ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

05/09/2024 15:04
Email Print 428
ຂປລ ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ



ຂປລ. ໃນລະຫວ່າງວັນທີ
1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ  ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ ໂດຍມີບັນດາຄະນະຜູ້ແທນ ແລະ ສະມາຊິກ ຈາກ 62 ປະເທດເຂົ້າຮ່ວມ ແນ​ໃສ່​ພັດທະນາ​ເສດຖະ ກິດ​ຕາ​ເວັນ​ອອກ​ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ເພື່ອສົ່ງເສີມການລົງ ທຶນຕ່າງປະເທດ ຢູ່ພາກຕາເວັນອອກຂອງຣັດເຊຍ ແລະ ສ້າງຄວາມສະດວກ ໃນການປຶກສາຫາລືກ່ຽວກັບ ການພັດທະນາ ເສດຖະກິດໃນພາກພື້ນ.



ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນຫົວຂໍ້: ການປົກປ້ອງສິດຂອງຜູ້ປະກອບການ ແລະ ນັກລົງທຶນ ໂດຍເນັ້ນເຖິງຄວາມສໍາຄັນຂອງການຕິດຕາມ ກວດກາການປະຕິບັດກົດໝາຍ
, ປົກປ້ອງສິດຂອງຜູ້ປະກອບການ ແລະ ນັກລົງທຶນ ໂດຍຮັບປະກັນ ການຈັດຕັ້ງປະຕິບັດ ກົດໝາຍການລົງທຶນຢ່າງເຂັ້ມງວດ, ຕິດຕາມກວດກາ ການສືບສວນ-ສອບສວນ ແລະ ການດຳເນີນຄະດີ, ສົ່ງເສີມການຈັດຕັ້ງປະຕິບັດໃຫ້ມີຄວາມເປັນທຳ ເພື່ອປ້ອງກັນການສໍ້ໂກງ, ການສໍ້ລາດບັງຫລວງ ແລະ ການຢຶດຊັບ, ການແກ້ໄຂຂໍ້ຂັດແຍ້ງ, ສົ່ງເສີມຄວາມໂປ່ງໃສ ໃນການປະຕິບັດທຸລະກິດ ແລະ ລະບຽບການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ສະເໝີພາບໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການທັງໝົດ.

ລັດຖະບານລາວ ຍັງໄດ້ສົ່ງເສີມການລົງທຶນພາຍໃນປະເທດ ດ້ວຍການຊຸກຍູ້ ດ້ານພາສີ, ປັບປຸງການເຂົ້າເຖິງສິນເຊື່ອ, ການພັດທະນາພື້ນຖານໂຄງລ່າງ ແລະ ການປະຕິຮູບລະບຽບການ; ໄດ້ຮັບຮອງເອົານະໂຍບາຍເປີດປະຕູ, ສ້າງຕັ້ງເຂດເສດຖະກິດພິເສດ, ລົງນາມໃນສັນຍາການຄ້າ, ຊຸກຍູ້ການພົວພັນຄູ່ຮ່ວມມື ພາກລັດ-ເອກະຊົນ ແລະ ການປະຕິບັດກົດໝາຍລົງທຶນທີ່ເປັນມິດ.  ພ້ອມກັນນັ້ນ,  ລັດຖະ ບານ ຍັງໄດ້ປົກປ້ອງສິດຂອງນັກລົງທຶນ ໂດຍຜ່ານກົດໝາຍທີ່ຮັດກຸມ ຊຶ່ງລວມທັງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ສິ່ງຈູງໃຈທາງພາສີ ແລະ ການຮັບປະກັນ ການປະຕິບັດທີ່ຍຸຕິທຳ. ນອກນີ້, ຍັງມີບັນດາກົນໄກການແກ້ໄຂຂໍ້ຂັດແຍ່ງ ເຊັ່ນ: ເຂົ້າຮ່ວມເປັນສະມະຊິກສົນທິສັນຍາ ການລົງທຶນສອງຝ່າຍກັບບັນດາປະເທດຕ່າງໆ, ໃຫ້ຄຳໝັ້ນສັນຍາດຳເນີນທຸລະກິດຢ່າງໂປ່ງໃສ ແລະ ຍຸຕິທຳ ເພື່ອສ້າງສະພາບແວດລ້ອມທີ່ໝັ້ນຄົງ ໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ.

ພ້ອມ​ນີ້, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ຜົນຂອງກອງປະຊຸມເວທີ ປຶກສາຫາລື ເສດຖະກິດພາກຕາເວັນອອກ (EEF) 2024 ໃນຄັ້ງນີ້, ຈະປະກອບສ່ວນສໍາຄັນເຂົ້າໃນ ການຊຸກຍູ້ການຮ່ວມມືລະດັບພາກພື້ນ ແລະ ສາກົນ ຍິ່ງຂຶ້ນ.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

    • ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວການເມືອງ

      ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວ

      9/17/2024 12:11:46 AM

      ການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້,ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສັນຍາລະຫວ່າງສອງລັດຖະບານ,ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືຂອງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ

    • ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນການເມືອງ

      ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນ

      9/16/2024 4:14:00 PM

      ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ​ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ຫ້ອງວ່າການປົກແຂວງວຽງຈັນ ໂດຍມີ ທ່ານ ນາງ ສີໃສລື ເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ

    • ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດການເມືອງ

      ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ

      9/16/2024 3:53:25 PM

      ຂປລ. ວັນທີ 16 ກັນຍາ 2024 ຢູ່ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍ ຄະນະຈາກ ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.

    • ຫົວໜ້າ ອອປສ  ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວການເມືອງ

      ຫົວໜ້າ ອອປສ ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວ

      9/16/2024 3:22:38 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ(ອອປສ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ທາລີບອບ ເອລຊາດ (TALYBOV ELSHAD) ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ.

    • ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນການເມືອງ

      ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນ

      9/16/2024 3:03:12 PM

      ຂປລ. ໃນວັນທີ 13 ກັນຍາ 2024 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ພ້ອມຄະນະ ​ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.

ads
ads

Top