ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

26/07/2024 18:02
Email Print 242
ຂປລ ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024



ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024)
, ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024 ໂດຍການປາຖະກະຖາຂອງ ສະຫາຍ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກຊສ, ມີຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ກຊສ ເຂົ້າຮ່ວມຮັບຟັງ.

ການປາຖະກະຖາ ຄັ້ງນີ້, ກໍເພື່ອເປັນການຫວນຄືນ ແລະ ລະນຶກເຖິງ 3 ວັນສໍາຄັນ ທີ່ເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດໃນໄລຍະຜ່ານມາ ໄປພ້ອມກັບ ການລະນຶກເຖິງ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ການ ສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ ກໍຄືມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ລວມທັງຮັບຮູ້ເຖິງ ບາງບັນຫາທີ່ສໍາຄັນ ຂອງລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ເພື່ອສືບຕໍ່ເສີມຂະຫຍາຍ ເຂົ້າໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດພາລະກິດປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາໝູນໃຊ້ເຂົ້າໃນ ການປະຕິບັດໜ້າທີ່ ການເມືອງ ຂອງສະມາຊິກພັກ-ພະນັກງານ ໃນທົ່ວ ກຊສ  ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

 ໃນພິທີໄດ້ສາຍວິດີໂອ (ຟີມ) ສາລະຄະດີ 3 ວັນປະຫວັດສາດ ໃຫ້ບັນດາຜູ້ທີ່ເຂົ້າຮ່ວມໄດ້ຮັບຊົມມູນເຊື້ອປະຫວັດສາດ ການເຄື່ອນໄຫວຕົວຈິງ ທີ່ສະແດງເຖິງຄວາມພິລະອາດຫານ, ຈິດໃຈຮັກຊາດອັນສູງສົ່ງ ແລະ ຜົນງານການເຄື່ອນໄຫວປະຕິວັດ ຂອງປະທານ ສຸພານຸວົງ ຊຶ່ງເປັນແບບຢ່າງທີ່ດີ ໃນການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວ ບັນດາເຜົ່າຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ຄຸນງາມຄວາມດີ ຂອງເພິ່ນ ພ້ອມດຽວກັນເຫດການປະຫວັດສາດແຫ່ງການຕໍ່ສູ້ ຂອງປະຊາຊົນສອງປະເທດ ສະແດງເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບແຕ່ອະດີດຈົນຮອດປັດຈຸບັນ.




ຈາກນັ້ນ, ສະຫາຍ ໄຊນະຄອນ ອິນທະວົງ ກໍໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນການລະນຶກເຖິງວັນເກີດ ປະທານ ສຸພານຸວົງ ຊຶ່ງເປັນຜູ້ໜຶ່ງທີ່ມີບົດບາດພົ້ນເດັ່ນ ໃນພາລະກິດປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ນຳທີ່ມີຄວາມຕື່ນຕົວ ເສຍສະລະຜົນ ປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ຂອງປະເທດຊາດ ແລະ ປະຊາຊົນບັນດາເຜົ່າ
, ໄດ້ສ້າງຜົນງານອັນລໍ້າຄ່າ, ມີຄຸນງາມຄວາມດີຢ່າງຫລວງຫລາຍ ປະກອບ ສ່ວນເຂົ້າໃນການນໍາພາລວມໝູ່ຂອງພັກ ເພື່ອໄຊຊະນະຂອງພາລະກິດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ. ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ ທີ່ອາດຫານກ້າແກ່ນ ແລະ ມີນໍ້າໃຈເສຍສະຫລະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ.

ພ້ອມກັນນີ້, ສະຫາຍ ກໍໄດ້ຫວນຄືນ ເຫດການ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ມູນເຊື້ອປະຫວັດສາດ ການຮ່ວມມືມາແຕ່ຍາວນານ ຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພາຍໃຕ້ການນໍາພາ ຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ ສະ ຫລາດສ່ອງໃສ ເປັນຈິດໜຶ່ງໃຈດຽວກັນ ພ້ອມກັບການຕໍ່ສູ້ປົດປ່ອຍປະປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນປະເທດຕົນຂຶ້ນ, ການຮ່ວມມືຂອງ ສອງຊາດລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ຊຶ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບອັນຍິ່ງໃຫຍ່, ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ເປັນສິ່ງທີ່ສໍາຄັນທີ່ສຸດທີ່ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະສືບຕໍ່ໃນການພົວພັນແລກປ່ຽນບົດຮຽນນໍາກັນຢ່າງຮອບດ້ານ ສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ, ພ້ອມທັງປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ພວກເຮົາຈຶ່ງພ້ອມກັນລະເຖິງບັນດາວັນສໍາຄັນດັ່ງກ່າວນີ້ ພ້ອມທັງ ເປັນການສຶກສາອົບຮົມ ໃຫ້ພະນັກງານ-ສະມາຊິກພັກ ໄດ້ເຊື່ອມຊຶມກຳແໜ້ນມູນເຊື້ອດັ່ງກ່າວ ເປັນບົດຮຽນ ແລະ ເປັນພື້ນຖານໃຫ້ແກ່ການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດການເມືອງ ມີຄຸນສົມບັດສິນທໍາປະຕິວັດ ແລະ ໃຫ້ກາຍເປັນພະນັກງານ-ນັກຮົບ ຮຸ່ນສືບທອດທີ່ດີໃນອະນາຄົດ.

ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ສະບັບເລກທີ 001/ປປທ, ລົງວັນທີ 19 ມີນາ 2021 ໄດ້ຮັບຮູ້ ເຂົ້າໃຈ ຂັ້ນຕອນການດໍາເນີນຄະດີປົກຄອງ ໃນ ສປປ ລາວ, ເນື່ອງຈາກວ່າ ຄະດີປົກຄອງນັ້ນ ເປັນຄະດີທີ່ມີຈຸດພິເສດ ຫລາຍດ້ານ ແລະ ແຕກຕ່າງກັບຄະດີທົ່ວໄປ ໂດຍສະເພາະ ມີສ່ວນພົວພັນກ່ຽວກັບການປະຕິບັດ ໜ້າທີ່ວຽກງານຂອງພະນັກງານ, ລັດ ຖະກອນ, ອົງການຈັດຕັ້ງລັດຕ່າງໆ ໃນທຸກຂົງເຂດທົ່ວປະເທດ ເປັນຕົ້ນ ການເຄື່ອນໄຫວ ຫລື ການ ກະທຳຜິດທາງປົກຄອງ ທີ່ກະທົບສິດຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ, ການອອກ, ການໂຈະ ຫລື ການຍົກເລີກ ຂໍ້ຕົກລົງ, ຄໍາສັ່ງ ຫລື ໃບອະນຸຍາດກ່ຽວກັບການຜະລິດ, ການລົງວິໄນ ຫລື ໃຫ້ອອກຈາກລັດຖະການ, ການຍົກຍ້າຍ ຫຼື ການຊັບປ່ຽນໜ້າທີ່ ແລະ ການປັບໄໝທາງປົກຄອງ, ຄວາມຮັບຜິດຊອບຂອງລັດ ຕາມທີ່ໄດ້ກຳນົດໃນມາດຕາ 16 ຂອງ ລັດຖະບັນຍັດ ສະບັບນີ້.

ຂ່າວ: ກຊສ

ພາບ: ແສງຈັນ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top