ປຶ້ມ ແລະ ສິ່ງພິມຕ່າງໆ ເປັນປັດໄຈສ້າງວິໄສທັດ ສາຍພົວພັນສັງຄົມ

05/08/2024 16:43
Email Print 2322
ຂປລ ຂປລ. ປຶ້ມ ແລະ ສິ່ງພິມຕ່າງໆ ເປັນປັດໄຈຊຸກຍູ້ທີ່ແຂງແກ່ນ ໃຫ້ການສ້າງວິໄສທັດ ສ້າງສາຍພົວພັນສັງຄົມ ສາມາດສຶກ​ສາ​ອົບ​ຮົມຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດທີ່​ປອດ​ໃສ ​ແກ່​ຜູ້​ອ່ານ, ສ້າງຮຸ່ນສືບ ທອດທີ່ມີລະດັບວັດທະນະທຳ ແລະ ການສຶກສາຢ່າງຮອບດ້ານ ທັງສາມາດຈຳ​ກັດ​ບັນ​ຫາ ແລະ ປາ​ກົດ​ການ​ຫຍໍ້​ທໍ້ທາງ​ສັງ​ຄົມ ເປັນການປະ​ກອບ​ສ່ວນ​ ເຂົ້າໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ.




ຂປລ. ປຶ້ມ ແລະ
ສິ່ງພິມຕ່າງໆ ເປັນປັດໄຈຊຸກຍູ້ທີ່ແຂງແກ່ນ ໃຫ້ການສ້າງວິໄສທັດ ສ້າງສາຍພົວພັນສັງຄົມ ສາມາດສຶກ​ສາ​ອົບ​ຮົມຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດທີ່​ປອດ​ໃສ​ແກ່​ຜູ້​ອ່ານ, ສ້າງຮຸ່ນສືບ ທອດທີ່ມີລະດັບວັດທະນະທຳ ແລະ ການສຶກສາຢ່າງຮອບດ້ານ ທັງສາມາດຈຳ​ກັດ​ບັນ​ຫາ ແລະ ປາ​ກົດ​ການ​ຫຍໍ້​ທໍ້ທາງ​ສັງ​ຄົມ ເປັນການປະ​ກອບ​ສ່ວນ​ ເຂົ້າໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ. 




ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ໃຫ້ສໍາພາດເນື່ອງໃນໂອກາດວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ
74 ປີ ໃນວັນທີ 5 ສິງຫາ 2024 ນີ້ວ່າ: ກົມວັນນະຄະດີ ແລະ ພິມຈຳໜ່າຍ ມີບົດບາດໃນຄຸ້ມຄອງ, ປົກປັກຮັກສາ, ສົ່ງເສີມການ ປະດິດແຕ່ງວັນນະກຳ ພັດທະນາການພິມຈຳໜ່າຍ, ຫໍສະໝຸດ ແລະ ສົ່ງເສີມການອ່ານ, ຊຶ່ງໃນໄລຍະຜ່ານ​ມາໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງ​ໜ້າ ໃນ​ການຊຸກ​ຍູ້ສົ່ງ​ເສີມວຽກ​ງານວັນນະຄະດີ ແລະ ການ​ພິມ​ຈຳ​ໜ່າຍ​ ໃຫ້ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ເລື້ອຍໆ​ມາ. ສຳລັບຜົນງານທີ່ພົ້ນເດັ່ນ ແລະ ຍາດມາໄດ້ໃນປີຜ່ານມາ ແມ່ນໄດ້ສໍາເລັດການປັບປຸງ ກົດໝາຍ ວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ນຳໃຊ້ເປັນເຄື່ອງມື ແລະ ເປັນບ່ອນອີງທີ່ສຳຄັນ ທາງດ້ານຫລັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານການພິມຈຳໜ່າຍ ເຮັດໃຫ້ວຽກງານພິມຈຳໜ່າຍຂະຫຍາຍຕົວ, ພັດທະນາ ແລະ ເຄື່ອນໄຫວຢ່າງແຂງແຮງ.

ປັດຈຸບັນ, ມີ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມ ເກີດຂຶ້ນ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຂະແໜງຄົ້ນຄວ້າຈັດພິມປຶ້ມ ການຮຽນ-ການສອນ, ມີປຶ້ມຜົນງານການຄົ້ນຄວ້າ ຂອງບັນດາຂະແໜງການວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆຈຳນວນ ຫລາຍ, ມີອົງການຈັດຕັ້ງເຄື່ອນໄຫວ ເຮັດວຽກງານພິມຈຳໜ່າຍຄື: ສະມາຄົມການພິມ, ສະມາຄົມນັກປະພັນລາວ, ສະມາຄົມຫໍສະໝຸດລາວ ແລະ ກຸ່ມສຳນັກພິມເກີດຂຶ້ນ ເພື່ອສົ່ງເສີມຂະແໜງການພິມຈຳໜ່າຍ ແລະ ສົ່ງເສີມການອ່ານດ້ວຍຫລາຍຮູບການ. ນອກຈາກນີ້, ວຽກງານການພິມຈຳໜ່າຍ ຍັງໄດ້ມີການຮ່ວມມືກັບເພື່ອນມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ໃນການຈັດຝຶກອົບຮົມວຽກງານພິມຈໍາໜ່າຍ ສ້າງຄວາມເຂັ້ມແຂງໃຫ້ພະນັກງານລາວ ແລະ ວຽກງານການແລກປ່ຽນ ຈັດພິມປຶ້ມແປດີເດັ່ນ ຂອງບັນດາສຳນັກພິມຂອງລາວ ແລະ ສຳນັກພິມ ສປ ຈີນ ຈຳນວນຫລາຍຫົວເລື່ອງ ພ້ອມທັງໄດ້ຮັບການຊຸກຍູ້ການຈັດພິມປຶ້ມນິທານ, ປຶ້ມອ່ານເສີມຂອງບັນດາອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ເພື່ອມອບໃຫ້ຫ້ອງສະໝຸດໂຮງຮຽນສາມັນ ໃນຂອບເຂດເປົ້າໝາຍຂອງໂຄງການ ແລະ ເຄື່ອນໄຫວວຽກງານ ສົ່ງເສີມການອ່ານ ຢູ່ບັນດາແຂວງຈຳນວນໜຶ່ງ.  ໃນປີ 2024, ວຽກງານການຈັດພິມປຶ້ມ ສາມາດອອກທະບຽນພິມປຶ້ມ ໄດ້ 704 ຫົວເລື່ອງ ມີ 3.049.549 ຫົວ, ສິ່ງພິມອື່ນ ໄດ້ 319.900 ສະບັບ. ໃນແຕ່ລະປີ ມີບົດປະພັນວັນນະຄະດີ ປະເພດກະວີ, ເລື່ອງສັ້ນລົງພິມ ແລະ ໂຄສະນາໃນສື່ ແລະ ສິ່ງພິມຕ່າງໆ ປະມານ 2.000 ບົດ. ຄຽງຄູ່ໄປກັບຜົນສຳເລັດ ແລະ ທ່າແຮງທີ່ມີດັ່ງກ່າວນັ້ນ, ວຽກງານປຶ້ມ ແລະ ສິ່ງພິມຕ່າງໆ ຍັງມີສິ່ງຄົງຄ້າງ ແລະ ທ້າທາຍ ເປັນຕົ້ນ   ປັດຈຸບັນໄດ້ມີ ຕົ້ນສະບັບປຶ້ມຄົ້ນຄວ້າ ວິຊາການຂະແໜງການຕ່າງໆ, ປຶ້ມບົດປະພັນວັນນະຄະດີ, ໜັງສືຜູກໃບລານ, ພັບສາ (ປື້ມເກົ່າແກ່ ທີ່ເຮັດດ້ວຍເຈ້ຍສາ), ປຶ້ມເກົ່າແກ່ທີ່ບັນທຶກຫລັກຖານ ທາງປະຫວັດສາດຂອງຊາດລາວ ເປັນຈຳນວນຫລວງຫລາຍ ຍັງບໍ່ທັນມີການຈັດພິມເຜີຍແຜ່ ຍ້ອນຂາດທຶນພິມ; ຍັງຂາດການລົງທຶນໃສ່ການສ້າງລະບົບບໍລິການຫໍສະໝຸດ ດິຈີຕອນ ຫລື ບໍລິການ ການອ່ານດ້ວຍເອເລັກໂຕຣນິກ ເພື່ອຫລຸດຜ່ອນງົບປະມານ ການຈັດພິມເປັນເຫລັ້ມ, ຫລຸດຜ່ອນຄ່າຂົນສົ່ງ ແລະ ຫລຸດຜ່ອນມົນລະພິດ.




ທ່ານ ນາງ ຈັນເພັດ ຄຳຟອງ ກ່າວຕື່ມວ່າ: ຕໍ່ກັບທິດທາງແຜນການຕໍ່ໜ້າ ວຽກງານພິມຈຳໜ່າຍ ຍັງຕ້ອງເອົາໃຈໃສ່ ຢ່າງຕັ້ງໜ້າ ສືບຕໍ່ໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການພິມ ແລະ ຈຳໜ່າຍ ໃຫ້ທົ່ວເຖິງ
, ປະຕິບັດນະໂຍບາຍສົ່ງເສີມວຽກງານ ພິມຈຳໜ່າຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ດ້ວຍຫລາຍຮູບແບບເພື່ອຜະລິດປຶ້ມ, ສິ່ງພິມ ແລະ ຈຳໜ່າຍດ້ວຍຮູບການຕ່າງໆ ລົງສູ່ປະຊາຊົນຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ນັກຄົ້ນຄວ້າ, ນັກປະພັນ, ນັກປະດິດແຕ່ງ ຄົ້ນຄວ້າຂຽນປຶ້ມ, ສິ່ງພິມ ໃຫ້ຮັບໃຊ້ແກ່ຫລາຍເປົ້າໝາຍຍິ່ງຂຶ້ນ  ເພື່ອສະໜອງການຜະລິດຢູ່ໂຮງພິມຂອງພາກລັດ ແລະ ເອກະຊົນພາຍໃນ; ສືບຕໍ່ປັບປຸງນິຕິກຳລຸ່ມກົດໝາຍ ການຄຸ້ມຄອງວຽກງານການພິມຈຳໜ່າຍ ແລະ ຫໍສະໝຸດ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃຫ້ສະດວກຂຶ້ນ; ສືບຕໍ່ເກັບກຳສະຖິຕິໂຮງພິມ, ຮ້ານພິມ, ຮ້ານຈຳໜ່າຍປຶ້ມ, ຫໍສະໝຸດ, ຫ້ອງສະໝຸດ, ຫ້ອງອ່ານນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ເພື່ອເປັນຂໍ້ມູນວາງແຜນວິໄຈ ແລະ ພັດທະນາວຽກງານ ການພິມຈຳໜ່າຍ ໃຫ້ສອດຄ່ອງ ເໝາະສົມກັບສະພາບການ ຂະຫຍາຍຕົວຂອງປະເທດເຮົາ. ເຖິງຢ່າງໃດກໍດີ, ເພື່ອເຮັດສໍາເລັດໜ້າທີ່ອັນສໍາຄັນດັ່ງກ່າວ ອົງການ ພິມຈໍາໜ່າຍ ຍັງມີຄວາມຕ້ອງການ ການສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ເປັນຕົ້ນ ການມີນະໂຍບາຍຕໍ່ຂະແໜງການການພິມຈໍາໜ່າຍ ເພື່ອຜ່ອນຜັນຄ່າໃຊ້ຈ່າຍ ການນຳເຂົ້າອຸປະກອນການຈັດພິມ, ການຜະລິດຂອງບັນດາສຳນັກພິມ, ໂຮງພິມເພື່ອການຈັດພິມປຶ້ມ ແລະ ສິ່ງພິມໃຫ້ຫລາຍ ເພື່ອເຮັດໃຫ້ວຽກງານການພິມຈໍາໜ່າຍ ມີການເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງ ໄດ້ຮັບການພັດທະນາ ແລະ ມີຄວາມຍືນຍົງ.

ຂ່າວ: ກິດຕາ, ພາບ: ຍຸພິນ
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top