ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

05/09/2024 14:25
Email Print 325
ຂປລ ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.



ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ
4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.



ໂອກາດນີ້
, ສະຫາຍ ເຫລັກໄຫລ ສີວິໄລ ​ໄດ້​ໃຫ້​ຮູ້ວ່າ: ຄະນະພັກແຂວງ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ສາມດຍາດໄດ້ ຜົນສໍາເລັດຫລາຍດ້ານ. ໃນນີ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດຄະເນໝົດປີ 2024 ບັນລຸໄດ້ 6% ລວມຍອດຜະລິດ ຕະພັນພາຍໃນ (GDP) ເທົ່າກັບ 3.057 ຕື້ກີບ ແລະ ມູນຄ່າ (GDP) ສະເລ່ຍໃສ່ປະຊາກອນ 21,9 ລ້ານກີບ ຫລື ເທົ່າກັບ 1.017 ໂດລາສະຫະລັດ. ໃນນີ້, ຂະແໜງກະສິກຳ ເພີ່ມຂຶ້ນ 5,3% ກວມເອົາ 59%, ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 9,2% ກວມເອົາ 25,32%, ຂະແໜງບໍລິການ ເພີ່ມຂຶ້ນ 3,9 % ກວມເອົາ 15,68% ຂອງ (GDP), ການເກັບລາຍຮັບເຂົ້າງົບປະມານຈະບັນລຸໄດ້ 318.96 ຕື້ກີບ ເທົ່າກັບ 106.88% (ແຜນ 298,42 ຕື້ກີບ) ແລະ ການສົ່ງອອກສິນຄ້າບັນລຸໄດ້ 86,53 ລ້ານໂດລາສະຫະລັດ ທຽບໃສ່ແຜນ ປີປະຕິບັດໄດ້ 33,80% (ແຜນ 256 ລ້ານໂດລາສະຫະລັດ).



ໂອກາດດຽວກັນ
, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນຊີ້ນໍາໃຫ້ການນໍາ ແຂວງເຊກອງ ເອົາໃຈໃສ່ນໍາພາ-ຊີ້ນໍາເຊື່ອມຊຶມ ກົດລະບຽບຂອງພັກໃຫ້ສະມາຊິກພັກ, ພະນັກງານທີ່ເຮັດວຽກ ວິຊາສະເພາະສຳຄັນຂອງຂະແໜງການລັດ ໄດ້ຮັບຮູ້ເຂົາໃຈໜ້າທີ່ຂອງຕົນຢ່າງໜັກແໜ້ນ, ສືບຕໍ່ຕິດຕາມກວດກາ ການຈັດຕັັ້ງສ້າງປະຕິບັດ ບັນດາກອງປະຊຸມຂອງພັກ ຢ່າງໃກ້ທິດຕິດແທດ, ເປັນເຈົ້າການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນແບຢ່າງນຳໜ້າ, ສືບຕໍ່ກະກຽມຈັດຕັ້ງເຊື່ອມຊຶມ ແລະ ສ້າງຂະບວນການຂໍ່ານັບ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ ທີ່ຈະມາເຖິງມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ມີຜົນສຳເລັດຢ່າງມີປະສິດທິຜົນສູງ, ເອົາໃຈໃສ່ຕິດຕາມຄຸ້ມຄອງຖັນແຖວພະນັກງານ, ສ້າງໃຫ້ມີພະນັກງານສືບທອດທີ່ດີ, ມີຄວາມຮູ້ຄວາມສາມາດແທ້ຈິງ, ກຳແໜນແນວທາງນະໂຍບາຍຂອງພັກ ແລະ ມີແບບແຜນການດຳລົງຊິວິດປອດໃສຂາວສະອາດ, ສືບຕໍ່ເອົາໃຈໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ເອົາໃຈໃສ່ເສຍສະຫລະ ສ້າງເງື່ອນໄຂໃຫ້ພະນັກງານສືບທອດ ໄດ້ມີໂອກາດຮັບຜິດຊອບວຽກງານ ໃດໜຶ່ງທີ່ເໝາະສົມ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ ແຂວງເຊກອງ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ຂ່າວ: ອັດສະວິນ
KPL

ຂ່າວອື່ນໆ

    • ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວການເມືອງ

      ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວ

      9/17/2024 12:11:46 AM

      ການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້,ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສັນຍາລະຫວ່າງສອງລັດຖະບານ,ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືຂອງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ

    • ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນການເມືອງ

      ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນ

      9/16/2024 4:14:00 PM

      ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ​ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ຫ້ອງວ່າການປົກແຂວງວຽງຈັນ ໂດຍມີ ທ່ານ ນາງ ສີໃສລື ເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ

    • ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດການເມືອງ

      ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ

      9/16/2024 3:53:25 PM

      ຂປລ. ວັນທີ 16 ກັນຍາ 2024 ຢູ່ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍ ຄະນະຈາກ ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.

    • ຫົວໜ້າ ອອປສ  ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວການເມືອງ

      ຫົວໜ້າ ອອປສ ຕ້ອນຮັບທູດທີ່ປຶກສາ ສະຖານທູດສ ຣັດເຊຍ ປະຈຳລາວ

      9/16/2024 3:22:38 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ(ອອປສ) ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ທາລີບອບ ເອລຊາດ (TALYBOV ELSHAD) ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ.

    • ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນການເມືອງ

      ຮອງປະທານປະເທດ ຕ້ອນຮັບ ຄະນະຜູ້ແທນສູນກາງພັກກອມມູນິດຈີນ

      9/16/2024 3:03:12 PM

      ຂປລ. ໃນວັນທີ 13 ກັນຍາ 2024 ຜ່ານ​ມາ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ພ້ອມຄະນະ ​ໃນ​ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.

ads
ads

Top