ລັດຖະມົນຕີຕ່າງປະເທດ ລາວ-ຈີນ-ຣັດເຊຍ ຕີລາຄາສູງຕໍ່ການພົວພັນຮ່ວມມື 3 ຝ່າຍ

27/07/2024 22:17
Email Print 1624
ຂປລ ຂປລ. ກອງປະຊຸມພົບປະ 3 ຝ່າຍ ລາວ-ຈີນ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ 2024 ຜ່ານມາ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສາມຝ່າຍ ເຂົ້າຮ່ວມ.



ຂປລ. ກອງປະຊຸມພົບປະ 3 ຝ່າຍ ລາວ-ຈີນ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ 2024 ຜ່ານມາ
, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສາມຝ່າຍ ເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້
, ສາມຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ 3 ປະເທດໃນໄລຍະຜ່ານມາ ໂດຍສະເພາະທາງດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ແລະ ເຫັນພ້ອມຮ່ວມກັນ ຈະສືບຕໍ່ປະສານສົມທົບ ແລະ ແລກປ່ຽນຂໍ້ມູນ, ຄວາມຄິດເຫັນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໂອກາດນີ້ ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ຝ່າຍ ຈີນ ແລະ ຣັດເຊຍ ທີ່ໄດ້ເດີນມາເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ 57 ໃນຄັ້ງນີ້ ແລະ ຂອບໃຈ ທີ່ໄລຍະຜ່ານມາ ຝ່າຍຈີນ ແລະ ຣັດເຊຍ ໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມທີ່ຈີນ ແລະ ຣັດເຊຍ ໄດ້ຈັດຂຶ້ນ ເປັນຕົ້ນ ກອງປະຊຸມໜຶ່ງແລວໜຶ່ງເສັ້ນທາງ ຢູ່ ສປ ຈີນ, ກອງປະຊຸມ BRICS ແລະ ເວທີປຶກສາຫາລື ດ້ານເສດຖະກິດທີ່ໄດ້ຈັດຂຶ້ນ ຢູ່ ຣັດເຊຍ ກໍຄື ກອງປະຊຸມອື່ນໆ. ພ້ອມກັນນີ້, ກໍຫວັງວ່າ ຝ່າຍຈີນ ແລະ ຣັດເຊຍ ຈະສືບຕໍ່ສະໜັບສະໜູນ ການເຂົ້າຮ່ວມກອງປະຊຸມຕ່າງໆ ກໍຄື ການເຂົ້າຮ່ວມໃນອົງການຈັດຕັ້ງພາກພື້ນ ແລະ ສາກົນ. ຝ່າຍຈີນ ແລະ ຣັດເຊຍ ຍິນດີຈະເຊື້ອເຊີນ ແລະ ສະໜັບສະໜູນຝ່າຍລາວ ໃນການເຂົ້າຮ່ວມກອງປະຊຸມທີ່ຕົນຈັດຂຶ້ນ ລວມທັງການເຂົ້າຮ່ວມອົງການພາກພື້່ນ ແລະ ສາກົນ, ພ້ອມທັງ ສະແດງຄວາມຊົມເຊີຍການເປັນປະທານກອງປະຊຸມ ອາຊຽນ ຂອງ ສປປ ລາວ. ນອກຈາກນັ້ນ, ສາມຝ່າຍ ໄດ້ຕີລາຄາ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນໃນປັດຈຸບັນທີ່ມີການຜັນແປໄປຢ່າງສັບສົນ ລວມທັງແລກປ່ຽນຄຳຄິດເຫັນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສປ ຈີນ, ຣັດເຊຍ ກັບອາຊຽນ ແລະ ອື່ນໆ; ສາມຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມືກັນທາງດ້ານເສດຖະກິດ ລະຫວ່າງສາມປະເທດ ໂດຍສະເພາະ ແມ່ນການເຊື່ອມໂຍງເຊື່ອມຈອດ ລາວ-ຈີນ-ຣັດເຊຍ ທາງຄົມມະນາຄົມ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄປເຖິງຣັດເຊຍ  ແລະ ໄປເຖິງເອີຣົບ ເພື່ອແນໃສ່ສົ່ງເສີມ ການຂົນສົ່ງ, ການທ່ອງທ່ຽວ ກໍຄື ການໄປມາຫາສູ່ກັນ ລະຫວ່າງ 3 ປະເທດ ລວມທັງ ປະເທດໃນຂົງເຂດພາກພື້ນອາຊຽນ.     

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລາວ-ຈີນ-ຣັດເຊຍ ຄັ້ງນີ້້, ແມ່ນຈັດຂຶ້ນເປັນຄັ້ງທໍາອິດ ໂດຍໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ເຊິ່ງ 3 ຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ຕໍ່ການຈັດກອງປະຊຸມຄັ້ງນີ້ ແລະ ຖືເປັນເວທີປຶກສາຫາລືທີ່ມີຄວາມໝາຍ, ທັງຍັງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຈີນ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫລາຍຂົງເຂດການຮ່ວມມື.

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top