ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທົບທວນຄືນຫລາຍບັນຫາສຳຄັນ

25/07/2024 16:40
Email Print 949
ຂປລ ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.



ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ
57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໄດ້ທົບທວນຄວາມຄືບໜ້າ ຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາ ບຸລິມະສິດການເປັນປະ ທານອາຊຽນ ຂອງ ສປປ ລາວ ທີ່ປິ່ນອ້ອມຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນເປັນຕົ້ນ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍ ແຜນຍຸດທະສາດປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມ ເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມ, ຍັງໄດ້ປຶກສາຫາລື ກ່ຽວກັບການສະໝັກເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ ອານເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ, ໃນເວລາອັນໄວ.




ນອກຈາກນີ້
, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ທົບທວນຄືນ ການຈັດຕັ້ງປະ ຕິບັດ ຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງ ກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນ ກາງຂອງອາ ຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມພັນແປໄປ. ນອກນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ເຊິ່ງກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມ ຂະແໜງການ ລະຫວ່າງອາຊຽນ ແລະ ນອກແວ ນັບແຕ່ການສ້າງຕັ້ງການເປັນຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິບັດ ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານ ອາຊຽນ-ນອກແວ (2021-2025), ພ້ອມທັງໄດ້ປຶກສາຫາລື ເພື່ອກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບ ການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນ.
KPL

ຂ່າວອື່ນໆ

    • ຜູ້ບັນຊາການທະຫານສູງສຸດອາຊຽນ  ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນອາຊຽນ ASEAN

      ຜູ້ບັນຊາການທະຫານສູງສຸດອາຊຽນ ຫາລື ແລະ ຕົກລົງ ຫລາຍບັນຫາສຳຄັນ

      9/5/2024 3:13:00 PM

      ຂປລ. ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ທີ່ຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ພາຍໃຕ້ຄໍາຂວັນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໂດຍມີຜູ້ບັນຊາການທະຫານສູງສຸດ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານອາຊຽນ ASEAN

      ອາຊຽນ ສືບຕໍ່ເສີມສ້າງການພົວພັນ ຮ່ວມມືວຽກປ້ອງກັນຊາດ ແລະ ການທະຫານ

      9/5/2024 2:54:39 PM

      ຂປລ. ໃນວັນທີ 5 ກັນຍາ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໂດຍມີຜູ້ບັນຊາການທະຫານສູງສຸດ ຂອງບັນດາປະເທດ ສະມາຊິກອາຊຽນ, ລວມທັງ ຕີມໍແລັດສະເຕ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • 5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)ອາຊຽນ ASEAN

      5 ຜົນປະໂຫຍດຄວນຮູ້ ຈາກລົດເມດ່ວນ (BRT)

      9/4/2024 12:38:34 PM

      ຊ່ຽວຊານຕ່າງປະເທດ ແລະ ນັກວິຊາການພັດທະນາລະບົບຂົນສົ່ງແບບຍືນຍົງໃນຕົວເມືອງຈາກ ບັນດາ 10 ປະເທດສະມາຊິກຊຽນ, ທະນາຄານພັດທະນາອາຊີ (ADB), ທະນາຄານໂລກອອກມາຊີ້ແຈງ ແລະ ຢືນຢັນວ່າ: ໂຄງການກໍ່ສ້າງລະບົບລົດເມດ່ວນບີອາທີ (Bus Rapid Transit “BRT”)ຈະສົ່ງຜົນປະໂຫຍດທາງກົງ-ທາງອອ້ມ ຢ່າງແນ່ນອນໃນນັ້ນ 5 ຜົນປະໂຫຍດ.

    • ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14ອາຊຽນ ASEAN

      ຜົນສຳເລັດກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງທີ 14

      9/3/2024 2:51:21 PM

      ຂປລ. ໃນວັນທີ 3 ກັນຍາ 2024 ນີ້, ທ່ານ ພົນຈັດຕະວາ ກົງ​ທອງ ສຸຂະ​ວົງ ຫົວໜ້າ​ກົມ​ສູ້​ຮົບ​ກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ໃນນາມປະທານກອງປະຊຸມ ຫົວໜ້າ​ສູ້​ຮົບ​ອາ​ຊຽນຄັ້ງ​ທີ 14 ໄດ້ຖະແຫລງຂ່າວກ່ຽວ​ກັບ​ຜົນ​ສໍາ​ເລັດ ​ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ທີ່ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍມີຫົວໜ້າ​ກົມສູ້​ຮົບຂອງ 10 ປະເທດອາຊຽນ ພ້ອມຄະນະຜູ້ແທນ ແລະ ຕີມໍແລັດສະເຕ ໃນນາມເປັນປະເທດສັງເກດການ ເຂົ້າຮ່ວມ.

    • ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາອາຊຽນ ASEAN

      ສປປ ລາວ ກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ ໃນຕົ້ນເດືອນຕຸລາ

      9/3/2024 1:59:36 PM

      ຂປລ. ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ຜູ້ປະກອບການແມ່ຍິງອາຊຽນ 2024 ໂດຍໄດ້ມີ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມຕ່າງໆ ໃນລະດັບອາຊຽນ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມມາຮອດປັດຈຸບັນ, ແມ່ນສໍາເລັດແລ້ວໂດຍພື້ນຖານ, ຄາດວ່າກອງປະຊຸມ “ຜູ້ປະກອບການແມ່ຍິງອາຊຽນ 2024 ລວມທັງພິທີມອບລາງວັນພິເສດ ຜູ້ປະກອບການແມ່ຍິງອາຊຽນ” ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2024.

ads
ads

Top