ໝາກໄມ້ຊະນິດໃດ ຊ່ວຍລະບົບໄຫລວຽນຂອງເລືອດ

30/07/2024 12:12
Email Print 625
ຂປລ ໝາກໄມ້ ມີແຮ່ທາດຕ່າງໆຫລາຍຊະນິດທີ່ຊ່ວຍບຳລຸງຮ່າງກາຍ ແລະ ຕ້ານພະຍາດໄດ້ບາງຊະນິດ, ມື້ນີ້ເຮົາຈະມາເວົ້າເຖິງໝາກ ໄມ້ 5 ຊະ ນິດ ທີ່ມີຜົນດີຕໍ່ການໄຫລ ວຽນຂອງເລືອດໄດ້ດີ.

ໝາກໄມ້ມີແຮ່ທາດຕ່າງໆຫລາຍຊະນິດທີ່ຊ່ວຍບຳລຸງຮ່າງກາຍ ແລະ ຕ້ານພະຍາດໄດ້ບາງຊະນິດ, ມື້ນີ້ເຮົາຈະມາເວົ້າເຖິງໝາກ ໄມ້ 5 ຊະນິດທີ່ມີຜົນດີຕໍ່ການໄຫລວຽນຂອງເລືອດໄດ້ດີເຊັ່ນວ່າ: 

ໝາກໂມ: ຜົນການວິໄຈຂອງສະຫະລັດພົບວ່າ ຫາກເຮົາກິນໝາກໂມ ເຄິ່ງໜ່ວຍຕໍ່ມື້ ຈະເປັນຜົນດີຕໍ່ການໄຫລວຽນຂອງເລືອດ, ເພາະໃນໝາກໂມມີກົດອະມີໂນ /ເພື່ອໃຫ້ເລືອດມີຄຸນນະພາບຂຶ້ນ 22 ເປີເຊັນ ແລະ ມີການປ້ອງກັນພາວະກ້າມຊີ້ນຫົວ ໃຈຕາຍ ແລະ ປ້ອງກັນພາວະຫລອດເລືອດແຂງໂຕ.

ໝາກມັງກອນ: ປະກອບດ້ວຍໂປຣຕີນ ຈຶ່ງເຮັດໃຫ້ຜູ້ທີ່ກິນໝາກມັງກອນຕະຫລອດບໍ່ມີລິ້ວລອຍ, ຜິວລຽບນຽນ, ໝາກມັງກອນດີຕໍ່ລະບົບການໄຫລວຽນຂອງເລືອດ ແລະ ຍັງມີທາດເຫລັກທີ່ຊ່ວຍໃນການສ້າງຈຸລັງເມັດເລືອດ. ທາດໄຟເບີທີ່ຢູ່ໃນໝາກ ມັງກອນຍັງຊ່ວຍຮັກສາ ແລະ ສ້າງຄວາມແຂງແຮງໃຫ້ກັບບໍລິເວນຊ່ອງຄອດ ແລະ ບັນເທົາການລົງຂາວໄດອີກດ້ວຍ.

ສະຕໍເບີລີ່: ເປັນໝາກໄມ້ທີ່ຫລາຍຄົນມັກ, ມີວິຕາມິນຫລາຍຊະນິດສາມາດຊ່ວຍບຳເມັດເລືອດແດງໄດ້ດີ.

ໝາກພິລາ: ຊ່ວຍໃນການເກັບຈຸລັງເມັດເລືອດແດງ, ຊ່ວຍໃຫ້ການ ໄຫລວຽນໄດ້ດີ ແລະ ຊ່ວຍຫລຸດອາການເມື່ອຍ, ຫລຸດຜົມລົ່ນ, ເສີມສ້າງຜິດພັນໃຫ້ດີຂຶ້ນກວ່າເກົ່າ.

ໝາກກ້ວຍ: ມີແມັກນີຊຽມຫລາຍເຮັດໃຫ້ຄົນທີ່ມີຜິວເຫລືອງກັບມາສົດໄສຂຶ້ນ, ຄົນທີ່ກິນກ້ວຍ ຈະເຮັດໃຫ້ຫລຸດຄວາມສ່ຽງເປັນພະຍາດມະເຮັງເມັດເລືອດຂາວໄດ້.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top