບັດມາດຕະການ ຫລຸດຜ່ອນການນຳເຂົ້າ ແນໃສ່ປະກອບສ່ວນແກ້ໄຂບັນຫາ ການຂາດແຄນເງິນຕາ, ຫລຸດຜ່ອນການຂາດດຸນການຄ້າ, ຫລຸດຜ່ອນການນໍາເຂົ້າລົດ ທີ່ບໍ່ຮັບປະກັນທາງດ້ານ ມາດຕະຖານເຕັກນິກ, ຄຸນນະພາບ ແລະ ເພື່ອປະກອບສ່ວນແກ້ໄຂບັນຫາເງິນເຟີ້.

ຂປລ. ລັດຖະບານ ກໍຄື ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເຖິງ ສະມາຄົມພາຫະນະລາວ ໃຫ້ໂຈະຊົ່ວຄາວ ການນຳເຂົ້າຍານພາຫະນະທາງບົກ ປະເພດລົດເບົາ (ລົດຈີບ, ລົດເກັງ, ລົດຕູ້ ແລະ ລົດກະບະ) ທີ່ມີມູນຄ່າສູງ ເພື່ອປະຕິບັດມາດຕະການ ຫລຸດຜ່ອນການນຳເຂົ້າ ແນໃສ່ປະກອບສ່ວນແກ້ໄຂບັນຫາ ການຂາດແຄນເງິນຕາ, ຫລຸດຜ່ອນການຂາດດຸນການຄ້າ, ຫລຸດຜ່ອນການນໍາເຂົ້າລົດ ທີ່ບໍ່ຮັບປະກັນທາງດ້ານ ມາດຕະຖານເຕັກນິກ, ຄຸນນະພາບ ແລະ ເພື່ອປະກອບສ່ວນແກ້ໄຂບັນຫາເງິນເຟີ້.

ຕາມແຈ້ງການ ໃຫ້ຮູ້ວ່າ: ໂຈະຊົ່ວຄາວ ການອະນຸມັດນໍາເຂົ້າ ຍານພາຫະນະທາງບົກ ປະເພດລົດເບົາ ທີ່ນຳໃຊ້ ນ້ຳມັນເຊື້ອໄຟ, ພະລັງງານສອງລະບົບ ນໍ້າມັນເຊື້ອໄຟ ແລະ ໄຟຟ້າ (Hybrid), ໄຟຟ້າ ແລະ ພະລັງງານທົດແທນອື່ນ ເຊິ່ງມີມູນຄ່າແຈ້ງເສຍພາສີ CIF ຢູ່ດ່ານແຈ້ງນຳເຂົ້າ ແຕ່ 50.000 ໂດລາສະຫະລັດ ຂຶ້ນໄປ; ບໍ່ອະນຸຍາດ ໃຫ້ບໍລິສັດນຳເຂົ້າພາຫະນະທາງບົກ ທີ່ບໍ່ໄດ້ຮັບການການແຕ່ງຕັ້ງ ຫລື ມອບສິດຈາກບໍລິສັດແມ່ ນຳເຂົ້າພາຫະນະເບົາ ຈົນກວ່າຈະມີມາດຕະການ ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ແລະ ຄຸນນະພາບ ຂອງພາຫະນະນໍາເຂົ້າ; ໃຫ້ບໍລິສັດ ນຳເຂົ້າຍານພາຫະນະທາງບົກ ທີ່ໄດ້ມີການສັ່ງຊື້ ປະເພດລົດເບົາ ທີ່ມີມູນຄ່າແຕ່ 50.000 ໂດລາສະຫະລັດ ຂຶ້ນໄປ ທີ່ມີຫລັກຖານຢັ້ງຢືນ ການໂອນເງິນມັດຈໍາ ຜ່ານທະນາຄານທຸລະກິດ ພາຍໃນ ສປປ ລາວ ກ່ອນວັນທີ 6 ສິງຫາ 2024 ແຈ້ງຕໍ່ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອໄດ້ຮັບສິດຍົກເວັ້ນການໂຈະ ຕາມແຈ້ງການສະບັບນີ້. ສ່ວນການສັ່ງຊື້ ຫລັງວັນທີ 6 ສິງຫາ 2024 ແມ່ນຈະບໍ່ໄດ້ຮັບສິດຍົກເວັ້ນຈາກການໂຈະນີ້.

ສ່ວນການນຳເຂົ້າພາຫະນະ ປະເພດລົດເບົາ ທີ່ມີມູນຄ່າ ແຕ່ 50.000 ໂດລາສະຫະລັດ ຂຶ້ນໄປ ເພື່ອມາຮັບໃຊ້ວຽກງານ ທີ່ມີຄວາມຈຳເປັນ ຫລື ພົວພັນກັບພັນທະຕໍ່ສາກົນ ເປັນຕົ້ນ ເພື່ອຮັບໃຊ້ວຽກງານສະເພາະຂອງລັດຖະບານ, ສະຖານທູດ ຫລື ອົງການຈັດຕັ້ງສາກົນ ແມ່ນສາມາດນຳເຂົ້າໄດ້ ໂດຍໄດ້ຮັບການພິຈາລະນາ ແລະ ຕົກລົງ ຂອງລັດຖະບານ; ກະຊວງອຸດສາຫະກຳ ແລະ ການຄ້າ ຈະສ້າງກົນໄກ ປະສານງານ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້, ຮ່ວມກັບ ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ສະມາຄົມຍານພາຫະນະທາງບົກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ, ປັບປຸງມາດຕະການຫລຸດຜ່ອນການນຳເຂົ້າ ໃຫ້ສອດຄ່ອງກັບພັນທະທີ່ມີຕໍ່ສາກົນ ແລະ ສະພາບຄວາມເປັນຈິງ ແຕ່ລະໄລຍະ, ພ້ອມທັງຄົ້ນຄວ້າສ້າງແຜນ ແລະ ຄຸ້ມຄອງການນຳເຂົ້າພາຫະນະທາງບົກ ສຳລັບ ປີ 2025 ໃຫ້ເປັນລະບົບ, ຮັດກຸມ ແລະ ສົມຄູ່ກັບດຸນການຊຳລະກັບຕ່າງປະເທດ ເຊິ່ງມາດຕະການໂຈະຊົ່ວຄາວນີ້, ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 20 ສິງຫາ ຮອດ ວັນທີ 31 ທັນວາ 2024 ຫລື ຈົນກວ່າຈະມີແຈ້ງການປ່ຽນແທນ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AIວັດທະນະທຳ-ສັງຄົມ

      ສື່ມວນຊົນ ໄອແຄັບ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນຍຸກ AI

      11/9/2026 11:35:25 AM

      ກອງປະຊຸມສື່ມວນຊົນຂອງອົງການກອງປະຊຸມສາກົນ ບັນດາພັກການເມືອງໃນອາຊີ (ICAPP) ຫຼື ໄອແຄັບ ຄັ້ງທີ 8 (8th Meeting of the ICAPP Media Forum) ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ນະຄອນຫຼວງເຊອູນ, ສາທາລະນະລັດເກົາຫຼີ ພາຍໃຕ້ຫົວຂໍ້ “ບົດບາດຂອງສື່ມວນຊົນໃນການສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່” ໂດຍມີບັນດາຕົວແທນຈາກ 37 ພັກການເມືອງ ແລະ ຜູ້ແທນ 20 ກວ່າທ່ານ ຈາກອົງການສື່ມວນຊົນທົ່ວອາຊີ ແລະ ພາກພື້ນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວຈັດຂຶ້ນໂອກາດດຳເນີນກອງປະຊຸມໃຫຍ່ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ ຄັ້ງທີ 13.

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

ads
ads

Top