ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

26/07/2024 18:15
Email Print 308
ຂປລ ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.



ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ
, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.




ໃນວັນທີ 26 ກໍລະກົດ 2024 ນີ້
, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ຄາມິກາວະ ໂຢໂກະ ລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ.



ໂອກາດນີ້
, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງອອກຄື: ການນຳຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນຢ້ຽມຢາມຢ່າງເປັນປົກກະຕິ, ການຮ່ວມມືສອງຝ່າຍ ໃນຂະແໜງການຕ່າງໆ ກໍໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດ, ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເຊິ່ງໃນປີ 2025 ທີ່ຈະມາເຖິງ ສອງຝ່າຍຈະຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 10 ປີ ໃນການເປັນຄູ່ຮ່ວມຍຸດທະສາດ. ພ້ອມນີ້, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ສະແດງຄວາມພ້ອມທີ່ຈະໄດ້ເປັນກຽດຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ກິຊິດະ ຟູມິໂອະ ໃນໂອກາດທີ່ຈະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫລວງວຽງຈັນ ໃນທ້າຍເດືອນຕຸລາ 2024.

ພ້ອມກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ໂດຍເຫັນດີໃຫ້ ສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ສືບຕໍ່ເປັນໃຈກາງໃນການປະສານສົມທົບກັນ ຊຸກຍູ້ໃຫ້ສືບຕໍ່ມີການພົບປະແລກປ່ຽນຂອງບັນດາການນຳສອງປະເທດ ລາວ-ຍີ່ປຸ່ນ, ສືບຕໍ່ຊຸກຍູ້ການຈັດຕັ້ງ ປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ທີ່ໄດ້ລົງນາມແລ້ວນັ້ນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍ; ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ການຮ່ວມກັນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະ ນຸດ, ວັດທະນະທໍາ, ທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.




ໂອກາດນີ້
, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ໃນຂະແໜງການຕ່າງໆ ເປັນຕົ້ນ ການພັດທະນາ ຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ການຊ່ວຍເຫລືອວຽກງານ ເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ. ພິເສດ ກໍແມ່ນໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ; ສອງຝ່າຍ ຍັງໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຂອງຂົງເຂດ ແລະ ພາກພື້ນ ໂດຍສະເພາະການຮ່ວມມື ອາຊຽນ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ຝ່າຍຍີ່ປຸ່ນ ກໍໄດ້ຢືນຢັນຄືນຄວາມໝາຍໝັ້ນ ຂອງລັດຖະບານຍີ່ປຸ່ນ ໃນການສືບ ຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ກັບລັດຖະບານລາວ, ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ ປຸ່ນ-ລາວ ກໍຄື ການພົວພັນຮ່ວມມືໃນຂອບ ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຈະໃຫ້ການສະໜັບ ສະໜູນຊ່ວຍເຫລືອ ສປປ ລາວ ການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top