ວິທະຍາໄລຄູດົງຄຳຊ້າງ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

01/08/2024 09:53
Email Print 2469
ຂປລ ກະຊວງສຶກສາທິການ ແລະກິລາ (ສສກ) ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາລາວ ແລະ ວິ ທະຍາໄລຄູດົງຄໍາຊ້າງ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະ ກົດ 1955-20 ກໍລະກົດ 2024).

*ກະຊວງສຶກສາທິການ ແລະກິລາ (ສສກ) ຮ່ວມກັບສະຖານທູດອົດສະຕຣາລີ ປະຈໍາລາວ ແລະວິທະຍາໄລຄູດົງຄໍາຊ້າງ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (20 ກໍລະ ກົດ 1955-20 ກໍລະກົດ 2024), ພ້ອມທັງເປີດນໍາໃຊ້ເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກຂອງຂະແໜງການສຶກສາ ແລະ ກິລາຢ່າງເປັນທາງການ ແລະ ຈັດຝຶກອົບຮົມຄູຝຶກໃນຫົວຂໍ້ ການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກໃຫ້ບັນດາຄູສອນຢູ່ວິທະຍາໄລຄູດົງຄໍາຊ້າງ ເພື່ອເປັນຄູຝຶກວຽກງານປົກປ້ອງເດັກໃນອະນາຄົດ ໂດຍການເປັນປະທານຂອງ ທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ, ຜູ້ປະຈໍາການຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວາເນັດຊ້າ ເຮັກກາທີ້ເລຂາເອກດ້ານຂະແໜງສາທາລະນະສຸກ ແລະ ຂະແໜງການສຶກສາ, ສະຖານທູດອົດສະຕຣາລີປະຈໍາລາວ.

ທ່ານ ສົມສີ ສຸດທິວົງ ໄດ້ໃຫ້ຮູ້ວ່າ: ການປົກປ້ອງ ແລະ ການຮັກສາຄວາມປອດໄພສໍາລັບເດັກ ແມ່ນວຽກງານບຸລິມະສິດຂອງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ, ຄູມີບົດບາດສໍາຄັນໃນການປົກປ້ອງເດັກ ໂດຍການມີສ່ວນຮ່ວມ, ໄດ້ຮັບການສະໜັບສະໜູນ ແລະ ມີຄວາມຮູ້ກ່ຽວກັບການປົກປ້ອງເດັກ ເຊິ່ງວິທີການປະຕິບັດຂອງຄູ ສາມາດສ້າງຄວາມແຕກຕ່າງດ້ານສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການຮຽນຮູ້ທີ່ປອດໄພ. ສໍາລັບເອກະສານແນະນໍາກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ ສະບັບນີ້, ສ້າງຂຶ້ນ ເພື່ອສະໜັບສະໜູນຄູໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການປົກປ້ອງເດັກ ແລະ ໃຫ້ເຂົ້າເຖິງຂໍ້ມູນກ່ຽວກັບການໃຫ້ຄໍາປຶກສາ ແລະ ລະບົບການລາຍງານ. ຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງສ້າງພື້ນທີ່ປອດໄພໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ຈະເລີນເຕີບໂຕທາງກາຍ ແລະ ຈິດໃຈອີກດ້ວຍ ເມື່ອນັກຮຽນຮູ້ສຶກປອດໄພ, ເຂົາເຈົ້າຈະຮຽນຮູ້ໄດ້ດີຢູ່ໂຮງຮຽນ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໃນການພັດທະນາ ແລະ ເຜີຍແຜ່ເອກະສານແນະນໍາສໍາລັບການປົກປ້ອງ ແລະ ຮັກສາຄວາມປອດໄພ ສໍາລັບເດັກຢ່າງເປັນທາງການ ສະບັບນີ້ຂອງຂະແໜງການສຶກສາ ແລະກິລາ ໃນການເສີມສ້າງຂີດຄວາມສາມາດໃນຫົວຂໍ້ທີ່ສໍາຄັນນີ້. ຄູ່ມືດັ່ງກ່າວ ໄດ້ອະທິບາຍເຖິງການປະຕິບັດຕົວຈິງທີ່ທຸກຄົນຄວນປະຕິບັດເມື່ອໄດ້ເຮັດວຽກຕິດພັນກັນເດັກ, ການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ແລະ ຂໍໃຫ້ທຸກຄົນເປັນແບບຢ່າງ ແລະ ເຮັດວຽກຮ່ວມກັນ ເພື່ອຮັບປະກັນສະພາບແວດລ້ອມການຮຽນຮູ້ທີ່ປອດໄພສໍາລັບລູກຫລານຂອງພວກເຮົາ.

ໂດຍ: ກິດຕາ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top