ສອບເສັງເລື່ອນຂັ້ນພະນັກງານໄອຍະການ ແລະ ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ ທົ່ວປະເທດ

26/07/2024 17:50
Email Print 191
ຂປລ ຂປລ.ອົງການໄອຍະການປະຊາຊົນສູງສຸດ ຈັດພິທີສອບເສັງເລື່ອນຂັ້ນພະນັກງານວິຊາການກົດໝາຍ ທີ່ຈະກ້າວຂຶ້ນເປັນຜູ້ຊ່ວຍ ພະນັກງານໄອຍະການປະຊາຊົນ, ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ ທີ່ຈະເລື່ອນຂັ້ນເປັນພະນັກງານ ໄອຍະການປະຊາຊົນ ຂັ້ນ III ແລະ ພະນັກງານ ໄອຍະການປະຊາຊົນ ຂັ້ນ III ທີ່ຈະເລື່ອນຂັ້ນເປັນພະນັກງານໄອຍະການປະຊາຊົນ ຂັ້ນ II ແລະ ການປະເມີນ ພະນັກງານໄອຍະການປະຊາຊົນ ຂັ້ນ II ທີ່ຈະເລື່ອນຂັ້ນເປັນ ພະນັກງານໄອຍະການປະຊາຊົນ ຂັ້ນ I ປະຈໍາປີ 2024 ໃນວັນທີ 25 ກໍລະກົດ 2024



ຂປລ.ອົງການໄອຍະການປະຊາຊົນສູງສຸດ ຈັດພິທີສອບເສັງເລື່ອນຂັ້ນພະນັກງານວິຊາການກົດໝາຍ ທີ່ຈະກ້າວຂຶ້ນເປັນຜູ້ຊ່ວຍ ພະນັກງານໄອຍະການປະຊາຊົນ
, ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ ທີ່ຈະເລື່ອນຂັ້ນເປັນພະນັກງານ ໄອຍະການປະຊາຊົນ ຂັ້ນ III ແລະ ພະນັກງານ ໄອຍະການປະຊາຊົນ ຂັ້ນ III ທີ່ຈະເລື່ອນຂັ້ນເປັນພະນັກງານໄອຍະການປະຊາຊົນ ຂັ້ນ II ແລະ ການປະເມີນ ພະນັກງານໄອຍະການປະຊາຊົນ ຂັ້ນ II ທີ່ຈະເລື່ອນຂັ້ນເປັນ ພະນັກງານໄອຍະການປະຊາຊົນ ຂັ້ນ I ປະຈໍາປີ 2024  ໃນວັນທີ 25 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ນາງ ພອນທິບ ສາວະລີ ກໍາມະການຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງ ການໄອຍະການປະຊາຊົນສູງສຸດ, ມີຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະຮັບຜິດຊອບສອບເສັງ ແລະ ຜູ້ເຂົ້າຮ່ວມສອບເສັງ ທັງໜົດ 142 ທ່ານ ຍິງ 47 ທ່ານ.




ໃນວາລະດັ່ງກ່າວ, ທ່ານ ນາງ ພອນທິບ ສາວະລີ ໄດ້ເນັ້ນຫລາຍບັນຫາທີ່ສຳຄັນ ຕໍ່ນັກສອບເສັງທີ່ໄດ້ເຂົ້າຮ່ວມສອບເສັງໃນ 7 ພາກວິຊາຄື: ຄວາມຮູ້ທົ່ວໄປ
, ການຕິດຕາມກວດກາທົ່ວໄປ, ການຕິດຕາມກວດກາການດຳ ເນີນຄະດີອາຍາ, ການຕິດຕາມກວດກາດຳເນີນຄະດີແພ່ງ, ການຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ, ຄອມພິວເຕີ ແລະ ພາສາອັງກິດ ເຊິ່ງການສອບເສັງໃນຄັ້ງນີ້ ໄດ້ເລືອກເຟັ້ນເອົາຜູ້ທີ່ມີມາດຖານທີ່ຄົບຖ້ວນ ແລະ ຮັບປະກັນໃຫ້ໄດ້ຜູ້ທີ່ມີຄຸນະພາບແທ້ຈິງ ເພື່ອກຽມພ້ອມຮັບໃຊ້ໜ້າທີ່ ການເມືອງທີ່ຖືກມອບໝາຍ ແລະ ນໍາເອົາຄວາມຮູ້, ຄວາມສາ ມາດ ແລະ ປະສົບການໜູນໃຊ້ເຂົ້າໃນການຄົ້ນຄວ້າ ແກ້ໄຂຄະດີໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ ໄປຄຽງຄູ່ກັບດ້ານຄຸນທາດການເມືອງ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາຊົນ ໃຫ້ໜັກແໜ້ນ ເພື່ອປະຕິບັດໜ້າທີ່ຕິດ ຕາມກວດກາການປະຕິບັດກົດໝາຍ, ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ເຂົ້າຮ່ວມປະຊຸມສານ ແລະ ຕາມການມອບໝາຍ. ທັງຮັບປະກັນເນື້ອໃນຄໍາຂວັນ 3 ມີ 4 ຮັບປະກັນ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະນັກງານໄອຍະການປະຊາຊົນ ໂດຍສະເພາະ ໃຫ້ແກ່ອົງການໄອຍະການ ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ມີການພັດທະ ນາ ແລະ ເຕີບໃຫ່ຍເຂັ້ມແຂງ ກ້າວສູ່ທັນສະໄໝເທື່ອລະກ້າວ.

ການສອບເສັງເລື່ອນຂັ້ນ ພະນັກງານໄອຍະການປະຊາຊົນ ແລະ ຜູ້ຊ່ວຍພະນັກງານໄອຍະການ ປະຊາຊົນ ໃນຂອບເຂດທົ່ວປະເທດ ປະຈໍາປີ 2024 ໄດ້ສຳເລັດໃນຕອນເຊົ້າ ວັນທີ 26 ກໍລະກົດ 2024 ຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ອານຸສັກ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top